ວັນອັງຄານ ທີ 24 ພະຈິກ 2026ອັບເດດລ່າສຸດ 22:36ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ບຣາຊິນ ເຊັນກົດໝາຍຫລຸດເວລາ ການເຮັດວຽກເຫລືອ 5 ວັນຕໍ່ອາທິດ

ໂດຍ Mahaxan
· 17 ນາທີ ກ່ອນອ່ານ 1 ນາທີ1 ຄັ້ງ
ບຣາຊິນ ເຊັນກົດໝາຍຫລຸດເວລາ ການເຮັດວຽກເຫລືອ 5 ວັນຕໍ່ອາທິດ
ADadvertisement
ADadvertisement
ADadvertisement
ບຣາຊິນ ເຊັນກົດໝາຍຫລຸດເວລາ ການເຮັດວຽກເຫລືອ 5 ວັນຕໍ່ອາທິດ

ສຳນັກຂ່າວຊິນຮວາຂອງ ສປຈີນ,
ເມື່ອບໍ່ດົນມານີ້, ທ່ານ ລູອິສ ອິນາຊິໂອ ລູລາ ດາ ຊິນວາ (
Luiz Inácio Lula da Silva) ປະທານາທິບໍດີ
ບຣາຊິນ ໄດ້ລົງນາມ ໃນດຳລັດ ເພື່ອບັງຄັບໃຊ້ລະບົບ ການເຮັດວຽກ 5 ວັນຕໍ່ອາທິດ ພ້ອມດ້ວຍວັນພັກ 2 ວັນ ແລະ ຄ່ອຍໆປັບຫລຸດຊົ່ວໂມງ
ການເຮັດວຽກຕໍ່ອາທິດລົງ ໂດຍບໍ່ຫລຸດຄ່າແຮງງານ.

ດຳລັດ ດັ່ງກ່າວ ໄດ້ກຳນົດ ຫລັກເກນ ສຳລັບ ການຈັດຕັ້ງ
ປະຕິບັດຕາມການປັບປຸງ ລັດຖະທຳມະນູນ ເຊິ່ງໄດ້ຮັບການຮັບຮອງ ຈາກ ລັດຖະສະພາ ໃນເດືອນຕຸລາ
ທີ່ຜ່ານມາ ລວມເຖິງ ແນວທາງ ການບໍລິຫານຈັດການ ໃນໄລຍະຂ້າມຜ່ານໄປສູ່ ຕາຕະລາງເວລາ ການເຮັດວຽກ
ຮູບແບບໃໝ່.

ດຳລັດສະບັບນີ້ ກຳນົດໃຫ້ຫລຸດຊົ່ວໂມງ ການເຮັດວຽກສູງສຸດ
ຕໍ່ອາທິດຈາກ
44 ຊົ່ວໂມງ
ເຫລືອ 42 ຊົ່ວໂມງ ນັບຕັ້ງແຕ່ວັນທີ 16 ທັນວາ 2026 ເປັນຕົ້ນໄປ ກ່ອນຈະປັບຫລຸດລົງເຫລືອ 40
ຊົ່ວໂມງ ນັບຕັ້ງແຕ່ວັນທີ 16 ທັນວາ 2027
ໂດຍໃນທັງສອງໄລຍະ ຂອງການປັບປ່ຽນ ຜູ້ອອກແຮງງານ ຈະມີສິດໄດ້ພັກຜ່ອນ ອາທິດລະ
2 ວັນ.

ADadvertisement
ADadvertisement
ADadvertisement

ການປ່ຽນແປງເຫລົ່ານີ້ ມີເປົ້າໝາຍເພື່ອເຮັດໃຫ້
ຊີວິດການເຮັດວຽກ ຂອງປະຊາຊົນ ມີຄວາມເປັນມະນຸດສະທຳ ຫລາຍຂຶ້ນ ແລະ ເພື່ອຮັບປະກັນວ່າ ຜູ້ອອກແຮງງານ
ຈະໄດ້ຮັບການປະຕິບັດ ດ້ວຍຄວາມເຄົາລົບ ພ້ອມທັງມີເວລາພັກຜ່ອນ ຢ່າງພຽງພໍ./

ADadvertisement
ADadvertisement
ADadvertisement

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວຕ່າງປະເທດ
ມື້ນີ້ · ຂໍ້ມູນສົດ ວັນອັງຄານ 24 ພະຈິກ 2026 · ຂຶ້ນ 15 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່