ວັນສຸກ ທີ 13 ພະຈິກ 2026ອັບເດດລ່າສຸດ 10:19ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ທ່ານ ສະເຫລີມໄຊ ກົມມະສິດ ນາຍົກລັດຖະມົນຕີ ຈະເດີນທາງ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 49 ວັນທີ 15-17 ພະຈິກ 2026 ທີ່ຟີລິບປິນ.

ໂດຍ Jenjila
· 11 ນາທີ ກ່ອນອ່ານ 1 ນາທີ2 ຄັ້ງ
ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ພ້ອມຄະນະຜູ້ແທນຂັ້ນສູງ ຈະເດີນທາງເຂົ້າຮ່ວມກອງປະຊຸມ (AIPA) ຄັ້ງທີ 47 ທີ່ປະເທດຟີລິບປິນ ວັນທີ 16-22 ພະຈິກ 2026
ADadvertisement
ADadvertisement
ADadvertisement

ໂດຍຕອບສະໜອງຕາມການເຊື້ອເຊີນ ຂອງ ພະນະທ່ານ ເຟິດິນານ ມາຄອດ ຈູເນຍ, ປະທານາທິບໍດີ ແຫ່ງ ສາທາລະນະລັດ ຟີລິບປິນ, ພະນະທ່ານ ສະເຫລີມໄຊ ກົມມະສິດ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຈະນໍາພາຄະນະຜູ້ແທນຂັ້ນສູງ ຂອງ ສປປ ລາວ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 49 ແລະ ກອງປະຊຸມສຸດຍອດ ທີ່ກ່ຽວຂ້ອງ ພາຍໃຕ້ຄໍາຂວັນ: “ການນຳທາງອະນາຄົດຂອງອາຊຽນຮ່ວມກັນ” (Navigating Our Future, Together) ໂດຍການເປັນປະທານ ຂອງ ຟິລິບປິນ ແລະ ຈະພົບປະສອງຝ່າຍກັບຄູ່ຮ່ວມຕໍາແໜ່ງ ຈາກບັນດາປະເທດສະມາຊິກອາຊຽນ ແລະ ຄູ່ເຈລະຈາ ຈໍານວນໜຶ່ງ ໃນວັນທີ 15-17 ພະຈິກ 2026 ທີ່ ມະນີລາ, ຟີລິບປິນ.

ທ່ານ ສະເຫລີມໄຊ ກົມມະສິດ ນາຍົກລັດຖະມົນຕີ ຈະເດີນທາງ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 49 ວັນທີ 15-17 ພະຈິກ 2026 ທີ່ຟີລິບປິນ.

ຂ່າວ: ກະຊວງການຕ່າງປະເທດ

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວພາຍໃນ
ມື້ນີ້ · ຂໍ້ມູນສົດ ວັນສຸກ 13 ພະຈິກ 2026 · ຂຶ້ນ 4 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່