
ຈີນເລັ່ງແກ້ວິກິດສັງຄົມສູງອາຍຸ-ເດັກເກີດໃໝ່ທີ່ຫຼຸດລົງ ຕັ້ງເປົ້າປີ 2030 ຍົກລະດັບສູນດູແລຜູ້ສູງອາຍຸ ແລະ ຂະຫຍາຍບໍລິການດູແລເດັກ

ຈີນກຳລັງເລັ່ງປັບປຸງລະບົບສະຫວັດດີການສັງຄົມ ເພື່ອຮອງຮັບຈຳນວນຜູ້ສູງອາຍຸທີ່ເພີ່ມຂຶ້ນ ແລະ ອັດຕາການເກີດລູກທີ່ຫຼຸດລົງ ໂດຍກຳນົດເປົ້າໝາຍພາຍໃນປີ 2030 ໃຫ້ມີການຂະຫຍາຍສູນດູແລຜູ້ສູງອາຍຸ ພ້ອມທັງເພີ່ມບໍລິການດູແລເດັກນ້ອຍໃຫ້ຄອບຄຸມຫຼາຍພື້ນທີ່ທົ່ວປະເທດ.

ຕາມລາຍງານຂອງສຳນັກຂ່າວຕ່າງປະເທດ ລະບຸວ່າ ລັດຖະບານຈີນໄດ້ວາງແຜນຍົກລະດັບລະບົບດູແລຜູ້ສູງອາຍຸ ໂດຍຕັ້ງເປົ້າໃຫ້ສັດສ່ວນຕຽງດູແລທີ່ມີບຸກຄະລາກອນທາງການແພດ ແລະ ການພະຍາບານຮອງຮັບ ເພີ່ມເປັນ 73% ຂອງຕຽງດູແລທັງໝົດພາຍໃນປີ 2030.
ນອກຈາກນີ້ ຍັງມີແຜນຂະຫຍາຍສູນດູແລຜູ້ສູງອາຍຸໃນລະດັບຊຸມຊົນ ໃຫ້ຄອບຄຸມປະມານ 70% ແລະ ປັບປຸງສູນດູແລຜູ້ສູງອາຍຸຂອງລັດທີ່ມີຢູ່ເກົ່າປະມານ 2,000 ແຫ່ງ ເພື່ອເພີ່ມຄວາມພ້ອມໃນການໃຫ້ບໍລິການ.
ສ່ວນດ້ານການດູແລເດັກນ້ອຍ ຈີນມີແຜນຂະຫຍາຍສູນບໍລິການດູແລເດັກໃຫ້ຄອບຄຸມທຸກເມືອງລະດັບແຂວງ ພ້ອມຕັ້ງເປົ້າເພີ່ມອັດຕາການເຂົ້າເຖິງບໍລິການດູແລເດັກອາຍຸຕ່ຳກວ່າ 3 ປີ ອີກ 6 ຈຸດສ່ວນຮ້ອຍ ທຽບກັບລະດັບໃນປີ 2025.
ການປັບປຸງດັ່ງກ່າວເກີດຂຶ້ນທ່າມກາງຄວາມທ້າທາຍດ້ານໂຄງສ້າງປະຊາກອນຂອງຈີນ ຫຼັງຈາກຈຳນວນປະຊາກອນຫຼຸດລົງຕໍ່ເນື່ອງ ຂະນະທີ່ຈຳນວນຜູ້ສູງອາຍຸເພີ່ມຂຶ້ນ ແລະ ຈຳນວນເດັກເກີດໃໝ່ຫຼຸດລົງ.
ສະຖານະການນີ້ກຳລັງສ້າງຄວາມກົດດັນຕໍ່ລະບົບສາທາລະນະສຸກ ລະບົບບຳນານ ແລະຕະຫຼາດແຮງງານ ເນື່ອງຈາກຈຳນວນຄົນໄວເຮັດວຽກມີແນວໂນ້ມຫຼຸດລົງ ຂະນະທີ່ຄວາມຕ້ອງການດ້ານການດູແລສຸຂະພາບ ແລະ ສະຫວັດດີການສຳລັບຜູ້ສູງອາຍຸເພີ່ມຂຶ້ນ.
ການຂະຫຍາຍບໍລິການດູແລເດັກກໍເປັນອີກມາດຕະການໜຶ່ງທີ່ມຸ່ງຫຼຸດພາລະຄ່າໃຊ້ຈ່າຍໃນການລ້ຽງດູລູກ ແລະ ຊ່ວຍໃຫ້ຄອບຄົວສາມາດເຂົ້າເຖິງບໍລິການດູແລເດັກໄດ້ສະດວກຂຶ້ນ.
ທັງນີ້ ແຜນການຂອງຈີນມີເປົ້າໝາຍເພື່ອສ້າງລະບົບສະຫວັດດີການທີ່ຮອງຮັບປະຊາກອນທຸກຊ່ວງໄວ ທັງຜູ້ສູງອາຍຸ ແລະ ເດັກນ້ອຍ ໂດຍກຳນົດໃຫ້ປີ 2030 ເປັນເປົ້າໝາຍສຳຄັນໃນການຍົກລະດັບບໍລິການດູແລສັງຄົມຂອງປະເທດ.
ທີ່ມາ: channelnewsasia/Reuters
ຂ່າວນີ້ມີປະໂຫຍດບໍ່?
ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້
ອ່ານຕໍ່







