ວັນຈັນ ທີ 23 ພະຈິກ 2026ອັບເດດລ່າສຸດ 15:58ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ສານຕັດສິນຈໍາຄຸກຕະຫຼວດຊີວິດ ອະດີດຜູ້ອຳນວຍການໃຫຍ່ພະນັກງານລັດວິສາຫະກິດໄຟຟ້າລາວ ຂໍ້ຫາສໍ້ລາດບັງຫຼວງ ຜົນເສຍຫາຍ 31.200.000 ກວ່າໂດລາ

ໂດຍ Jenjila
· 10 ນາທີ ກ່ອນອ່ານ 5 ນາທີ1 ຄັ້ງ
ສານຕັດສິນຈໍາຄຸກຕະຫຼວດຊີວິດ ອະດີດຜູ້ອຳນວຍການໃຫຍ່ພະນັກງານລັດວິສາຫະກິດໄຟຟ້າລາວ ຂໍ້ຫາສໍ້ລາດບັງຫຼວງ ຜົນເສຍຫາຍ 31.200.000 ກວ່າໂດລາ
ADadvertisement
ADadvertisement
ADadvertisement

ໃນວັນທີ 23 ພະຈິກ 2026, ທ່ານ ນາງ ລິນດາມອນ ສີດາພອນ ຮັກສາການ ຫົວໜ້າຫ້ອງການສານປະຊາຊົນນະຄອນຫຼວງວຽງຈັນ ໄດ້ຖະແຫຼງການກ່ຽວກັບການຕັດສິນຄະດີ ການສໍ້ລາດບັງຫຼວງ 2 ຈຳເລີຍ ເປັນອະດີດພະນັກງານລັດວິສາຫະກິດໄຟຟ້າລາວ ເຊິ່ງມີເນື້ອໃນດັ່ງນີ້:

ສານຕັດສິນຈໍາຄຸກຕະຫຼວດຊີວິດ ອະດີດຜູ້ອຳນວຍການໃຫຍ່ພະນັກງານລັດວິສາຫະກິດໄຟຟ້າລາວ ຂໍ້ຫາສໍ້ລາດບັງຫຼວງ ຜົນເສຍຫາຍ 31.200.000 ກວ່າໂດລາ

ໃນວັນທີ 20 ພະຈິກ 2026 ຄະນະສານອາຍາຂອງສານປະຊາຊົນນະຄອນຫຼວງວຽງຈັນ ໄດ້ນໍາເອົາຄະດີ ການສໍ້ລາດບັງຫຼວງ ອອກມາພິຈາລະນາ 1 ເລື່ອງ, ເຊິ່ງມີຈໍາເລີຍຈໍານວນ 2 ຄົນ ຄື:

+ ທ້າວ ສີສະຫວາດ ທີຣາວົງ ອາຍຸ 67 ປີ, ອະດີດ ຜູ້ອໍານວຍການໃຫຍ່ ລັດວິສາຫະກິດໄຟຟ້າລາວ, ປັດຈຸບັນຢູ່ບ້ານສີສະຫວາດ ເມືອງຈັນທະບູລີ ນະຄອນ ຫຼວງວຽງຈັນ ( ຈໍາເລີຍ 1 ).

ສານຕັດສິນຈໍາຄຸກຕະຫຼວດຊີວິດ ອະດີດຜູ້ອຳນວຍການໃຫຍ່ພະນັກງານລັດວິສາຫະກິດໄຟຟ້າລາວ ຂໍ້ຫາສໍ້ລາດບັງຫຼວງ ຜົນເສຍຫາຍ 31.200.000 ກວ່າໂດລາ · ຮູບທີ 2

+ ທ້າວ ຄໍາ ມິ່ງບຸບຜາ ອາຍຸ 57 ປີ ອະດີດຫົວໜ້າຫ້ອງການສຶກສາສໍາຫຼວດ-ອອກແບບສາຍສົ່ງ ລັດວິສາຫະກິດໄຟຟ້າລາວ, ປັດຈຸບັນຢູ່ບ້ານສີຊົມຊື່ນ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ( ຈໍາເລີຍ 2 )

ສານຕັດສິນຈໍາຄຸກຕະຫຼວດຊີວິດ ອະດີດຜູ້ອຳນວຍການໃຫຍ່ພະນັກງານລັດວິສາຫະກິດໄຟຟ້າລາວ ຂໍ້ຫາສໍ້ລາດບັງຫຼວງ ຜົນເສຍຫາຍ 31.200.000 ກວ່າໂດລາ · ຮູບທີ 3

ທັງສອງຖືກຫາວ່າ: ການສໍ້ລາດບັງຫຼວງ, ການຟອກເງິນ ແລະ ການປອມແປງເອກະສານ ຫຼື ນໍາໃຊ້ເອກະສານປອມ ຖືກກັກຕົວວັນທີ 25 ກໍລະກົດ 2025.

ໃນປີ 2013 ພວກຈໍາເລີຍ ໄດ້ຈົງໃຈນໍາສະເໜີໂຄງການກໍ່ສ້າງສາຍສົ່ງ 230 ກິໂລວັດ ທ່າວຽງ-ຫຼັກ20, 115 ກິໂລວັດ ນໍ້າໄຜ່-ທົ່ງຄູນ 2 ຕາມໜັງສືສະເໜີ ເພື່ອຂໍອະນຸຍາດໃຫ້ພາກສ່ວນຕ່າງໆອໍານວຍຄວາມສະດວກກ່ຽວກັບໂຄງການດັ່ງກ່າວ ເຊັ່ນ: ການຮັບຮອງເອົາແຜນນໍາເຂົ້າອຸປະກອນໄຟຟ້າ (Master List) ເພື່ອຮັບໃຊ້ໂຄງການ ທັງທີ່ວ່າ ໂຄງການດັ່ງກ່າວ ຍັງບໍ່ທັນໄດ້ສືກສາຄວາມເປັນໄປໄດ້ຂອງໂຄງການ, ບໍ່ມີແບບກໍ່ສ້າງ, ບໍ່ມີບ່ອນອີງໃນການຄິດໄລ່ບໍລິມາດວຽກ ແລະ ຫົວໜ່ວຍລາຄາ, ແຕ່ພວກຈໍາເລີຍ ກໍຍັງສະເໜີເອົາອຸປະກອນໄຟຟ້າເຂົ້າແຜນນໍາເຂົ້າ (Master List) ແລະ ນໍາເຂົ້າຈໍານວນຫຼວງຫຼາຍ ເປັນຕົ້ນແມ່ນ ສາຍໄຟຟ້າ ຕາມແຜນນໍາເຂົ້າ (Master List) ຂອງໂຄງການກໍ່ສ້າງສາຍສົ່ງ 230 ກວ ທ່າວຽງ-ຫຼັກ20 ຈໍານວນ 3,546 ໂຕນ ເປັນເງິນ 20,517,439.68 ໂດລາສະຫະລັດ (ຊາວລ້ານຫ້າແສນໜຶ່ງ ໝື່ນເຈັດພັນສີ່ຮ້ອຍສາມສິບເກົ້າຈຸດຫົກສິບແປດເຊັນ ໂດລາສະຫະລັດ) ຕາມ (BOQ) ແມ່ນ 2,800 ໂຕນ ເປັນເງິນຈໍານວນ 16,201,024 ໂດລາສະຫະລັດ ແຕ່ກໍ່ສ້າງຕົວຈິງມີພຽງແຕ່ 1,942 ໂຕນ ເປັນເງິນຈໍານວນ 11,236,567.36 ໂດລາສະຫະລັດ, ຊຶ່ງຜິດດ່ຽງ 1,604 ໂຕນ ເປັນເງິນຈໍານວນ 9,280,872.32 ໂດລາສະຫະລັດ.

ຈາກນັ້ນ ພວກຈໍາເລີຍ ໄດ້ຮ່ວມກັນດັດແກ້ມູນຄ່າໂຄງການດັ່ງກ່າວຂຶ້ນເປັນຈໍານວນ 198,827,000 ໂດລາສະຫະລັດ ເພື່ອໃຫ້ໄດ້ເງິນຝາກກູ້ເຂົ້າມາຕື່ມອີກ ໂດຍໄດ້ດັດແກ້ສັນຍາເພີ່ມເປັນຈໍານວນ 159,671,381 ໂດລາສະຫະລັດ (ຈາກສັນຍາເດີມ ມູນຄ່າ 155,073,328.41 ໂດລາສະຫະລັດ ແລະ ໄດ້ນໍາເອົາເງິນຝາກກູ້ເຂົ້າມາ ຈໍານວນ 43,755,618 ໂດລາສະຫະລັດ; ໃນນີ້ ຈ່າຍເຂົ້າໃນສັນຍາດັດແກ້ ຈໍານວນ 4,600,000 ໂດລາສະຫະລັດ ແລະ ຈ່າຍແກ້ໄຂສະພາບຄ່ອງ ໄຟຟ້າລາວ ຈໍານວນ 39,155,618.94 ໂດລາສະຫະລັດ.

ມາໃນວັນທີ 1/12/2014 ພວກຈໍາເລີຍ ໄດ້ເຊັນສັນຍາ EPC ກັບ ບໍລິສັດ ນໍລິນໂກ ມູນຄ່າ 198,827,000 ໂດລາສະຫະລັດ (ໜຶ່ງຮ້ອຍເກົ້າສິບແປດລ້ານແປດແສນຊາວເຈັດພັນ ໂດລາສະຫະລັດ), ແລ້ວເລີ່ມກໍ່ສ້າງໂຄງການດັ່ງກ່າວຮອດເດືອນ 05/2016 ສໍາເລັດ 42,13% ຊຶ່ງຢູ່ໃນໄລຍະທີ່ທ້າວ ສີສະຫວາດ (ຈໍາເລີຍ1) ເປັນຜູ້ອໍານວຍການໃຫຍ່ ຟຟລ ແລະ ທ້າວ ຄໍາ (ຈໍາເລີຍ2) ເປັນຫົວໜ້າການສຶກສາສໍາຫຼວດ-ອອກແບບສາຍສົ່ງ ຂອງລັດວິສາຫະກິດໄຟຟ້າລາ.

ເມື່ອຄະນະສະເພາະກິດ ໄດ້ລົງເລີກວຽກກວດກາໂຄງການດັ່ງກ່າວ ເຫັນວ່າມີມູນຄ່າພຽງ 155,073,328.41 ໂດລາສະຫະລັດ ແຕ່ກໍ່ສ້າງຕົວຈິງໄດ້ພຽງແຕ່ 123,865,693.71 ໂດລາສະຫະລັດ, ຊຶ່ງໄດ້ສ້າງຜົນເສຍຫາຍໃຫ້ລັດ ຈໍານວນ 31,207,655 ໂດລາສະຫະລັດ ຕາມບົດສະຫຼຸບຜົນການກວດກາ ສະບັບລົງວັນທີ 05/04/2023.

ຕໍ່ກັບການກະທໍາດັ່ງກ່າວຂອງພວກຈໍາເລີຍ ໄດ້ທໍາການປອມແປງ-ດັດແກ້ເອກະສານ ແລະ ທັງເປັນການສວຍໃຊ້ຖານະຕຳແໜ່ງ, ສິດອຳນາດ ແລະ ໜ້າທີ່ ເພື່ອຫາຜົນປະໂຫຍດແກ່ຕົນເອງ, ຄອບຄົວ, ຍາດພີ່ນ້ອງ ຫຼື ພັກພວກ ສະແດງອອກຄື: ຈໍາເລີຍ1 ແລະ ຈໍາເລີຍ2 ກໍຮູ້ດີວ່າ ໂຄງການກໍ່ສ້າງກໍ່ສ້າງສາຍສົ່ງ 230 ກິໂລວັດ ທ່າວຽງ-ຫຼັກ20 ແລະ 115 ກິໂລວັດ ນໍ້າໄຜ່-ທົ່ງຄູນ 2 ນັ້ນ ຍັງບໍ່ທັນໄດ້ສຶກສາຄວາມເປັນໄປໄດ້ຂອງໂຄງການ, ບໍ່ມີແບບກໍ່ສ້າງ, ບໍ່ມີບ່ອນອີງໃນການຄິດໄລ່ບໍລິມາດວຽກ ແລະ ຫົວໜ່ວຍລາຄາ ແຕ່ກໍຍັງປອມແປງເອກະສານແລ້ວນໍາສະເໜີຕໍ່ພັກ-ລັດ, ແລ້ວຈໍາເລີຍ1 ຍັງໄດ້ໃຫ້ຄອບຄົວຂອງຜູ້ກ່ຽວ ເຄື່ອນໄຫວສ້າງສັນຍາກູ້ຢືມ ຂຶ້ນເພື່ອປົກປິດແຫຼ່ງທີ່ມາຂອງເງິນທີ່ຈໍາເລີຍ1 ໄດ້ຈາກການສໍ້ລາດບັງຫລວງ ນໍາບຸກຄົນ ແລະ ນິຕິບຸກຄົນ ແລະ ຍັງໄດ້ໃຫ້ທ້າວ ຈັນທະວົງ (ອະດີດເລຂາ ຈໍາເລີຍ1 ) ໄປເປີດບໍລິສັດ ແລະ ບັນຊີທະນາຄານຕ່າງໆ ຈໍານວນ 9 ບັນຊີ ເພື່ອເຄື່ອນໄຫວຮັບເງິນຜົນປະໂຫຍດຈາກການສໍ້ລາດບັງຫຼວງ ອີງຕາມຄໍາໃຫ້ການຮັບສາລະພາບ ແລະ ຊັດທອດຂອງທ້າວ ຈັນທະວົງ (ອະດີດເລຂາຈໍາເລີຍ1), ສ່ວນທ້າວ ຄໍາ (ຈໍາເລີຍ2) ແມ່ນໄດ້ເຄື່ອນໄຫວແນະນໍາ, ສະໜອງຂໍ້ມູນ ແລະ ໃຫ້ການຊ່ວຍເຫຼືອບຸກຄົນ ແລະ ນິຕິບຸກຄົນ ທີ່ຕິດພັນກັບວຽກຜູ້ກ່ຽວ ເພື່ອຮັບຜົນປະໂຫຍດພວກກ່ຽວ, ຈາກນັ້ນ ພວກຈໍາເລີຍ ໄດ້ນໍາເອົາຊັບທີ່ໄດ້ມາໂດຍບໍ່ຖືກຕ້ອງຕາມກົດຫມາຍນັ້ນ ໄປຟອກເງິນ ດ້ວຍການຊື້ຊັບສິນຕ່າງໆເຊັ່ນ: ທີ່ດິນ, ພະຫານະ (ລົດ), ວັດຖຸທີ່ມີຄ່າ (ຄໍາຮູບປະພັນ, ຄໍາແທ່ງ, ພຣະຄໍາ) ແລະ ຍັງນໍາເງິນໄປສ້າງສິ່ງປຸກສ້າງ (ໂຮງແຮມ, ອາພັດເມັ້ນ, ເຮືອນ ແລະ ສວນ-ຣີສອດ) ແລະ ແລກປ່ຽນສະກຸນເງິນແລ້ວນໍາໄປຝາກທະນາຄານກິນດອກເບ້ຍ, ຊື້ຮຸ້ນ, ພັນທະບັດ ແລະ ນໍາໃຊ້ເຂົ້າໃນການເຄື່ອນໄຫວທຸລະກິດຂອງພວກກ່ຽວ ແລະ ຄອບຄົວ ເພື່ອປົກປິດ ແລະ ຊຸກເຊື່ອງ ແຫຼ່ງທີ່ມາຕົວຈິງຂອງຊັບ ແລະ ເງິນດັ່ງກ່າວ ເພື່ອເຮັດໃຫ້ເປັນຊັບສິນ ແລະ ເງິນດັ່ງກ່າວຖືກຕ້ອງຕາມກົດໝາຍ; ຊຶ່ງພວກຈໍາເລີຍ ໄດ້ສ້າງຜົນເສຍຫາຍໃຫ້ລັດ ຈໍານວນ 31,207,655 ໂດລາສະຫະລັດ ຕາມບົດສະຫຼຸບຜົນການກວດກາ ສະບັບລົງວັນທີ 5 ເມສາ 2023; ດັ່ງນັ້ນ ສານຈຶ່ງໄດ້ຕັດສີນພວກຈໍາເລີຍ ດັ່ງນີ້:

ລົງໂທດຕັດອິດສະລະພາບ ທ້າວ ສີສະຫວາດ ທີຣະວົງ (ຈໍາລີຍ1) ແລະ ທ້າວ ຄໍາ ມິ່ງບຸບຜາ (ຈໍາເລີຍ2) ຕະຫຼອດຊີວິດ ແລະ ປັບໃໝ ຈໍາເລີຍ1 ໜຶ່ງສ່ວນຮ້ອຍ (1%) ຂອງມູນຄ່າ 29,433,655 ໂດລາສະຫາລັດ ແລະ ປັບໃຫມ ຈໍາເລີຍ2 ໜຶ່ງສ່ວນຮ້ອຍ (1%) ຂອງມູນຄ່າ 1,774,000 ໂດລາສະຫາລັດ.

ໃຫ້ ທ້າວ ສີສະຫວາດ ທີຣາວົງ (ຈໍາເລີຍ1) ໃຊ້ແທນຄ່າເສຍຫາຍທາງແພ່ງ ມູນຄ່າ 29,433,655 ໂດລາສະຫາລັດ ແລະ ໃຫ້ທ້າວ ຄໍາ ມິ່ງບຸບຜາ (ຈໍາເລີຍ2) ມູນຄ່າ 1,774,000 ໂດລາສະຫາລັດ ຄືນໃຫ້ແກ່ລັດ.

ຮິບ ຊັບສິນ ແລະ ວັດຖຸສິ່ງຂອງ ຂອງພວກຈໍາເລີຍ ເຊັ່ນ: ເງິນໃນບັນຊີ, ຄໍາ, ທີ່ດິນ, ອາຄານ-ສິ່ງປຸກສ້າງ (ໂຮງແຮມ, ສູນກິລາ, ເຮືອນ) ແລະ ພາຫະນະ ຈໍານວນໜຶ່ງເຂົ້າເປັນຂອງລັດ.

ສົ່ງຊັບສິນ ແລະ ວັດຖຸສິ່ງຂອງ ຂອງພວກຈໍາເລີຍ ແລະ ຄອບຄົວ ທີ່ບໍ່ກ່ຽວຂ້ອງກັບການກະທໍາຜິດ ຈໍານວນໜຶ່ງ.

ໂດຍ: ບ່າວດອນຂຽວ

ຂ່າວ: ຄວາມສະຫງົບ

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວພາຍໃນ
ມື້ນີ້ · ຂໍ້ມູນສົດ ວັນຈັນ 23 ພະຈິກ 2026 · ຂຶ້ນ 14 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່