ວັນພະຫັດ ທີ 12 ພະຈິກ 2026ອັບເດດລ່າສຸດ 09:18ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ສປ ຈີນ ນຳເຂ້ານ້ຳມັນດິບ ຫລຸດລົງ 13,3%

ໂດຍ Mahaxan
· 16 ຊົ່ວໂມງ ກ່ອນອ່ານ 1 ນາທີ2 ຄັ້ງ
ສປ ຈີນ ນຳເຂ້ານ້ຳມັນດິບ ຫລຸດລົງ 13,3%
ADadvertisement
ADadvertisement
ADadvertisement
ສປ ຈີນ ນຳເຂ້ານ້ຳມັນດິບ ຫລຸດລົງ 13,3%

ສຳນັກຂ່າວຊິນຮວາ ຂອງ ສປຈີນ, ໃນວັນທີ 10 ພະຈິກ, ສຳນັກງານພາສີຈີນ ລາຍງານວ່າ:ຈີນ ນຳເຂົ້ານ້ຳມັນດິບ ຈຳນວນ 41,94 ລ້ານເມຕຣິກໂຕນ ເມື່ອເດືອນຕຸລາ ຫລຸດລົງ 13,3% ເມື່ອທຽບໃສ່ ໃນໄລຍະດຽວກັນ ຂອງ ປີກາຍ ເນື່ອງຈາກ ຄວາມຂັດແຍ່ງ ລະຫວ່າງ ສ.ອາເມລິກາ-ອິສຣາແອນ ກັບ ອີຣານ ໄດ້ສົ່ງຜົນກະທົບ ຕໍ່ຄວາມຕ້ອງການ ຈາກ ເຂດຕາເວັນອອກກາງ.ເຖິງຢ່າງໃດກໍຕາມ, ຍອດການນຳເຂ້າ ນ້ຳມັນດິບ ໃນເດືອນຕຸລາ ຖືເປັນ ລະດັບສູງສຸດໃນຮອບ 7 ເດືອນ ຫລື ນັບຕັ້ງແຕ່ ເດືອນມີນາ ເປັນຕົ້ນມາ. ເມື່ອພິຈາລະນາ ເປັນລາຍວັນ, ຈີນ ນຳເຂົ້ານ້ຳມັນດິບ ສະເລ່ຍ 9,88 ລ້ານຖັງ ຕໍ່ວັນ ໃນເດືອນຕຸລາ, ເພີ່ມຂຶ້ນ 9,4%  ເມື່ອທຽບໃສ່ ເດືອນກັນຍາຜ່ານມາ.

ໃນຂະນະທີ່ ຍອດການສົ່ງອອກ ຜະລິດຕະພັນ ນໍ້າມັນຂອງຈີນ ລວມມີ ນ້ຳມັນແອັດຊັງ, ນ້ຳມັນກາຊວນ, ນ້ຳມັນເຊື້ອໄຟເຮືອບິນ ແລະ ນ້ຳມັນເຊື້ອໄຟອື່ນໆ ໄດ້ຫລຸດລົງ ລະດັບ 5,18 ລ້ານໂຕນ ໃນເດືອນຕຸລາ ຈາກ ລະດັບ 7,16 ລ້ານໂຕນ ໃນເດືອນກັນຍາ, ແຕ່ການປັບຕົວສູງຂຶ້ນ 14,6% ເມື່ອທຽບໃສ່ ໄລຍະດຽວກັນ ຂອງປີກາຍ.

ສ່ວນການນຳເຂົ້າ ຜະລິດຕະພັນ ນໍ້າມັນ ໄດ້ປັບຕົວຂຶ້ນສູ່ ລະດັບ 3,15 ລ້ານໂຕນ ໃນເດືອນຕຸລາ ຈາກລະດັບ 1,85 ລ້ານໂຕນ ໃນເດືອນກັນຍາ, ສ່ວນຍອດການນຳເຂົ້າ ສະສົມ ໃນໄລຍະເດືອນ ມັງກອນ-ຕຸລາ ຫລຸດລົງ 27,15 ລ້ານໂຕນ ຈາກ ລະດັບ 34,19 ລ້ານໂຕນ ໃນໄລຍະດຽວກັນ ຂອງປີກາຍ./

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວຕ່າງປະເທດ
ມື້ນີ້ · ຂໍ້ມູນສົດ ວັນພະຫັດ 12 ພະຈິກ 2026 · ຂຶ້ນ 3 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່