ວັນສຸກ ທີ 13 ພະຈິກ 2026ອັບເດດລ່າສຸດ 10:19ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ປກສ ເມືອງໂຂງ ຈັດພິທີທຳລາຍອາວຸດລ່າເນື້ອ ແລະ ວັດຖຸຕ້ອງຫ້າມ ຢູ່ຕາແສງດອນໂຂງ

ໂດຍ kaling
· 20 ຊົ່ວໂມງ ກ່ອນອ່ານ 1 ນາທີ2 ຄັ້ງ
ປກສ ເມືອງໂຂງ ຈັດພິທີທຳລາຍອາວຸດລ່າເນື້ອ ແລະ ວັດຖຸຕ້ອງຫ້າມ ຢູ່ຕາແສງດອນໂຂງ
ADadvertisement
ADadvertisement
ADadvertisement

ເມືອງໂຂງ ທຳລາຍອາວຸດລ່າເນື້ອກວ່າ 258 ກະບອກ ແລະ ໝໍ້ຊ໊ອດປາ 16 ເຄື່ອງ

ໃນວັນທີ 12 ພະຈິກ 2026, ຫ້ອງການຕາແສງດອນໂຂງ ເມືອງໂຂງ ແຂວງຈຳປາສັກ ໄດ້ຈັດພິທີທຳລາຍອາວຸດລ່າເນື້ອ ແລະ ວັດຖຸຕ້ອງຫ້າມ ໂດຍການເຂົ້າຮ່ວມຂອງ ທ່ານ ສາທິດ ປັດສາພັນ ເລຂາຄະນະບໍລິຫານງານພັກເມືອງໂຂງ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ແລະ ອຳນາດການປົກຄອງບ້ານອ້ອມຂ້າງ.

ປກສ ເມືອງໂຂງ ຈັດພິທີທຳລາຍອາວຸດລ່າເນື້ອ ແລະ ວັດຖຸຕ້ອງຫ້າມ ຢູ່ຕາແສງດອນໂຂງ

ທ່ານ ພັນໂທ ທອງຄູນ ໃສສະຫວັດ ຮອງຫົວໜ້າກອງບັນຊາການ ປກສ ເມືອງໂຂງ ໄດ້ລາຍງານໃຫ້ຮູ້ວ່າ ໃນປີ 2025-2026 ຜ່ານມາ, ເຈົ້າໜ້າທີ່ໄດ້ສົມທົບກັບພາກສ່ວນກ່ຽວຂ້ອງ ເກັບກູ້ ແລະ ທ້ອນໂຮມອາວຸດທີ່ຜິດກົດໝາຍ ເພື່ອສະກັດກັ້ນບັນຫາປະກົດການຫຍໍ້ທໍ້ ແລະ ອາຊະຍາກຳໃນສັງຄົມ.

ລາຍການອາວຸດ ແລະ ວັດຖຸຕ້ອງຫ້າມທີ່ນຳມາທຳລາຍໃນຄັ້ງນີ້ ປະກອບມີ:

  • ອາວຸດລ່າເນື້ອ ລວມທັງໝົດ 258 ກະບອກ (ໄດ້ຈາກປະຊາຊົນສະໝັກໃຈມອບ 155 ກະບອກ, ຈາກການມ້າງຄະດີ 29 ກະບອກ ແລະ ອື່ນໆ) ເຊິ່ງປະກອບມີ:
    • ປືນແກັບ 157 ກະບອກ
    • ປືນອັດລົມດັດແປງ 28 ກະບອກ
    • ປືນດັດແປງຍິງລູກແວງ 4 ກະບອກ
  • ອຸປະກອນໝໍ້ຊ໊ອດປາ 16 ເຄື່ອງ

ການທຳລາຍອາວຸດຄັ້ງນີ້ ແມ່ນເພື່ອເປັນການບັງຄັບໃຊ້ກົດໝາຍຢ່າງເຂັ້ມງວດ ແລະ ຮັບປະກັນຄວາມສະຫງົບປອດໄພໃຫ້ແກ່ປະຊາຊົນໃນທ້ອງຖິ່ນ.

ຂ່າວ-ພາບ: ພຸດທະສິນ ວົງວິໄລທອງ


ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວພາຍໃນ
ມື້ນີ້ · ຂໍ້ມູນສົດ ວັນສຸກ 13 ພະຈິກ 2026 · ຂຶ້ນ 4 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່