
ສສ ຫວຽດນາມ ຈັດພິທີສະເຫລີມສະຫລອງ 80 ປີ ແຫ່ງວັນກອງປະຊຸມ ວັດທະນະທຳ ທົ່ວປະເທດ ຄັ້ງທີ 1

ວິທະຍຸກະຈ່າຍສຽງຫວຽດນາມ, ຄະນະບໍລິຫານງານ ສູນກາງພັກ ກອມມູນິດ ຫວຽດນາມ, ສະພາແຫ່ງຊາດ, ປະທານປະເທດ, ລັດຖະບານ ສສ.ຫວຽດນາມ, ຄະນະກຳມະການສູນກາງແນວໂຮມ ປະເທດຊາດ ຫວຽດນາມໄດ້ເປັນກຽດ ຈັດຕັ້ງພິທີສະເຫລີມ ສະຫລອງ 80 ປີ ແຫ່ງວັນ ດຳເນີນກອງປະຊຸມ ວັດທະນະທຳ ທົ່ວປະເທດຄັ້ງທີ 1 (24/11/1946 – 24/11/2026). ໃນໂອກາດນີ້ ທ່ານ ໂຕເລິມ, ເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຊີ້ແຈ້ງວ່າ: ວັນທີ 24 ພະຈິກ 1946, ຢູ່ໂຮງລະຄອນໃຫຍ່ຮ່າໂນ້ຍ, ທ່ານ ປະທານ ໂຮ່ຈີມິນໄດ້ເຂົ້າຮ່ວມ ແລະກ່າວຄຳເຫັນ ໄຂກອງປະຊຸມ ວັດທະນະທຳ ທົ່ວປະເທດ ຄັ້ງທີ 1. ກອງປະຊຸມ ສືບທອດຈິດໃຈ ໂຄງຮ່າງວັດທະນະທຳ ຫວຽດນາມ ປີ 1943 ດ້ວຍສາມຫລັກການ ຊົນຊາດ, ວິທະຍາສາດ, ມະຫາຊົນ, ຕັ້ງວັດທະນະທຳເຂົ້າໃນການພົວພັນ ຢ່າງສະໜິດແໜ້ນກັບ ພາລະກຳ ຂອງປະເທດຊາດແລະ ຄວາມຜາສຸກ ຂອງປະຊາຊົນ. ທ່ານ ໃຫ້ຮູ້ວ່າ: ຢູ່ກອງປະຊຸມ, ປະທານ ໂຮ່ຈີມິນ ໄດ້ຢັ້ງຢືນວ່າ:ວັດທະນະທຳ ຕ້ອງສ່ອງແສງເຍືອງທາງ ໃຫ້ແກ່ ປະຊາຊົນກ້າວ ເດີນ”. ເພິ່ນຖືຄວາມຜາສຸກ ຂອງປະຊາຊົນ ເປັນພື້ນຖານໃຫ້ວັດທະນະທຳໃໝ່, ຍົກສູງສະຕິ ເປັນເຈົ້າຕົນເອງ, ຕັກເຕືອນພວກເຮົາຮ່ຳຮຽນ ສິ່ງທີ່ດີງາມຂອງໂລກ, ດັດປັບຄວາມລຶ້ງເຄີຍທີ່ບໍ່ດີ ໃນສັງຄົມ ແລະເບິ່ງແຍງດູແລລຸ້ນໜຸ່ມ.ການເບິ່ງແຍງດູແລ ວັດທະນະທຳ ແມ່ນເຕົ້າໂຮມຈິດໃຈຄົນ, ຫັນນ້ຳໃຈຮັກຊາດ ຂອງປະຊາຊົນແຕ່ລະຄົນກາຍເປັນກຳລັງແຮງ ແຫ່ງການກະທຳ ທີ່ມີເປັນເອກະພາບ ຂອງທົ່ວທັງຊາດ.ບົດຮຽນນີ້ຍັງມີຄຸນຄ່າເໝືອນເດີມ ມາຮອດປັດຈຸບັນ. ໃນສັງກາດ ພັດທະນາໃໝ່, ມະຕິເລກທີ 80 ຂອງກົມການເມືອງ ແລະມະຕິເລກທີ 28 ຂອງສະພາແຫ່ງຊາດ ໄດ້ກຳນົດບັນດາແຜນນະໂຍບາຍ, ນະໂຍບາຍພັດທະນາ ວັດທະນະທຳ.ສິ່ງສຳຄັນທີ່ສຸດ ແມ່ນນຳບັນດານະໂຍບາຍ ຊີ້ຂາດ ເຂົ້າຊີວິດຕົວຈິງ, ເສີມຂະຫຍາຍບົດບາດ ຂອງວັດທະນະທຳ ໃນການກຳນົດທິດທາງ ພັດທະນາ ປະເທດຊາດ, ການເຕີບໂຕ ເສດຖະກິດ ຕ້ອງຕິດພັນກັບ ຄຸນນະພາບ ການດຳລົງຊີວິດແລະ ການພັດທະນາ ຢ່າງຮອບດ້ານຂອງມະນຸດ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
ຂ່າວນີ້ມີປະໂຫຍດບໍ່?
ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້
ອ່ານຕໍ່


ກອງປະຊຸມກົນໄກຮ່ວມມື ສອງຝ່າຍ ຈີນ-ສິງກະໂປ
1 ຊົ່ວໂມງກ່ອນ


ສປ ຈີນ ຈະຕ້ອນຮັບ ນັກບິນອະວະກາດ ຕ່າງປະເທດ ຄົນທຳອິດ
3 ຊົ່ວໂມງກ່ອນ







