ວັນອັງຄານ ທີ 24 ພະຈິກ 2026ອັບເດດລ່າສຸດ 20:09ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

4 ປະເທດຮຽກຮ້ອງ ອິດສະຣາແອນ ເລັ່ງເປີດທາງຊ່ວຍ ໃນການເຂົ້າເຖິງເຂດກາຊາ

ໂດຍ Mahaxan
· 7 ມື້ ກ່ອນອ່ານ 1 ນາທີ2 ຄັ້ງ
4 ປະເທດຮຽກຮ້ອງ ອິດສະຣາແອນ ເລັ່ງເປີດທາງຊ່ວຍ ໃນການເຂົ້າເຖິງເຂດກາຊາ
ADadvertisement
ADadvertisement
ADadvertisement
4 ປະເທດຮຽກຮ້ອງ ອິດສະຣາແອນ ເລັ່ງເປີດທາງຊ່ວຍ ໃນການເຂົ້າເຖິງເຂດກາຊາ

ສຳນັກຂ່າວຊິນຮວາ,  ວັນທີ 16 ພະຈິກ, ລັດຖະບານ ອົດສະຕຣາລີ, ການາດາ, ອີຕາລີ ແລະ ອັງກິດ ໄດ້ຮຽກຮ້ອງໃຫ້ ອິດສະຣາແອນ ເປີດທາງໃຫ້ການຊ່ວຍເຫລືອ ທີ່ຈຳເປັນ ໃນການ ເຂົ້າສູ່ ເຂດກາຊາ ໂດຍທັນທີ ພ້ອມທັງລະບຸວ່າ ສະຖານະການ ດ້ານມະນຸດສະທຳ ໃນພື້ນທີ່ ດັ່ງກ່າວ ແມ່ນຢູ່ໃນຂັ້ນຮຸນແຮງ.

ລັດຖະມົນຕີ ກະຊວງ ການຕ່າງປະເທດ ຂອງ ທັງ 4 ປະເທດ ໄດ້ລະບຸ ໃນຖະແຫລງການຮ່ວມວ່າ:ປະຊາຊົນໃນເຂດກາຊາ ພວມຕ້ອງການ ທີ່ ພັກອາໄສ ແລະ ຄວາມຊ່ວຍເຫລືອ ດ້ານມະນຸດສະທຳ ຢ່າງຮີບດ່ວນ ໃນຂະນະທີ່ລະດູໜາວ ພວມກ້າວ ເຂົ້າມາ. ໂດຍສະຖານະການນີ້ ສາມາດ ແກ້ໄຂໃຫ້ ຫລຸດຜ່ອນລົງໄດ້ ທັງໝົດ ແລະ ຍັງຄົງມີເວລາທີ່ ຈະດຳເນີນການ ກ່ອນທີ່ລະດູໜາວ ຈະມາເຖິງ ຢ່າງເຕັມທີ່. ດັ່ງນັ້ນ ຈຶ່ງຮຽກຮ້ອງໃຫ້ ລັດຖະບານ ອິດສະຣາແອນ ເປີດທາງໃຫ້ ການຊ່ວຍເຫລືອ ດ້ານມະນຸດສະທຳ ໃນການເຂົ້າເຖິງ ເຂດກາຊາ ຢ່າງວ່ອງໄວ ແລະ ປາສະຈາກອຸປະສັກໃດໆ./

 

ADadvertisement
ADadvertisement
ADadvertisement

ADadvertisement
ADadvertisement
ADadvertisement

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວຕ່າງປະເທດ
ມື້ນີ້ · ຂໍ້ມູນສົດ ວັນອັງຄານ 24 ພະຈິກ 2026 · ຂຶ້ນ 15 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່