
ກຽມຈັດລະບຽບການຈອດລົດໃໝ່! ສະພາປະຊາຊົນ ນວ ຮັບຮອງເອົາຂໍ້ຕົກລົງ ວ່າດ້ວຍການຄຸ້ມຄອງ ແລະ ພັດທະນາສະຖານທີ່ຈອດລົດໃນຕົວເມືອງ ນວ

ໃນວາລະດຳເນີນກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາປະຊາຊົນ ນະຄອນ ຫລວງວຽງຈັນ (ນວ) ຊຸດທີ V ໃນວັນທີ12 ພະຈິກ 2026 ນີ້, ທ່ານ ບຸນຍະວັດ ນີຣະໄຊຍ໌ ຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງ ນະຄອນຫລວງວຽງຈັນ ໄດ້ຂຶ້ນສະເໜີຮ່າງຂໍ້ຕົກລົງ ວ່າດ້ວຍການຄຸ້ມຄອງ ແລະ ການພັດທະນາສະຖານທີ່ຈອດລົດ ໃນຕົວເມືອງ ນວ.

ຫລັງຈາກນັ້ນ ບັນດາສະມາຊິກສະພາປະຊາຊົນ ນວ ໄດ້ສຸມໃສ່ປະກອບຄຳເຫັນໃສ່ຮ່າງຂໍ້ຕົກລົງດັ່ງກ່າວ ຊຶ່ງໂດຍລວມແລ້ວແມ່ນເຫັນດີເປັນເອກະພາບ ຕໍ່ໂຄງສ້າງ ແລະ ເນື້ອໃນ, ແຕ່ຍັງມີສະມາຊິກສະພາປະຊາຊົນ ນວ ບາງເຂດເລືອກຕັ້ງ ສະເໜີໃຫ້ປັບປຸງບາງເນື້ອໃນຢູ່ບາງໝວດ, ບາງມາດຕາ. ຫລັງຈາກນັ້ນ, ກໍໄດ້ພ້ອມກັນລົງຄະແນນສຽງ ຮັບຮອງເອົາຂໍ້ຕົກລົງສະບັບດັ່ງກ່າວ ດ້ວຍຄະແນນສຽງເຫັນດີເປັນສ່ວນຫລາຍ.
ຂໍ້ຕົກລົງວ່າດ້ວຍການຄຸ້ມຄອງ ແລະ ການພັດທະນາສະຖານທີ່ຈອດລົດ ໃນຕົວເມືອງ ນວ ປະ ກອບມີ 11 ໝວດ 45 ມາດຕາ ໂດຍໄດ້ກໍານົດຫລັກການ, ລະບຽບການ, ມາດຕະການ ກ່ຽວກັບການຄຸ້ມຄອງ, ການພັດທະນາ ແລະ ການບໍລິການສະຖານທີ່ຈອດລົດ ແບບລວມສູນ ແລະ ທັນສະໄໝ ໃນນະຄອນຫລວງວຽງຈັນ. ຂໍ້ຕົກລົງສະບັບນີ້, ສ້າງຂຶ້ນແນໃສ່ແກ້ໄຂບັນຫາການຈອດລົດ ບໍ່ຖືກລະບຽບ, ຫລຸດຜ່ອນຄວາມແອອັດ ແລະ ອຸບັດເຫດຕາມທ້ອງຖະໜົນ, ສົ່ງເສີມການມີສ່ວນຮ່ວມ ຂອງສັງຄົມ ໃນການພັດທະນາພື້ນຖານໂຄງລ່າງສະຖານທີ່ຈອດລົດ ສ້າງເປັນແຫລ່ງລາຍຮັບ ມອບເຂົ້າງົບປະມານແຫ່ງລັດ ເພື່ອໃຊ້ເຂົ້າໃນການບຳລຸງຮັກສາລະບົບຂົນສົ່ງສາທາລະນະ, ການບໍລິການລົດເມດ່ວນ, ການປະດັບປະດາ, ອານາໄມ ແລະ ການບໍລິການຕົວເມືອງ ເພື່ອປະກອບສ່ວນຊຸກຍູ້ການພັດທະນາເສດຖະ ກິດ-ສັງຄົມ ຂອງນະຄອນຫລວງວຽງຈັນ ໃຫ້ຂະຫຍາຍຕົວຢ່າງຕໍ່ເນື່ອງ.

ການຄຸ້ມຄອງສະຖານທີ່ຈອດລົດ ແມ່ນການຄຸ້ມຄອງບໍລິຫານຢ່າງເປັນລະບົບ ຕໍ່ກັບສະຖານ ທີ່ຈອດລົດ ເພື່ອຮັບປະກັນ ໃຫ້ແກ່ການບໍລິການ, ບໍລິຫານ ແລະ ນໍາໃຊ້ ສະຖານທີ່ຈອດລົດ ໃຫ້ເປັນໄປຕາມລະບຽບ ແລະ ມາດຕະຖານເຕັກນິກທີ່ກຳນົດໄວ້ ແລະ ສອດຄ່ອງກັບແຜນຜັງພັດທະນາພື້ນ ຖານໂຄງລ່າງຕົວເມືອງ. ໃນຂະນະທີ່ ການພັດທະນາສະຖານທີ່ຈອດລົດ ແມ່ນການປັບປຸງ, ຂະຫຍາຍ, ຍົກລະດັບມາດຕະຖານເຕັກນິກ, ພັດທະນາໂຄງລ້າງພື້ນຖານ ແລະ ການບໍລິການສະຖານທີ່ຈອດລົດ ໂດຍການນໍາໃຊ້ເຕັກໂນໂລຊີ ທີ່ທັນສະໄໝ ເພື່ອເພີ່ມປະສິດທິພາບໃນການບໍລິການ.
ຂ່າວ: ທະນູທອງ
ພາບ: ວາລະສານ ນວ
ຂ່າວນີ້ມີປະໂຫຍດບໍ່?
ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້





