
ນາຊາ (NASA) ກຽມແຜນສ້າງຖານດວງຈັນ! ຈັບມື 8 ບໍລິສັດເອກະຊົນ ພັດທະນາຍານຂົນສົ່ງສຳພາລະສູ່ດວງຈັນ ພ້ອມສົ່ງຍານສຳຫຼວດ

ອົງການບໍລິຫານການບິນ ແລະ ອະວະກາດແຫ່ງຊາດສະຫະລັດ (NASA) ປະກາດເລືອກ 8 ບໍລິສັດເອກະຊົນ ເຂົ້າຮ່ວມໄລຍະໃໝ່ຂອງໂຄງການບໍລິການຂົນສົ່ງສຳພາລະຂຶ້ນສູ່ດວງຈັນເຊີງການຄ້າ (Commercial Lunar Payload Services: CLPS 2) ໂດຍມີມູນຄ່າສັນຍາລວມສູງສຸດ 10 ຕື້ໂດລາສະຫະລັດ ໃນໄລຍະເວລາ 10 ປີ ເພື່ອເສີມສ້າງຂີດຄວາມສາມາດດ້ານການສຳຫຼວດ, ວິທະຍາສາດ ແລະ ພື້ນຖານໂຄງລ່າງສຳລັບການສ້າງຖານປະຕິບັດງານເທິງດວງຈັນ.

ພາບໂລກປາກົດຂຶ້ນເໜືອຂອບດວງຈັນ ຖ່າຍໂດຍນັກບິນອະວະກາດ Apollo 8 ໃນປີ 1968. ພາບ: NASA
ຕາມຂ່າວປະກາດຂອງ NASA ໃນວັນທີ 7 ພະຈິກ 2026
8 ບໍລິສັດ ພັດທະນາຍານຂົນສົ່ງສຳພາລະສູ່ດວງຈັນ
NASA ໄດ້ຄັດເລືອກ 8 ບໍລິສັດເອກະຊົນ ເຂົ້າຮ່ວມໄລຍະທີ 2 ຂອງໂຄງການບໍລິການຂົນສົ່ງສຳພາລະສູ່ດວງຈັນເຊີງການຄ້າ (Commercial Lunar Payload Services: CLPS 2) ປະກອບມີ:
1.Voyager Technologies
2.Blue Origin
3.Firefly Aerospace
4.Intuitive Machines
5.ispace-U.S.
6.Lockheed Martin Space
7.Northrop Grumman Space Systems
8.SpaceX
ພາຍໃຕ້ຂອບໂຄງການ CLPS 2, ບັນດາບໍລິສັດດັ່ງກ່າວຈະມີສິດເຂົ້າແຂ່ງຂັນຮັບສັນຍາໃນການດຳເນີນພາລະກິດຂົນສົ່ງສຳພາລະສູ່ພື້ນຜິວດວງຈັນ ລວມທັງການບໍລິຫານຈັດການ, ການກໍ່ສ້າງ ແລະ ການດຳເນີນງານຍານລົງຈອດ ເພື່ອຂົນສົ່ງອຸປະກອນວິທະຍາສາດ, ເຕັກໂນໂລຊີ ແລະ ສິ່ງກໍ່ສ້າງພື້ນຖານຂອງ NASA ໄປຍັງດວງຈັນ.
ນອກຈາກແຜນການຂົນສົ່ງສຳພາລະແລ້ວ, NASA ຍັງປະກາດຜັກດັນການພັດທະນາຍານສຳຫຼວດດວງຈັນພະລັງງານນິວເຄລຍ 6 ລໍ້ ຊື່ວ່າ PROMISE (Polar Rover for Observation, Mapping, and In-Situ Exploration) ໂດຍມີສູນວິໄຈອະວະກາດ Jet Propulsion Laboratory (JPL) ເປັນຜູ້ຄຸ້ມຄອງພາລະກິດ.
ຍານ PROMISE ມີໜ້າທີ່ສຳຫຼວດພື້ນຜິວ ແລະ ຊັ້ນໃຕ້ພື້ນຜິວບໍລິເວນຂົ້ວໃຕ້ຂອງດວງຈັນ, ປະເມີນທ່າແຮງຂອງຊັບພະຍາກອນ ໂດຍສະເພາະນ້ຳກ້ອນທີ່ອາດມີຢູ່ໃນເຂດທີ່ບໍ່ໄດ້ຮັບແສງຕາເວັນຖາວອນ. ຍານດັ່ງກ່າວຈະຕິດຕັ້ງອຸປະກອນເຈາະສຳຫຼວດ, ເຄື່ອງວັດແທກອຸນຫະພູມ, ລັງສີ ແລະ ອຸປະກອນວິເຄາະສ່ວນປະກອບທາງເຄມີຂອງດິນດວງຈັນ.
ຕາມແຜນການ, NASA ຄາດໝາຍຈະສົ່ງຍານ PROMISE ຂຶ້ນສູ່ດວງຈັນໃນທ້າຍປີ 2028 ແລະ ກຳນົດໄລຍະປະຕິບັດງານປະມານ 18 ເດືອນ. ສ່ວນບໍລິສັດ Blue Origin ໄດ້ຮັບສັນຍາພື້ນຖານມູນຄ່າ 94 ລ້ານໂດລາ ພ້ອມທາງເລືອກເພີ່ມເຕີມອີກ 140 ລ້ານໂດລາ ຕາມຜົນການປະຕິບັດງານ ເພື່ອດຳເນີນພາລະກິດນຳສົ່ງຍານສຳຫຼວດດັ່ງກ່າວ.
ການລິເລີ່ມໂຄງການເຫຼົ່ານີ້ ເປັນສ່ວນໜຶ່ງຂອງແຜນຍຸດທະສາດ NASA ໃນການສ້າງຖານປະຕິບັດງານໃນໄລຍະຍາວບໍລິເວນຂົ້ວໃຕ້ຂອງດວງຈັນ ໂດຍອາໄສຄວາມຮ່ວມມືກັບພາກເອກະຊົນ ເພື່ອວາງພື້ນຖານສຳລັບການສຳຫຼວດດວງຈັນຢ່າງຕໍ່ເນື່ອງ ແລະ ຮອງຮັບພາລະກິດມະນຸດໄປດາວອັງຄານໃນອະນາຄົດ.
ທີ່ມາຂ່າວ: ນາຊາ (NASA) NASA, “NASA Awards Moon Base Transportation, Technology, Science Projects”, ວັນທີ 7 ພະຈິກ 2026.
ຂ່າວນີ້ມີປະໂຫຍດບໍ່?
ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້






