
ລະທຶກ! ລົດເມຕຳກວາດເອົາລົດ 32 ຄັນໃນເກົາຫຼີໃຕ້ ບາດເຈັບ 57 ຄົນ ໃນນັ້ນສາຫັດ 9 ຄົນ.

ເກີດເຫດລົດໂດຍສານພຸ່ງຕຳລົດຫຼາຍຄັນໃນເຂດບຸນດັງ (Bundang) ເມືອງຊອງນຳ (Seongnam) ທາງຕອນໃຕ້ຂອງກຸງໂຊລ ປະເທດເກົາຫຼີໃຕ້ ສົ່ງຜົນໃຫ້ມີຜູ້ບາດເຈັບ 57 ຄົນ ໃນນັ້ນມີອາການສາຫັດ 9 ຄົນ ແລະ ບາດເຈັບເລັກນ້ອຍ 48 ຄົນ ຕາມລາຍງານຂອງສຳນັກງານດັບເພີງແຫ່ງຊາດ.

07:34 ໂມງ ວັນພຸດ ທີ 11 ພະຈິກ 2026 ຕາມເວລາເກົາຫຼີໃຕ້ ໄດ້ເກີດເຫດລົດເມໂດຍສານແລ່ນຕຳລົດຫຼາຍຄັນໃນເຂດບຸນດັງ (Bundang) ປະເທດເກົາຫຼີໃຕ້ ສົ່ງຜົນໃຫ້ມີຜູ້ບາດເຈັບອາການສາຫັດ 9 ຄົນ ແລະບາດເຈັບເລັກນ້ອຍ 48 ຄົນ ຕາມລາຍງານຂອງສຳນັກງານດັບເພີງ.
ສຳນັກງານດັບເພີງແຫ່ງຊາດລະບຸວ່າ ລົດເມໄດ້ແລ່ນຕຳລົດຫຼາຍຄັນໃນເວລາປະມານ 07:34 ໂມງ ຂອງວັນພຸດ (11 ພະຈິກ) ຕາມເວລາທ້ອງຖິ່ນ ລວມທັງລົດບາງຄັນທີ່ຈອດລໍຖ້າສັນຍານໄຟຈະລາຈອນ ກ່ອນທີ່ລົດເມຈະພຸ່ງຕຳແຜງກັ້ນກາງຖະໜົນ ໂດຍອ້າງອີງຄຳໃຫ້ການຂອງພະຍານ.
ອຸບັດຕິເຫດຄັ້ງນີ້ເກີດຂຶ້ນໃນເຂດບຸນດັງ ເມືອງຊອງນຳ (Seongnam) ທາງຕອນໃຕ້ຂອງກຸງໂຊລ ໂດຍມີພາຫະນະກ່ຽວຂ້ອງລວມ 32 ຄັນ ປະກອບມີລົດເມ 4 ຄັນ, ລົດບັນທຸກ 1 ຄັນ ແລະລົດເກັງສ່ວນບຸກຄົນ 27 ຄັນ ຕາມຂໍ້ມູນຈາກສຳນັກງານດັບເພີງ.

ສຳນັກງານດັບເພີງລະບຸວ່າ ໄດ້ລະດົມກຳລັງເຈົ້າໜ້າທີ່ 88 ຄົນ ແລະລົດປະຕິບັດການ 33 ຄັນ ເຂົ້າໄປຍັງຈຸດເກີດເຫດ ພ້ອມທັງຈັດຕັ້ງຈຸດປະຖົມພະຍາບານສຸກເສີນ.
ພາບຖ່າຍຈາກຈຸດເກີດເຫດເຜີຍໃຫ້ເຫັນດ້ານໜ້າຂອງລົດເມທີ່ພັງເສຍຫາຍຢ່າງໜັກ ໂດຍຕົວລົດຢຸດຢູ່ເທິງແຜງກັ້ນກາງຖະໜົນ.
ສ່ວນຄົນຂັບລົດເມກໍໄດ້ຮັບບາດເຈັບ ແລະຖືກນຳຕົວສົ່ງໂຮງໝໍ ຫຼັງຈາກເຈົ້າໜ້າທີ່ຊ່ວຍນຳຕົວອອກຈາກລົດ ຕາມລາຍງານຂອງສະຖານີໂທລະພາບ KBS.
ຂະນະທີ່ຕຳຫຼວດກຽມສືບສວນຫາສາເຫດຂອງອຸບັດຕິເຫດ ໂດຍຈະນຳຂໍ້ມູນຈາກກ້ອງບັນທຶກພາບໜ້າລົດ ແລະພາບຈາກກ້ອງວົງຈອນປິດ (CCTV) ມາກວດສອບ ຕາມລາຍງານຂອງສຳນັກຂ່າວ SBS.


ແຫລ່ງທີ່ມາ: SBSNEWS / Reuters / channelnewsasia
ຂ່າວນີ້ມີປະໂຫຍດບໍ່?
ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້
ອ່ານຕໍ່







