
ສປ ຈີນ ປະກອບສ່ວນອັນສຳຄັນຕໍ່ໂລກ ເພື່ອໃຫ້ສາມາດຮັບມື ກັບການປ່ຽນແປງຂອງດິນຟ້າອາກາດ

ວິທະຍຸ ໂທລະພາບ ສູນກາງຈີນ ເມື່ອບໍ່ດົນມານີ້, ໜັງສືພິມ Financial Times ອັງກິດ ໄດ້ພິມບົດຄວາມວິຈານ ທີ່ມີຫົວຂໍ້ວ່າ “ເຖິງເວລາແລ້ວ ທີ່ຈະສະແດງ ຄວາມຂອບ ອົກຂອບໃຈຕໍ່ ສປ ຈີນ” ໂດຍລະບຸວ່າ: ສປ ຈີນ ໄດ້ຮັບຜົນງານຢ່າງເດັ່ນຊັດ ໃນດ້ານການພັດທະນາ ພະລັງງານສະອາດ ແລະການສົ່ງອອກ ເຕັກໂນໂລຊີ ສີຂຽວໂດຍໄດ້ປະກອບສ່ວນອັນສຳຄັນ ຕໍ່ໂລກ ເພື່ອໃຫ້ສາມາດ ຮັບ ມືກັບ ການປ່ຽນແປງ ຂອງດິນຟ້າອາກາດ. ບົດຄວາມຊີ້ ອອກວ່າ:ໃນດ້ານການຮັບມືກັບ ການປ່ຽນແປງ ຂອງດິນຟ້າອາກາດ, ບໍ່ມີປະເທດໃດ ໄດ້ເຮັດຫລາຍກວ່າ ປະເທດຈີນ. ບົດຄວາມ ຍັງເນັ້ນໜັກວ່າ: ສປ ຈີນ ບໍ່ພຽງແຕ່ຊຸກຍູ້ ການຫັນປ່ຽນ ການພະລັງງານ ພາຍໃນປະເທດ ເທົ່ານັ້ນຍັງຊ່ວຍເຫຼືອປະເທດ ອື່ນໆຫລຸດຜ່ອນ ການລະບາຍກາກບອນໂດຍຜ່ານການສົ່ງອອກ ເຕັກໂນໂລຊີ ພະລັງງານ ສະອາດ ຕ່າງໆເຊັ່ນ: ລົດພະລັງໄຟຟ້າ, ແຜງພະລັງງານແສງຕາເວັນ ແລະ ໝໍ້ໄຟ ຫລືແບດເຕີຣີ ສະສົມພະລັງງານ ເປັນຕົ້ນ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
ຂ່າວນີ້ມີປະໂຫຍດບໍ່?
ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້












