
ກວດພົບມີການຊຸກເຊື່ອງແຮ່ທາດທີ່ບໍ່ຖືກຕ້ອງຕາມລະບຽບກົດໝາຍ 20 ໂຕນ ຖືກຝັງດິນໄວ້ໃນໂຮງງານຫຼອມເສດໂລຫະ ຢູ່ບ້ານນາຄໍາຈວງ ເມືອງໄຊບົວທອງ ແຂວງຄໍາມ່ວນ

ໃນວັນທີ 5 ພະຈິກ 2026 ເຈົ້າໜ້າທີ່ສະເພາະກິດແຂວງ 337/ຄປຂ ໄດ້ຮັບການລາຍງານຈາກພົນລະເມືອງດີວ່າໄດ້ມີກຸ່ມພໍ່ຄ້າຄົນຈີນ ບໍ່ຮູ້ຊື່ ໄດ້ລັກລອບ ເກັບຊື້-ຂາຍ ແຮ່ທາດ ທີ່ບໍ່ຖືກຕ້ອງຕາມລະບຽບກົດໝາຍ ແລະ ໄດ້ຊຸກເຊື່ອງແຮ່ທາດໄວ້ ຢູ່ທີ່ໂຮງງານຫຼອມເສດໂລຫະໃຕ້ຟ້າ ຕັ້ງຢູ່ບ້ານນາຄໍາຈວງ, ເມືອງໄຊບົວທອງ, ແຂວງຄໍາມ່ວນ.

ຕໍ່ມາໃນວັນທີ 6 ພະຈິກ 2026 ເຈົ້າໜ້າທີ່ສະເພາະກິດແຂວງຄໍາມ່ວນ ຈຶ່ງໄດ້ສົມທົບ ກັບ ການຈັດຕັ້ງຂັ້ນເມືອງ ແລະ ຂະແໜງການກ່ຽວຂ້ອງ ຂອງເມືອງໄຊບົວທອງ, ນໍາໂດຍ ທ່ານ ສີສຸກ ພິມມະສອນ ຮອງປະທານ ອົງການກວດກາລັດແຂວງຄໍາມ່ວນ, ຫົວໜ້າ ກອງເລຂາສະເພາະກິດແຂວງ, ທ່ານ ອິນແກ້ວ ຈັນທະເທບ ຄະນະປະຈໍາພັກເມືອງ.

ຮອງປະທານຄະນະກໍາມະການປົກຄອງເມືອງ ແລະ ຂະແໜງການກ່ຽວຂ້ອງ ຂັ້ນແຂວງ ແລະ ເມືອງ, ລົງກວດກາສະຖານທີ່ພາຍໃນໂຮງງານ ແລະ ໄດ້ພົບເຫັນ ແຮ່ທາດຈໍານວນ 20 ໂຕນ ໄດ້ຊຸກເຊື່ອງຝັງດິນໄວ້ ຢູ່ບໍລິເວນເດີ່ນ ຂອງໂຮງງານດັ່ງກ່າວ, ຈາກນັ້ນທາງການຈັດຕັ້ງຂັ້ນເມືອງ ແລະ ຂະແໜງການກ່ຽວຂ້ອງ ຂອງເມືອງໄຊບົວທອງ ຈຶ່ງໄດ້ມອບແຮ່ທາດຈໍານວນດັ່ງກ່າວ ໃຫ້ເຈົ້າໜ້າທີ່ສະເພາະກິດແຂວງ ເຄື່ອນຍ້າຍໄປເກັບຮັກສາໄວ້ ຢູ່ທີ່ ອົງການກວດກາລັດແຂວງ ຄໍາມ່ວນ ເພື່ອສືບຕໍ່ດຳເນີນການສືບສວນ-ສອບສວນ ຫາຜູ້ກະທໍາຜິດ ມາດໍາເນີນຄະດີ ຕາມລະບຽບກົດໝາຍ.



ທີ່ມາ: ໂຄສະນາອົບຮົມເມືອງໄຊບົວທອງ
ຂ່າວນີ້ມີປະໂຫຍດບໍ່?
ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້
ອ່ານຕໍ່


ລາວ-ຫວຽດນາມ ລົງນາມຮ່ວມມືພັດທະນາຊົນນະບົດ ໄລຍະ 2026-2030
19 ຊົ່ວໂມງກ່ອນ
ໄລຍະ 9 ເດືອນຕົ້ນປີນີ້ ເສດຖະກິດ ນວ ຂະຫຍາຍຕົວໃນລະດັບ 6,2%
19 ຊົ່ວໂມງກ່ອນ
ຫາລືການນຳໃຊ້ກົດໝາຍ ແລະ ແກ້ໄຂຄຳຮ້ອງຂໍຄວາມເປັນທຳ
23 ຊົ່ວໂມງກ່ອນ


