
ບໍ່ລອດ! ປກສ ເມືອງຈຳປາສັກ ລວບໄວລຸ້ນໄວ 18 ປີ ກໍ່ເຫດລັກລົດຈັກເພື່ອນບ້ານ ແຖມພົວພັນຢາເສບຕິດ!

ເຈົ້າໜ້າທີ່ ປກສ ເມືອງຈຳປາສັກ ແຂວງຈຳປາສັກ ໄດ້ກັກຕົວ ທ້າວ ທິງໂທນ ອາຍຸ 18 ປີ ຢູ່ບ້ານທົ່ມຈານ ໃນຂໍ້ຫາລັກຊັບພົນລະເມືອງ (ລັກລົດຈັກ) ແລະ ເສບຢາເສບຕິດ.

ຜ່ານການສອບສວນ ຜູ້ກ່ຽວຮັບສາລະພາບວ່າ ໃນວັນທີ 14 ຕຸລາ 2026 ໄດ້ຍ່າງຜ່ານເຮືອນຄົນບ້ານດຽວກັນ ເຫັນລົດຈັກຮອນດາເວັບ 100S ຈອດສຽບກະແຈປະໄວ້ ຈຶ່ງລັກຂີ່ໜີເພື່ອຈະເອົາໄປຂາຍ. ແຕ່ຂີ່ໄປໄດ້ພຽງ 800 ແມັດ ລົດເກີດມອດໂດຍບໍ່ຮູ້ສາເຫດ ຈຶ່ງຖິ້ມລົດປະໄວ້ແລ້ວຍ່າງກັບເຮືອນ.

ຈົນມາຮອດວັນທີ 3 ພະຈິກ 2026 ຜູ້ກ່ຽວໄດ້ໄປຊື້ຢາບ້າຢູ່ເຂດບ້ານຈິກທາງໂງ ຈຶ່ງຖືກເຈົ້າໜ້າທີ່ກັກຕົວມາດຳເນີນຄະດີ. ປັດຈຸບັນ ທາງເຈົ້າໜ້າທີ່ໄດ້ມອບລົດຈັກຄືນໃຫ້ເຈົ້າຂອງແລ້ວ.

⚠️ ຝາກເຕືອນໄພ: ຈອດລົດຢູ່ເຮືອນກໍຢ່າລືມຖອດກະແຈ ແລະ ລັອກຄໍລົດໃຫ້ດີ ປ້ອງກັນໂຈນສວຍໂອກາດ!

#ຂ່າວທ້ອງຖິ່ນ #ຈຳປາສັກ #ປກສເມືອງຈຳປາສັກ #ເຕືອນໄພ #ລັກລົດຈັກ #ຢາເສບຕິດ
ທີ່ມາ: ຂ່າວ ເມືອງຈໍາປາສັກ
ຂ່າວນີ້ມີປະໂຫຍດບໍ່?
ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້
ອ່ານຕໍ່







