ວັນອັງຄານ ທີ 24 ພະຈິກ 2026ອັບເດດລ່າສຸດ 21:30ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ທາງດ່ວນ ທ່ຽນປາວ-ມາລີ້ໂພ່ ທີ່ເຊື່ອມຕໍ່ ຊາຍແດນຈີນ-ຫວຽດນາມ ເປີດບໍລິການແລ້ວ

ໂດຍ Mahaxan
· 17 ນາທີ ກ່ອນອ່ານ 1 ນາທີ1 ຄັ້ງ
ທາງດ່ວນ ທ່ຽນປາວ-ມາລີ້ໂພ່ ທີ່ເຊື່ອມຕໍ່ ຊາຍແດນຈີນ-ຫວຽດນາມ ເປີດບໍລິການແລ້ວ
ADadvertisement
ADadvertisement
ADadvertisement

ວິທະຍຸ ໂທລະພາບ ສູນກາງຈີນ, ວັນ​ທີ 24 ພະ​ຈິກ​ນີ້, ທາງ​ດ່ວນ​ທ່ຽນປາວ-ມາ​ລີ້​ໂພ່ ​ທີ່​ເຊື່ອມ​ຕໍ່ ​ຊາຍ​ແດນ​​ຈີນ-ຫວຽດ​ນາມ ​​ໄດ້ເປີດ​ບໍ​ລິ​ກາ​ນ​ ຢ່າງ​ເປັນ​ທາງ​ການເຊິ່ງ​ໄດ້​​ຊ່ວຍຍົກ​ສູງ​ ປະ​ສິດ​ທິ​ພາບ ​ດ້ານ​ການ​ຈໍ​ລະ​ຈອນ​ສິນ​ຄ້າ​ ຢູ່​ເຂດ​ຊາຍ​ແດນ​ຢ່າງຫລວງຫລາຍ. ທາງ​ດ່ວນທ່ຽນປາວ-ມາ​ລີ້​ໂພ່​ ແມ່ນ​ໜຶ່ງ​ໃນ​​ບັນ​ດາທາງ​ດ່ວນ ​ຢູ່​ຊາຍ​ແດນເຂດ​ພູ​ດອຍ​ ພາກ​ຕາ​ເວັນ​ອອກ​ສຽງ​ໃຕ້ ​ຂອງ​ແຂວງ​ຢູນ​ນານ​ທີ່​ມີ​ສະ​ພາບ​ທາງ​ທໍ​ລະ​ນີ​ສາດ​ ສັບ​ສົນ​ທີ່​ສຸດ, ໃຊ້​ເວ​ລາ​ເກືອບ 3 ປີ​ ໃນການ​ບຸກ​ທະ​ລຸ ​ຄວາມ​ຫຍຸ້ງ​ຍາກ  ສ້າງ​ສຳ​ເລັດ, ມີ​ຄວາມ​ຍາວ​ທັງ​ໝົດ ​ປະ​ມານ 51,4 ກິ​ໂມ​ແມັດ. ຫລັງ​ຈາກ ​ເປີດ​ບໍ​ລິ​ການ​ແລ້ວ, ສາ​ມາດ​ປະ​ຢັດ​ເວ​ລາ ກາ​ນ​ຂົນ​ສົ່ງ​ສິນ​ຄ້າ​ ໃນ​ເສັ້ນ​ທາງ​​ດຽວ ປະ​ມານ 1 ຊົ່ວ​ໂມງ, ທັງ​ອຳ​ນວຍ ​ຄວາມ​ສະ​ດວກ ​​ດ້ານ​ການ​ເດີນ​ທາງ ໃຫ້​ແກ່​ ປະ​ຊ​າ​ຊົນ ເກືອບ 1 ແສນ​ຄົນ ​ທີ່​ຢູ່​ລຽບ​ຕາມ​ທາງ​ດ່ວນເຊິ່ງ​ໄດ້​ສະ​ໜອງ ​ການ​ຄ້ຳ​ປະ​ກັນ​ ດ້ານ​ການ​ຄົມ​ມະ​ນາ​ຄົມ ​ທີ່​ເຂັ້ມ​ແຂງ ​ຕໍ່​ການ​ຄ້າ​​ຊາຍ​ແດນ, ການ​ທ່ອ​ງ​ທ່ຽວ ​ຂ້າມ​ຊາຍ​ແດນ ແລະການ​ພັດ​ທະ​ນາ ​ອຸດ​ສາ​ຫະ​ກຳ ​ທີ່​ເປັນ​ເອ​ກະ​ລັກ ​ຢູ່​ລຽບ​ຕາມ​ ທາງ​ດ່ວນດັ່ງ​ກ່າວ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

ADadvertisement
ADadvertisement
ADadvertisement
ADadvertisement
ADadvertisement
ADadvertisement

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວຕ່າງປະເທດ
ມື້ນີ້ · ຂໍ້ມູນສົດ ວັນອັງຄານ 24 ພະຈິກ 2026 · ຂຶ້ນ 15 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່