ວັນພຸດ ທີ 11 ພະຈິກ 2026ອັບເດດລ່າສຸດ 19:05ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ໄລຍະ 9 ເດືອນຕົ້ນປີນີ້ ເສດຖະກິດ ນວ ຂະຫຍາຍຕົວໃນລະດັບ 6,2%

ໂດຍ Jenjilaອັບເດດ
· 17 ຊົ່ວໂມງ ກ່ອນອ່ານ 2 ນາທີ6 ຄັ້ງ
ໄລຍະ 9 ເດືອນຕົ້ນປີນີ້ ເສດຖະກິດ ນວ ຂະຫຍາຍຕົວໃນລະດັບ 6,2%
ADadvertisement
ADadvertisement
ADadvertisement

ໃນໄລຍະ 9 ເດືອນຕົ້ນປີ 2026 ນີ້, ເສດຖະກິດຂອງນະຄອນຫລວງວຽງຈັນ (ນວ) ຂະຫຍາຍຕົວຢູ່ໃນລະດັບ 6,2%, ຄາດຄະເນໝົດປີຈະໃຫ້ຂະຫຍາຍຕົວຢູ່ໃນລະດັບ 7,6% (ແຜນ ການປີ ໃຫ້ບັນລຸ 8%) ທຽບໃສ່ໄລຍະດຽວຂອງປີຜ່ານມາ ຂະຫຍາຍຕົວໃນລະດັບ 6,6%, ລວມຍອດຜະລິດຕະພັນພາຍໃນ (GDP) ບັນລຸ 95.351,54 ຕື້ກີບ (ແຜນການປີ ໃຫ້ບັນລຸ 100.427 ຕື້ກີບ), GDP ສະເລ່ຍຕໍ່ຫົວຄົນ 106 ລ້ານກີບ (ແຜນການປີ ໃຫ້ໄດ້ 94,10 ລ້ານກີບ).

ໄລຍະ 9 ເດືອນຕົ້ນປີນີ້ ເສດຖະກິດ ນວ ຂະຫຍາຍຕົວໃນລະດັບ 6,2%

ທ່ານ ສິລິລາດທົງສິນ ທອງເພັງ ຮອງເລຂາຄະນະພັກ, ປະທານຄະນະກຳມະການປົກຄອງນະ ຄອນຫລວງວຽງຈັນ ລາຍງານໃຫ້ຮູ້ໃນກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາປະຊາຊົນ ນະຄອນຫລວງວຽງຈັນ ຊຸດທີ V ໃນວັນທີ 10 ພະຈິກ 2026 ນີ້ວ່າ: ໃນ 9 ເດືອນຕົ້ນປີນີ້ ເສດຖະ ກິດຂອງນະຄອນຫລວງວຽງຈັນ ຂະຫຍາຍຕົວຢູ່ໃນລະດັບ 6,2%. ໃນນັ້ນ, ຂະແໜງກະສິກໍາຂະ ຫຍາຍຕົວ ໃນລະດັບ 7% ກວມເອົາ 15,5%, ອັນພົ້ນເດັ່ນແມ່ນດ້ານການປູກຝັງເຫັນວ່າມີທ່າອ່ຽງທີ່ດີ. ນອກຈາກນີ້, ການຜະລິດ ແລະ ສະໜອງຊີ້ນສັດກໍ່ຄາດວ່າຈະລື່ນແຜນ; ຂະແໜງອຸດສາຫະກໍາ ຂະ ຫຍາຍຕົວ ໃນລະດັບ 8,3%, ກວມເອົາ 47,8%, ເຫັນວ່າຈໍານວນໂຮງງານອຸດສາຫະກໍາປຸງແຕ່ງ ແລະ ຫັດຖະກໍາ ເຖິງວ່າຈະບັນລຸຕາມແຜນ ແຕ່ມູນຄ່າການຜະລິດຫັດຖະກໍາ ແລະ ການຂຸດຄົ້ນແຮ່ທາດຕ່າງໆ ມີຄ່າອ່ຽງທີ່ຂະຫຍາຍຕົວຊ້າ ແລະ ຄາດວ່າຈະບໍ່ບັນລຸ; ຂະແໜງບໍລິການ ຂະຫຍາຍຕົວ ໃນລະດັບ 6,9%, ກວມເອົາ 36,7% ເຖິງວ່າການບໍລິການຂາຍຍົກ-ຂາຍຍ່ອຍ, ການຈາລະຈອນສິນຄ້າ ແລະ ການຂົນສົ່ງໂດຍສານຂະຫຍາຍຕົວດີ. ເຖິງຍ່າງໃດກໍຕາມ ດ້ານຂະແໜງບໍລິການໂຮງ ແຮມ-ຮ້ານອາຫານ ຕິດພັນກັບການທ່ອງທຽວ ມີທ່າອ່ຽງທີ່ຂະຫຍາຍຕົວຊ້າ.

ສໍາລັບປີ 2027 ທີ່ຈະມາເຖິງນີ້, ນະຄອນຫລວງວຽງຈັນ ຈະສຸມໃສ່ສ້າງຄວາມເຂັ້ມແຂງດ້ານເສດຖະກິດໃຫ້ເພີ່ມຂຶ້ນ ເພື່ອຮອງຮັບຄວາມຜັນຜວນຈາກພາຍນອກ ດ້ວຍການຍູ້ແຮງການຂະຫຍາຍ ຕົວເສດຖະກິດ ຕາມທິດວ່ອງໄວ, ມີຄຸນນະພາບ ແລະ ຍືນຍົງ, ນໍາໃຊ້ທຸກທ່າແຮງບົ່ມຊ້ອນ ຢ່າງມີປະສິດທິຜົນ, ສືບຕໍ່ຮັກສາສະຖຽນລະພາບເສດຖະກິດມະຫາພາກ, ຊຸກຍູ້ການສົ່ງອອກໃຫ້ເພີ່ມຂຶ້ນ, ເພີ່ມທະວີດຶງດູດການລົງທຶນໂດຍກົງຈາກຕ່າງປະເທດ ທີ່ມີຄຸນນະພາບ ແລະ ນໍາໃຊ້ໂອກາດຈາກການເຊື່ອມໂຍງ-ເຊື່ອມຈອດກັບພາກພື້ນ ເພື່ອຂັບເຄື່ອນການປ່ຽນແປງໂຄງສ້າງເສດຖະກິດ ໃຫ້ຍືນຍົງ, ລວມທັງ ການພັດທະນາຊັບພະຍາກອນມະນຸດ, ການຍົກລະດັບຄວາມສາມາດແຂ່ງຂັນ ຂອງພາກເອ ກະຊົນພາຍໃນ ແລະ ປົກປັກຮັກສາວັດທະນະທຳ, ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໃຫ້ມີຄວາມຍືນຍົງ. ພ້ອມນີ້, ຍັງຈະສຸມໃສ່ສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ ດ້ວຍການນໍາໃຊ້ທຸກທ່າແຮງບົ່ມຊ້ອນ ເພື່ອເຮັດໃຫ້ເສດຖະກິດມີສະຖຽນລະພາບ ແລະ ຂະຫຍາຍຕົວຢ່າງຕໍ່ເນື່ອງ, ມີຄວາມເຂັ້ມແຂງ, ໜັ້ນທ່ຽງ ແລະ ຍືນຍົງ.

ຂ່າວ: ທະນູທອງ

ພາບ: ນາງອົ້ນ

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

ມື້ນີ້ · ຂໍ້ມູນສົດ ວັນພຸດ 11 ພະຈິກ 2026 · ຂຶ້ນ 2 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່