ວັນຈັນ ທີ 23 ພະຈິກ 2026ອັບເດດລ່າສຸດ 20:19ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ສສ ຫວຽດນາມ-ອາເຊັກໄບຊານ ຊຸກຍູ້ການພົວພັນ ຄູ່ຮ່ວມມືຍຸດທະສາດ

ໂດຍ Mahaxan
· 2 ຊົ່ວໂມງ ກ່ອນອ່ານ 1 ນາທີ1 ຄັ້ງ
ສສ ຫວຽດນາມ-ອາເຊັກໄບຊານ ຊຸກຍູ້ການພົວພັນ ຄູ່ຮ່ວມມືຍຸດທະສາດ
ADadvertisement
ADadvertisement
ADadvertisement

ວິທະຍຸ ກະຈ່າຍສຽງຫວຽດນາມ, ທ່ານ​ ອິລຮາມ ອາລີເຢຟ(Ilham Aliyev)ປະ​ທາ​ນາ​ທິ​ບໍ​ດີ ອາ​ເຊັກ​ໄບ​ຊານ ແລະພັນ​ລະ​ຍາ ຫາກໍ່​ສິ້ນ​ສຸດ ​ການ​ເດີນ​ທາງ​ໄປ​ຢ້ຽມ​ຢາມ ສສ ຫວຽດ​ນາມ​ຢ່າງ​ເປັນ​ທາງ​ການ ຕາມ​ຄຳ​ເຊື້​ອ​ເຊີນ​ຂອງ​ ທ່ານ​ ໂຕ​ເລິມ ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຫວຽດນາມ ແລະພັນ​ລະ​ຍາ ເນື່ອງ​ໃນ​ໂອ​ກາດ​ນີ້, ທ່ານ ນາງ ເລ​ທິ​ທູ​ຮັ່ງຮອງ​ລັດ​ຖະ​ມົນ​ຕີ​ ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມໄດ້ຕອບ​ສະ​ພາບຕໍ່​ ສື່ມວນ​ຊົນ​ ກ່ຽວ​ກັບ ​ໝາກ​ຜົນ ​ຂອງ​ການ​ຢ້ຽມ​ຢາມ. ຈາກນັ້ນ ທ່ານ ນາງ ເລ​ທິ​ທູ​ຮັ່ງ,ຮອງ​ລັດ​ຖະ​ມົນ​ຕີ ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດນາມ ຢັ້ງ​ຢືນ​ວ່າ:ການ​ຢ້ຽມ​ຢາມ ​ສ້າງ​ກຳ​ລັງ​ໜູນ ​ເພື່ອ​ຫັນ​ບັນ​ດາ​ຄຳ​ໝັ້ນ​ສັນ​ຍາ​ຂັ້​ນ​ສູງ ​ເປັນ​ລະ​ອຽດແລະ ເປີດ​ແງ່​ຫວັງ ​ເຊື່ອມ​ຕໍ່​ ຢ່າງ​ກ້​ວາງ​ຂວາງກວ່າ. ສສ ຫວຽດ​ນາມ ຖືອາ​ເຊັກ​ໄບ​ຊານ ແມ່ນ​ຄູ່​ຮ່ວມ​ມື ​ສຳ​ຄັນ​ຢູ່ Kavkaz ໃຕ້ ແລະ ພາກ​ພື້ນ Caspi, ພ້ອມ​ທີ່​ຈະ​ເປັນ​ຂົວ​ເຊື່ອມ​ຕໍ່ ​ເພື່ອ​ໃຫ້ ອາ​ເຊັກ​ໄບ​ຊານເພີ່ມ​ທະ​ວີ​ ການ​ພົວ​ພັນ​ກັບ ອາ​ຊຽນ ແລະ ບັນ​ດາ​ປະ​ເທດອາ​ຊີ​ ຕາ​ເວັນ​ອອກ​ສ່ຽງ​ໃຕ້.ທ່ານ​ ນາງ ເລ​ທິ​ທູ​ຮັ່ງ ເນັ້ນ​ໜັກ​ວ່າ: ໃນ​ໄລ​ຍະ​ຈະ​ມາ​ເຖິງ, ສອງ​ຝ່າຍ​ ຈະ​ສຸມ​ໃສ່​ເຊື່ອມ​ຕໍ່ ​ວິ​ສາ​ຫະ​ກິດ, ໜູນ​ຊ່ວຍ​ການ​ ເຂົ້າ​ເຖິ​ງຕະຫລາດ ​ໃຫ້​ບັນ​ດາ​ຜະ​ລິດ​ ຕະ​ພັນ​ກະ​ສິ​ກຳ, ເຄື່ອງ​ປາ​ຂອງ​ດົງ, ສິນ​ໃນ​ນ້ຳ. ພ້ອມ​ທັງ, ສອງ​ປະ​ເທດ ​ເພີ່ມ​ທະ​ວີ​ການ​ຊຸກ​ຍູ້​ຮ່ວ​ມ​ມື ​ໃນ​ການ​ສຳຫລວດ, ຂຸດ​ຄົ້ນ, ການ​ບໍ​ລິ​ການ​ດ້ານ​ເຕັກ​ນິກ ແລະບຳ​ລຸງ​ສ້າງ​ ຊັບ​ພະ​ຍາ​ກອນ​ມະ​ນຸດ ​ນ້ຳ​ມັນ​ອາຍ​ແກັດ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

ADadvertisement
ADadvertisement
ADadvertisement
ADadvertisement
ADadvertisement
ADadvertisement

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວຕ່າງປະເທດ
ມື້ນີ້ · ຂໍ້ມູນສົດ ວັນຈັນ 23 ພະຈິກ 2026 · ຂຶ້ນ 14 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່