
ອິນເດຍສັ່ງກວດນ້ຳດື່ມທຸກແບຣນທົ່ວປະເທດ ຫຼັງພົບຕົວຢ່າງນ້ຳຍີ່ຫໍ້ດັງ ບໍ່ປອດໄພ

ອົງການຄວາມປອດໄພດ້ານອາຫານຂອງອິນເດຍ ກຽມກວດສອບນ້ຳດື່ມບັນຈຸຂວດທຸກແບຣນ ຫຼັງພົບຕົວຢ່າງນ້ຳຂອງ Bisleri ແບຣນນ້ຳດື່ມລາຍໃຫຍ່ ບໍ່ຜ່ານເກນຄວາມປອດໄພ ແລະ ກວດພົບສານທີ່ອາດເປັນອັນຕະລາຍຕໍ່ສຸຂະພາບ.

ອົງການກຳກັບດູແລຄວາມປອດໄພດ້ານອາຫານຂອງອິນເດຍ ກວດພົບຕົວຢ່າງນ້ຳດື່ມບັນຈຸຂວດຂອງບໍລິສັດ ບິສເລີຣີ ອິນເຕີເນຊັນແນລ (Bisleri International) ບໍ່ປອດໄພຕໍ່ການບໍລິໂພກ ເຊິ່ງສ້າງຄວາມເສຍຫາຍຕໍ່ຄວາມເຊື່ອໝັ້ນໃນແບຣນນ້ຳດື່ມລາຍໃຫຍ່ ແລະ ເປັນທີ່ຮູ້ຈັກຫຼາຍທີ່ສຸດຂອງປະເທດ ຂະນະທີ່ແຫຼ່ງຂ່າວຈາກລັດຖະບານເປີດເຜີຍວ່າ ທາງການກຽມກວດສອບຕົວຢ່າງນ້ຳດື່ມຈາກທຸກບໍລິສັດທົ່ວປະເທດ.
ແຫຼ່ງຂ່າວລະບຸວ່າ ສຳນັກງານຄວາມປອດໄພ ແລະ ມາດຕະຖານອາຫານແຫ່ງອິນເດຍ (FSSAI) ມີແຜນກວດສອບຕົວຢ່າງນ້ຳຂອງບິສເລີຣີເພີ່ມເຕີມຈາກທົ່ວປະເທດ ລວມທັງຜະລິດຕະພັນຂອງບໍລິສັດອື່ນໆ ນຳ ຫຼັງພົບບັນຫາດ້ານຄວາມປອດໄພໃນຕົວຢ່າງນ້ຳດື່ມດັ່ງກ່າວ.
ບິສເລີຣີແຂ່ງຂັນໃນຕະຫຼາດນ້ຳດື່ມບັນຈຸຂວດຂອງອິນເດຍກັບແບຣນ ອາຄວາຟີນາ (Aquafina) ຂອງເປັບຊີໂຄ ແລະ ຄິນລີ (Kinley) ຂອງໂຄຄາ-ໂຄລາ ໂດຍຕະຫຼາດນ້ຳດື່ມບັນຈຸຂວດຂອງອິນເດຍມີມູນຄ່າປະມານ 3,600 ລ້ານໂດລາສະຫະລັດໃນປີ 2025 ຕາມຂໍ້ມູນຈາກ Persistence Market Research.
ບໍລິສັດບິສເລີຣີອອກຖະແຫຼງການວ່າ ຄວາມປອດໄພຂອງນ້ຳດື່ມເປັນສິ່ງສຳຄັນອັນດັບທຳອິດຂອງບໍລິສັດ ແລະ ມີມາດຕະການຄວບຄຸມຄຸນນະພາບຢ່າງເຂັ້ມງວດ ພ້ອມຢືນຢັນວ່າຈະໃຫ້ຄວາມຮ່ວມມືກັບອົງການກຳກັບດູແລ.
ບິສເລີຣີເປັນແບຣນນ້ຳດື່ມທີ່ເປີດຕົວໃນອິນເດຍເມື່ອປີ 1965 ແລະ ກາຍເປັນແບຣນທີ່ຜູ້ບໍລິໂພກຮູ້ຈັກຢ່າງແຜ່ຫຼາຍ ເນື່ອງຈາກບັນຫາຄຸນນະພາບນ້ຳໃນຫຼາຍພື້ນທີ່ ເຮັດໃຫ້ປະຊາຊົນ ແລະ ນັກທ່ອງທ່ຽວມັກເລືອກຊື້ນ້ຳດື່ມບັນຈຸຂວດເພື່ອບໍລິໂພກທັງຢູ່ເຮືອນ ແລະ ຮ້ານອາຫານ.
ແຫຼ່ງຂ່າວຈາກລັດຖະບານອີກຄົນໜຶ່ງເປີດເຜີຍວ່າ ນ້ຳດື່ມລັອດທີ່ກ່ຽວຂ້ອງກັບຕົວຢ່າງທີ່ກວດພົບບັນຫາໄດ້ຖືກເອີ້ນຄືນແລ້ວ ແລະ ຜົນການກວດສອບຜະລິດຕະພັນໃນລັອດຖັດມາພົບວ່າບໍ່ມີບັນຫາດ້ານຄຸນນະພາບນ້ຳ.
ສຳນັກງານ FSSAI ລະບຸຜ່ານໂພສເທິງສື່ສັງຄົມອອນລາຍເມື່ອວັນອາທິດທີ 22 ພະຈິກວ່າ ຕົວຢ່າງນ້ຳທີ່ເກັບຈາກສະຖານປະກອບການຂອງບິສເລີຣີບໍ່ຜ່ານເກນທີ່ກຳນົດກ່ຽວກັບສານໂບຣເມດ (Bromate) ເຊິ່ງເປັນສານເຄມີທີ່ອາດເກີດຂຶ້ນເປັນຜົນພອຍໄດ້ຈາກຂະບວນການຂ້າເຊື້ອບາງປະເພດ.
ຢ່າງໃດກໍຕາມ ຫຼັງບໍລິສັດບິສເລີຣີອຸທອນຜົນການກວດສອບ ອົງການກຳກັບດູແລຍັງຄົງຢືນຢັນວ່າຕົວຢ່າງດັ່ງກ່າວບໍ່ປອດໄພ ແຕ່ລະບຸຜົນກວດເພີ່ມເຕີມວ່າພົບສານໄຮໂດຣຄາບອນອະໂຣມາຕິກຫຼາຍວົງ ຫຼື PAHs (Polynuclear Aromatic Hydrocarbons) ແທນ.
ສານ PAHs ເປັນກຸ່ມສານທີ່ໜ້າກັງວົນຕໍ່ສຸຂະພາບຂອງປະຊາຊົນ ເນື່ອງຈາກມີຄຸນສົມບັດເປັນພິດ ສາມາດກໍ່ໃຫ້ເກີດການກາຍພັນ ແລະ ມີຄວາມສ່ຽງຕໍ່ການກໍ່ມະເຮັງ ຕາມຂໍ້ມູນຈາກງານວິໄຈທີ່ເຜີຍແຜ່ເມື່ອປີທີ່ແລ້ວໃນຖານຂໍ້ມູນ PubMed ຂອງຫໍສະໝຸດແພດສາດແຫ່ງຊາດສະຫະລັດ.
ສ່ວນສານໂບຣເມດ ຫາກໄດ້ຮັບໃນປະລິມານສູງ ອາດສົ່ງຜົນໃຫ້ເກີດບັນຫາກ່ຽວກັບໝາກໄຂ່ຫຼັງ ແລະ ການສູນເສຍການໄດ້ຍິນ ຕາມຂໍ້ມູນຈາກກະຊວງສາທາລະນະສຸກລັດນິວຢອກ ຢ່າງໃດກໍຕາມ ກໍລະນີທີ່ມີລາຍງານຜົນກະທົບດັ່ງກ່າວເປັນການໄດ້ຮັບສານໃນລະດັບສູງກວ່າມາດຕະຖານນ້ຳດື່ມຫຼາຍພັນເທົ່າ.
ບິສເລີຣີຊີ້ແຈງວ່າ ຕົວຢ່າງນ້ຳທີ່ເກັບຈາກໂຮງງານໃນລັດກົວເມື່ອປີທີ່ຜ່ານມາ ພົບສານໂບຣເມດ 12 ໄມໂຄຣກຣາມຕໍ່ລິດ ສູງກວ່າຄ່າມາດຕະຖານທີ່ກຳນົດໄວ້ 10 ໄມໂຄຣກຣາມຕໍ່ລິດ ແຕ່ຜົນການກວດສອບເພີ່ມເຕີມຈາກຫ້ອງປະຕິບັດການອິດສະຫຼະທີ່ບໍລິສັດຈັດໃຫ້ກວດສອບ ພົບວ່າສານດັ່ງກ່າວຢູ່ໃນລະດັບທີ່ເປັນໄປຕາມມາດຕະຖານ.
ທັງນີ້ ອົງການກຳກັບດູແລອາຫານຂອງອິນເດຍໄດ້ເພີ່ມຄວາມເຂັ້ມງວດໃນການກວດສອບ ແລະ ດຳເນີນການກັບແບຣນສິນຄ້າລາຍໃຫຍ່ໃນປີນີ້ ໂດຍກ່ອນໜ້ານີ້ເມື່ອເດືອນກັນຍາ ຍັງໄດ້ດຳເນີນການທາງກົດໝາຍກັບບໍລິສັດເນສເລ່ ຫຼັງພົບຕົວຢ່າງຜະລິດຕະພັນອາຫານສຳລັບເດັກບໍ່ເປັນໄປຕາມມາດຕະຖານເຊັ່ນກັນ.
ທີ່ມາ: channelnewsasia
ຂ່າວນີ້ມີປະໂຫຍດບໍ່?
ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້
ອ່ານຕໍ່







