ວັນພຸດ ທີ 11 ພະຈິກ 2026ອັບເດດລ່າສຸດ 19:05ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ເປີດກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາປະຊາຊົນນະຄອນຫຼວງວຽງຈັນ ຊຸດທີ V ເນັ້ນພິຈາລະນາແຜນພັດທະນາເສດຖະກິດ-ສັງຄົມໃຫ້ຂະຫຍາຍຕົວຕໍ່ເນື່ອງ

ໂດຍ Jenjila
· 16 ຊົ່ວໂມງ ກ່ອນອ່ານ 4 ນາທີ10 ຄັ້ງ
ເປີດກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາປະຊາຊົນນະຄອນຫຼວງວຽງຈັນ ຊຸດທີ V ເນັ້ນພິຈາລະນາແຜນພັດທະນາເສດຖະກິດ-ສັງຄົມໃຫ້ຂະຫຍາຍຕົວຕໍ່ເນື່ອງ
ADadvertisement
ADadvertisement
ADadvertisement

ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ ຊຸດທີ V ໄດ້ໄຂຂຶ້ນໃນວັນທີ 10 ພະຈິກ 2026 ທີ່ຫ້ອງວ່າການນະຄອນຫຼວງວຽງຈັນ (ນວ) ໂດຍມີທ່ານ ປອ. ອາດສະພັງທອງ ສີພັນດອນ ປະທານສະພາປະຊາຊົນນະຄອນຫຼວງວຽງຈັນ ເປັນປະທານ. ໃຫ້ກຽດເຂົ້າຮ່ວມມີທ່ານ ສີລິລາດ ທົງສິນ ທອງເພັງ ປະທານຄະນະກຳມະການປົກຄອງນະຄອນຫຼວງວຽງຈັນ, ບັນດາທ່ານການນຳພັກ-ລັດຂອງນະຄອນຫຼວງ, ສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ 1, ສະມາຊິກສະພາປະຊາຊົນນະຄອນຫຼວງວຽງຈັນ ຊຸດທີ V, ພ້ອມດ້ວຍປະທານ ແລະ ຮອງປະທານຄະນະກຳມະການປົກຄອງເມືອງ, ຫົວໜ້າ ແລະ ຮອງຫົວໜ້າພະແນກການ ຕະຫຼອດຮອດຜູ້ຕາງໜ້າອົງການຈັດຕັ້ງພັກ-ລັດທີ່ກ່ຽວຂ້ອງ.

ເປີດກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາປະຊາຊົນນະຄອນຫຼວງວຽງຈັນ ຊຸດທີ V ເນັ້ນພິຈາລະນາແຜນພັດທະນາເສດຖະກິດ-ສັງຄົມໃຫ້ຂະຫຍາຍຕົວຕໍ່ເນື່ອງ

ທ່ານ ປອ. ອາດສະພັງທອງ ສີພັນດອນ ໄດ້ກ່າວວ່າ ກອງປະຊຸມຄັ້ງນີ້ຈະດຳເນີນໄປເປັນເວລາ 4 ວັນ ແຕ່ວັນທີ 10-13 ພະຈິກ 2026 ໂດຍຈະສຸມໃສ່ການພິຈາລະນາ, ປຶກສາຫາລື ແລະ ຮັບຮອງເອົາບັນດາບັນຫາສຳຄັນພື້ນຖານຂອງນະຄອນຫຼວງ ເພື່ອຊຸກຍູ້ການພັດທະນາໃຫ້ມີຄວາມກ້າວໜ້າ ແລະ ແກ້ໄຂບັນຫາທີ່ຍັງຄົງຄ້າງໃຫ້ເກີດຜົນເປັນຮູບປະທຳ.

ສຳລັບເນື້ອໃນວາລະສຳຄັນ ແມ່ນການພິຈາລະນາ ແລະ ຮັບຮອງເອົາບົດລາຍງານຂອງຄະນະກຳມະການປົກຄອງນະຄອນຫຼວງ ກ່ຽວກັບຜົນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນງົບປະມານແຫ່ງລັດໃນໄລຍະ 9 ເດືອນ ພ້ອມທັງຄາດຄະເນຜົນການປະຕິບັດໝົດປີ 2026 ແລະ ກຳນົດທິດທາງແຜນການປະຈຳປີ 2027 ຂອງນະຄອນຫຼວງວຽງຈັນ.

ນອກນີ້ ຍັງຈະມີການຮັບຟັງລາຍງານຜົນການຈັດຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ໂດຍສະເພາະການສ້າງແຜນປະຕິບັດງານ ແລະ ໂຄງການຕ່າງໆພາຍໃນນະຄອນຫຼວງ. ພ້ອມກັນນັ້ນ ຈະພິຈາລະນາຮັບຮອງໂຄງການສຳຫຼວດ, ອອກແບບ ແລະ ວາງແຜນຜັງເທດສະບານເມືອງນາຊາຍທອງ, ເມືອງຫາດຊາຍຟອງ ແລະ ເມືອງປາກງື່ມ.

ເປີດກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາປະຊາຊົນນະຄອນຫຼວງວຽງຈັນ ຊຸດທີ V ເນັ້ນພິຈາລະນາແຜນພັດທະນາເສດຖະກິດ-ສັງຄົມໃຫ້ຂະຫຍາຍຕົວຕໍ່ເນື່ອງ · ຮູບທີ 2

ສ່ວນບັນຫາສຳຄັນທີ່ຈະນຳມາລາຍງານຊີ້ແຈງ ແລະ ປຶກສາຫາລື ມີ 3 ປະເດັນຫຼັກ ຄື:

  1. ການຈັດຕັ້ງປະຕິບັດແຜນຍຸດທະສາດການບໍລິຫານຈັດການຂີ້ເຫຍື້ອ ແລະ ຂໍ້ຕົກລົງວ່າດ້ວຍການຄຸ້ມຄອງ ແລະ ກຳຈັດຂີ້ເຫຍື້ອໃນນະຄອນຫຼວງວຽງຈັນ.
  2. ການຈັດຕັ້ງປະຕິບັດຄຳສັ່ງເລກທີ 11/ຄລ ສພ ລົງວັນທີ 7 ພຶດສະພາ 2026 ວ່າດ້ວຍການເພີ່ມທະວີການຊີ້ນຳຂອງພັກຕໍ່ວຽກງານແຮ່ທາດ, ການຄຸ້ມຄອງ ແລະ ແກ້ໄຂບັນຫາຫຍໍ້ທໍ້ໃນຂົງເຂດຊັບພະຍາກອນທຳມະຊາດ.
  3. ສະພາບການສຶກສາ ໂດຍສຸມໃສ່ບັນຫາການປະລະການຮຽນຂອງນັກຮຽນໃນລະດັບປະຖົມ ແລະ ມັດທະຍົມ ພ້ອມທັງບັນຫາການຂາດແຄນຄູສອນ ໂດຍສະເພາະຢູ່ເຂດຊານເມືອງ ຄື ເມືອງສັງທອງ ແລະ ເມືອງປາກງື່ມ.

ພ້ອມນີ້ ກອງປະຊຸມຈະພິຈາລະນາຮັບຮອງຮ່າງນິຕິກຳຂອງນະຄອນຫຼວງຈຳນວນ 3 ສະບັບ ປະກອບມີ: ຮ່າງຂໍ້ຕົກລົງວ່າດ້ວຍພັນທະ ແລະ ຄວາມຮັບຜິດຊອບຂອງເຈົ້າຂອງກິດຈະການໂຮງແຮມ, ຣີສອດ, ເຮືອນພັກ, ຄອນໂດມີນຽມ, ອາພາດເມັນ, ເຮືອນໃຫ້ເຊົ່າ, ເຮືອນຫ້ອງແຖວ ແລະ ຜູ້ມາພັກເຊົາ; ຮ່າງຂໍ້ຕົກລົງວ່າດ້ວຍການຄຸ້ມຄອງ ແລະ ພັດທະນາສະຖານທີ່ຈອດລົດໃນຕົວເມືອງນະຄອນຫຼວງວຽງຈັນ; ແລະ ຮ່າງຂໍ້ຕົກລົງວ່າດ້ວຍກອງທຶນຊ່ວຍເຫຼືອສຸກເສີນ.

ສຳລັບການປັບປຸງນິຕິກຳ ຈະມີການພິຈາລະນາຮ່າງຂໍ້ຕົກລົງ 2 ສະບັບ ຄື ຂໍ້ຕົກລົງວ່າດ້ວຍການປະເມີນລາຄາທີ່ດິນທົ່ວນະຄອນຫຼວງວຽງຈັນ (ສະບັບປັບປຸງ) ແລະ ຂໍ້ຕົກລົງວ່າດ້ວຍການຈັດສັນຄວາມເປັນລະບຽບຮຽບຮ້ອຍໃນຕົວເມືອງ ແລະ ຊານເມືອງນະຄອນຫຼວງວຽງຈັນ (ສະບັບປັບປຸງ).

ເປີດກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາປະຊາຊົນນະຄອນຫຼວງວຽງຈັນ ຊຸດທີ V ເນັ້ນພິຈາລະນາແຜນພັດທະນາເສດຖະກິດ-ສັງຄົມໃຫ້ຂະຫຍາຍຕົວຕໍ່ເນື່ອງ · ຮູບທີ 3

ອີກວາລະສຳຄັນໜຶ່ງ ແມ່ນການພິຈາລະນາຮັບຮອງບົດລາຍງານຜົນການເຄື່ອນໄຫວວຽກງານປະຈຳປີ 2026 ແລະ ທິດທາງແຜນການປີ 2027 ຂອງສະພາປະຊາຊົນນະຄອນຫຼວງວຽງຈັນ, ອົງການກວດສອບປະຈຳພາກກາງ 1, ອົງການກວດກາລັດນະຄອນຫຼວງ, ອົງການໄອຍະການປະຊາຊົນພາກກາງ ແລະ ນະຄອນຫຼວງ ລວມເຖິງສານປະຊາຊົນພາກກາງ ແລະ ນະຄອນຫຼວງ. ນອກຈາກນັ້ນ ຍັງຈະຮັບຟັງລາຍງານຜົນການຈັດຕັ້ງປະຕິບັດຄຳຕັດສິນຂອງສານປະຈຳປີ 2026 ແລະ ທິດທາງແຜນການປີ 2027 ຂອງກອງປະຕິບັດຄຳຕັດສິນຂອງສານປະຈຳນະຄອນຫຼວງວຽງຈັນ ພ້ອມທັງຮັບຟັງຄຳເຫັນຈາກອົງການແນວລາວສ້າງຊາດ ຕໍ່ການປະຕິບັດໜ້າທີ່ຂອງສະພາປະຊາຊົນນະຄອນຫຼວງວຽງຈັນ ຊຸດທີ V.

ເປີດກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາປະຊາຊົນນະຄອນຫຼວງວຽງຈັນ ຊຸດທີ V ເນັ້ນພິຈາລະນາແຜນພັດທະນາເສດຖະກິດ-ສັງຄົມໃຫ້ຂະຫຍາຍຕົວຕໍ່ເນື່ອງ · ຮູບທີ 4

ພ້ອມກັນນີ້ ກອງປະຊຸມຍັງຈະເປັນເວທີໃຫ້ບັນດາສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງ ແລະ ສະມາຊິກສະພາປະຊາຊົນນະຄອນຫຼວງ ໄດ້ຍົກຄຳຊັກຖາມຕໍ່ບັນຫາຕ່າງໆ ໂດຍຈະມີຄະນະກຳມະການປົກຄອງນະຄອນຫຼວງ ແລະ ພາກສ່ວນກ່ຽວຂ້ອງ ຂຶ້ນຊີ້ແຈງ ແລະ ຕອບຄຳຊັກຖາມ ເພື່ອສ້າງຄວາມຈະແຈ້ງ ພ້ອມຊອກຫາແນວທາງແກ້ໄຂບັນຫາທີ່ປະຊາຊົນກຳລັງປະເຊີນ.

ກອງປະຊຸມຄັ້ງນີ້ ຈຶ່ງເປັນອີກກົນໄກສຳຄັນໃນການຕິດຕາມກວດກາ, ປຶກສາຫາລື ແລະ ກຳນົດທິດທາງການພັດທະນານະຄອນຫຼວງ ໃຫ້ສອດຄ່ອງກັບສະພາບຕົວຈິງ ພ້ອມທັງເລັ່ງແກ້ໄຂບັນຫາສຳຄັນໃນຫຼາຍຂົງເຂດ ເພື່ອຍົກສູງປະສິດທິຜົນການບໍລິຫານ ແລະ ນຳຜົນປະໂຫຍດມາສູ່ປະຊາຊົນໃນນະຄອນຫຼວງຢ່າງແທ້ຈິງ.

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວພາຍໃນ
ມື້ນີ້ · ຂໍ້ມູນສົດ ວັນພຸດ 11 ພະຈິກ 2026 · ຂຶ້ນ 2 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່