ວັນພະຫັດ ທີ 26 ພະຈິກ 2026ອັບເດດລ່າສຸດ 18:04ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ເກີດເຫດນໍ້າຖ້ວມບໍ່ແຮ່ ຢູ່ອິນໂດເນເຊຍ ເສຍຊີວິດ 10 ກວ່າຄົນ

ໂດຍ Mahaxan
· 2 ຊົ່ວໂມງ ກ່ອນອ່ານ 1 ນາທີ1 ຄັ້ງ
ເກີດເຫດນໍ້າຖ້ວມບໍ່ແຮ່ ຢູ່ອິນໂດເນເຊຍ ເສຍຊີວິດ 10 ກວ່າຄົນ
ADadvertisement
ADadvertisement
ADadvertisement
ເກີດເຫດນໍ້າຖ້ວມບໍ່ແຮ່ ຢູ່ອິນໂດເນເຊຍ ເສຍຊີວິດ 10 ກວ່າຄົນ

ສຳນັກຂ່າວ ຊິນຮວາ ຂອງ ສປຈີນ, ວັນທີ
26 ພະຈິກ, ທາງການທ້ອງຖິ່ນ ອິນໂດເນເຊຍ ລາຍງານວ່າ: ໄດ້ຄົ້ນພົບ ຮ່າງຂອງກໍາມະກອນ ບໍ່ແຮ່
ທີ່ເສຍຊີວິດ ຢູ່ຂຸມບໍ່ແຮ່ ທີ່ຖືກນໍ້າຖ້ວມ ໃນແຂວງ ຊວາ ຕາເວັນຕົກ ຈໍານວນ
13 ຄົນ ແລະ ຍັງມີຜູ້ສູນຫາຍອີກ
13 ຄົນ.

ໃນຂະນະທີ່ ໜ່ວຍກູ້ໄພ ໄດ້ສູບນໍ້າອອກ ຈາກຂຸມບໍ່ແຮ່
ດັ່ງກ່າວ ໂດຍຄາດວ່າ ມີຄວາມເລິກ ປະມານ
100
ແມັດ , ແຕ່ຕ້ອງ ຜະເຊີນກັບ ອຸປະສັກ ຈາກ ລະດັບນໍ້າທີ່ສູງ, ຊ່ອງທາງເຂົ້າ
ກໍຄັບແຄບ, ສ່ວນພື້ນທີ່ ກໍມື່ນ ແລະ ແສງສະຫວ່າງ ທີ່ຈໍາກັດ.

ສະນັ້ນ, ໜ່ວຍງານທ້ອງຖິ່ນ ກໍຍັງສືບຕໍ່
ດໍາເນີນ ການຄົ້ນຫາ ຜູ້ສູນຫາຍອີກ
13
ຄົນ ພ້ອມທັງ ໃຫ້ຄວາມສໍາຄັນ ກັບ ຄວາມປອດໄພ ຂອງ ໜ່ວຍກູ້ໄພ ເປັນຫລັກ. ນອກຈາກນີ້
ຍັງມີ ກຳມະກອນ ຈຳນວນ 11 ຄົນ ສາມາດໜີ ອອກມາໄດ້ ຢ່າງປອດໄພ
ກ່ອນທີ່ມວນນໍ້າ ຈະໄຫລຖ້ວມເຂົ້າໄປ ໃນຂຸມບໍ່ແຮ່ ດັ່ງກ່າວ ເຊິ່ງຕັ້ງ ຢູ່ໃນເຂດພູດອຍ ທາງທິດໃຕ້
ຂອງ ນະຄອນຫລວງ ຈາກາຕາ./

ADadvertisement
ADadvertisement
ADadvertisement

ADadvertisement
ADadvertisement
ADadvertisement

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວຕ່າງປະເທດ
ມື້ນີ້ · ຂໍ້ມູນສົດ ວັນພະຫັດ 26 ພະຈິກ 2026 · ແຮມ 2 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່