
ຊາວກະສິກອນ ເມືອງພຽງສືບຕໍ່ເກັບກູ້ຜົນຜະລິດເຂົ້ານາປີ ໃນປີ 2026 ໄດ້ແລ້ວກວ່າ 70% ຄາດຜົນຜະລິດລວມກວ່າ 20.130 ໂຕນ.

ອີງຕາມບົດລາຍງານຜົນການຈັດຕັ້ງປະຕິບັດວຽກງານຂອງໜ່ວຍງານປູກຝັງ ຫ້ອງການກະສິກຳ ແລະ ສິ່ງແວດລ້ອມ ເມືອງພຽງ ແຂວງໄຊຍະບູລີ ປະຈຳເດືອນພະຈິກ 2026 ລະບຸວ່າ: ການຜະລິດກະສິກຳປະຈຳປີ 2026 ມີຜົນຄືບໜ້າເປັນຢ່າງດີ ໂດຍສະເພາະການເກັບກູ້ເຂົ້ານາປີ ທີ່ສາມາດດຳເນີນໄປແລ້ວກວ່າ 70% ຂອງເນື້ອທີ່ປູກຕົວຈິງ ແລະ ຄາດຄະເນວ່າຈະໄດ້ຜົນຜະລິດລວມກວ່າ 20.130 ໂຕນ.

ສຳລັບເນື້ອທີ່ປູກເຂົ້າທົ່ວເມືອງພຽງໃນປີນີ້ ມີທັງໝົດກວ່າ 7.400 ເຮັກຕາ ຈາກແຜນການກວ່າ 7.480 ເຮັກຕາ. ໃນນັ້ນ ເນື້ອທີ່ນາປີປະຕິບັດໄດ້ກວ່າ 6.900 ເຮັກຕາ ປະກອບມີນາດຳທົ່ວໄປກວ່າ 2.950 ເຮັກຕາ ແລະ ນາກະເສດສຸມກວ່າ 3.940 ເຮັກຕາ ໂດຍແບ່ງເປັນນາຫວ່ານກວ່າ 2.300 ເຮັກຕາ ແລະ ນາຢອດກວ່າ 1.640 ເຮັກຕາ.

ມາຮອດເດືອນພະຈິກ ຊາວກະສິກອນສາມາດເກັບກູ້ເຂົ້ານາປີໄດ້ແລ້ວກວ່າ 3.790 ເຮັກຕາ ຫຼື ກວ່າ 70% ຂອງເນື້ອທີ່ປູກຕົວຈິງ ຄາດຄະເນຜົນຜະລິດລວມປະມານ 20.130 ໂຕນ. ສ່ວນການຜະລິດແນວພັນເຂົ້າຢູ່ສູນຂອງບໍລິສັດ ອາຊີ-ໂປດາສ ສາກົນ ເນື້ອທີ່ 15 ເຮັກຕາ ເກັບກູ້ໄດ້ແລ້ວ 3 ເຮັກຕາ ຫຼື 20% ຂອງເນື້ອທີ່. ຂະນະທີ່ເຂົ້າໄຮ່ເນື້ອທີ່ກວ່າ 480 ເຮັກຕາ ໄດ້ເກັບກູ້ສຳເລັດ 100% ແລ້ວ ໄດ້ຜົນຜະລິດກວ່າ 1.240 ໂຕນ ສະມັດຕະພາບສະເລ່ຍ 2,6 ໂຕນຕໍ່ເຮັກຕາ.
ນອກຈາກນີ້ ວິຊາການກະສິກຳຍັງໄດ້ລົງຕິດຕາມ ແລະ ແກ້ໄຂບັນຫາພະຍາດໃບໄໝ້ຂອງເຂົ້າຢູ່ບ້ານນ້ຳປັງ ເຊິ່ງພົບວ່າມີເນື້ອທີ່ລະບາດທັງໝົດ 7,40 ເຮັກຕາ ແລະ ມີເນື້ອທີ່ເສຍຫາຍຕົວຈິງ 3,72 ເຮັກຕາ.

ຂະນະດຽວກັນ ການປູກພືດລະດູຝົນປະຈຳປີ 2026 ກໍມີຜົນງານເກີນແຜນການ ໂດຍທົ່ວເມືອງສາມາດປູກພືດຊະນິດຕ່າງໆໄດ້ກວ່າ 19.600 ເຮັກຕາ ລື່ນແຜນການ 6,99% ຈາກແຜນທີ່ກຳນົດໄວ້ 18.230 ເຮັກຕາ. ປັດຈຸບັນ ເກັບກູ້ຜົນຜະລິດໄດ້ແລ້ວກວ່າ 4.850 ເຮັກຕາ ຫຼື 24,75% ຂອງເນື້ອທີ່ປູກທັງໝົດ.
ໃນດ້ານພືດສະບຽງອາຫານ ມີເນື້ອທີ່ປູກຕົວຈິງ 609,10 ເຮັກຕາ ລື່ນແຜນການ 19,43% ແລະ ເກັບກູ້ໄດ້ແລ້ວ 555,60 ເຮັກຕາ ຫຼື 91,22% ຄາດຄະເນຜົນຜະລິດ 3.117,35 ໂຕນ. ພືດທີ່ປູກປະກອບມີ ສາລີຫວານ, ໝາກແຕງ, ໝາກເຜັດ, ໝາກເຂືອ, ຜັກບົ່ວ, ຜັກທຽມ ແລະ ພືດຜັກອື່ນໆ.

ສ່ວນພືດເປັນສິນຄ້າ ມີເນື້ອທີ່ປູກ 18.991,83 ເຮັກຕາ ລື່ນແຜນການ 6,17% ເກັບກູ້ແລ້ວ 4.295,46 ເຮັກຕາ ຫຼື 22,62% ແລະ ຄາດຄະເນຜົນຜະລິດ 43.514,58 ໂຕນ. ໃນນັ້ນ ພືດຫຼັກທີ່ເກັບກູ້ແລ້ວມີ ສາລີແຂງ 2.772,50 ເຮັກຕາ, ໝາກງາ 617,69 ເຮັກຕາ, ໝາກເດືອຍ 166,42 ເຮັກຕາ, ມັນຕົ້ນ 56,55 ເຮັກຕາ ແລະ ພືດອື່ນໆອີກ 682,29 ເຮັກຕາ.
ສຳລັບໄມ້ໃຫ້ໝາກ ມີເນື້ອທີ່ໃຫ້ຜົນຜະລິດ 250 ເຮັກຕາ ເກັບກູ້ສຳເລັດ 100% ໄດ້ຜົນຜະລິດລວມ 3.220 ໂຕນ ພ້ອມທັງປູກໃໝ່ເພີ່ມອີກ 155,41 ເຮັກຕາ ລື່ນແຜນການ 3,61%.

ທັງນີ້ ຫ້ອງການກະສິກຳ ແລະ ສິ່ງແວດລ້ອມ ເມືອງພຽງ ຈະສືບຕໍ່ລົງຕິດຕາມ ແລະ ຊຸກຍູ້ຊາວກະສິກອນໃຫ້ເລັ່ງເກັບກູ້ຜົນຜະລິດເຂົ້ານາປີ ແລະ ພືດລະດູຝົນທີ່ຍັງເຫຼືອໃຫ້ທັນຕາມກຳນົດເວລາ ພ້ອມກະກຽມເນື້ອທີ່ສຳລັບການຜະລິດເຂົ້ານາແຊງ ແລະ ພືດລະດູແລ້ງໃນຕໍ່ໜ້າ.
ທີ່ມາ: ຂ່າວສານເມືອງພຽງ
ຂ່າວນີ້ມີປະໂຫຍດບໍ່?
ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້
ອ່ານຕໍ່







