
ການຮ່ວມມື ແມ່ນ້ຳຂອງ-ສ.ເກົາຫລີ ຕ້ອງສວມບົດບາດນຳໜ້າ ໃນການຫັນເປັນ ດີຈີຕອນ-ນະວັດຕະກຳ

ວິທະຍຸກະຈ່າຍສຽງ ຫວຽດນາມ, ວັນທີ 16 ພະຈິກ, ຢູ່ນະຄອນຫລວງ ມານີລາຂອງປະເທດຟີລິບປິນ, ໃນຂອບເຂດ ກອງປະຊຸມ ສຸດຍອດ ອາຊຽນ ຄັ້ງທີ 49 ແລະ ບັນດາກອງປະຊຸມຂັ້ນສູງ ທີ່ກ່ຽວຂ້ອງ, ທ່ານ ເລມິງຮຶງ ນາຍົກລັດຖະມົນຕີຫວຽດນາມ ເຂົ້າຮ່ວມ ກອງປະຊຸມສຸດຍອດ ແມ່ນ້ຳຂອງ-ສ.ເກົາຫລີ ຄັ້ງທີ 3. ໃນກອງປະຊຸມຄັ້ງນີ້, ທ່ານ ເລມິງຮຶງ ໃຫ້ຮູ້ວ່າ:ສສ ຫວຽດນາມ ໄດ້ປະສານສົມທົບກັບ ສ.ເກົາຫລີ ແລະ ບັນດາປະເທດແມ່ນ້ຳຂອງ ຢ່າງແໜ້ນແຟ້ນເພື່ອແນໃສ່ ເພີ່ມທະວີ ການເຊື່ອມຕໍ່ ວິສາຫະກິດ, ຈັດຕັ້ງເວທີປາໄສ ຮ່ວມມື ແມ່ນ້ຳຂອງ – ສ.ເກົາຫລີ ຄັ້ງທີ 1 ແລະຍົກສູງຄວາມຮັບຮູ້ກ່ຽວກັບ ຊັບພະຍາກອນນ້ຳ; ເນັ້ນໜັກການພົວພັນ ຄູ່ຮ່ວມມື ຕ້ອງຊ່ວຍບັນດາປະເທດ ສະມາຊິກປັບປຸງຄວາມສາມາດ ສ້າງຄວາມເຂັ້ມແຂງ ດ້ວຍຕົນເອງ ແລະສ້າງບັນດາກຳລັງຜັກດັນ ເຕີບໂຕໃໝ່.ໃນວັນດຽວກັນ, ກ່າວຄຳເຫັນ ທີ່ການພົບປະກັບ ທ່ານ ນາງ ຄຣິສຕາລິນາ ເກອໍກີເອວາ (Kristalina Georgieva) ຜູ້ອຳນວຍການໃຫຍ່ ກອງທຶນເງິນຕາສາກົນ (IMF), ທ່ານ ເລມິງຮຶງ ປາດຖະໜາວ່າ IMF ສືບຕໍ່ເພີ່ມທະວີ ການໂອ້ລົມສົທະນາ, ແບ່ງປັນບົດຮຽນ ປະສົບການ, ຍົກອອກບັນດາຂໍ້ສະເໜີແນະ ທີ່ເໝາະສົມກັບ ເງື່ອນໄຂຕົວຈິງ ແລະບຸລິມະສິດພັດທະນາ ຂອງແຕ່ລະປະເທດ, ໃນນັ້ນມີ ສສ ຫວຽດນາມ. ສຳລັຍ ການພົບປະກັບ ທ່ານ ອະນຸທິນ ຊານວີຣະກຸນ (Anutin Charnvirakul) ນາຍົກລັດຖະມົນຕີ ໄທ, ທ່ານ ເລມິງຮຶງສະເໜີ ສອງຝ່າຍ ສືບຕໍ່ຮັກສາການແລກປ່ຽນ, ພົບປະຂັ້ນສູງ, ຜັນຂະຫຍາຍ ໂຄງການກະທຳ ກ່ຽວກັບ ການພົວພົນຄູ່ຮ່ວມມື ຍຸດທະສາດຮອບດ້ານ ໄລຍະ 2026 – 2030 ຢ່າງມີປະສິດທິຜົນ; ສະເໜີສອງຝ່າຍ ເພີ່ມທະວີການຕິດພັນ ສອງພື້ນຖານ ເສດຖະກິດ ບົນພື້ນຖານເສີມຂະຫຍາຍທ່າແຮງ ແລະ ຄວາມຕ້ອງການຂອງແຕ່ລະປະເທດ, ຊຸກຍູ້ການເຊື່ອມຕໍ່ ລະບົບຕ່ອງໂສ້ ການສະໜອງ ແລະ ການຜະລິດໃນບັນດາຂົງເຂດ ກະສິກຳທັນສະໄໝ, ພະລັງງານ, ປີໂຕເຄມີ, ເອເລັກໂຕນິກ, ການເງິນ ແລະ ການບໍລິການ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
ຂ່າວນີ້ມີປະໂຫຍດບໍ່?
ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້












