ວັນເສົາ ທີ 28 ພະຈິກ 2026ອັບເດດລ່າສຸດ 21:26ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ປະກາດແຕ່ງຕັ້ງ ທ່ານນາງ ແພງສີ ແພງເມືອງ ເປັນຮອງຜູ້ວ່າການທະນາຄານ ແຫ່ງ ສປປ ລາວ

ໂດຍ Jenjila
· 14 ຊົ່ວໂມງ ກ່ອນອ່ານ 2 ນາທີ20 ຄັ້ງ
ປະກາດແຕ່ງຕັ້ງ ທ່ານນາງ ແພງສີ ແພງເມືອງ ເປັນຮອງຜູ້ວ່າການທະນາຄານ ແຫ່ງ ສປປ ລາວ
ADadvertisement
ADadvertisement
ADadvertisement

ປະກາດແຕ່ງຕັ້ງສະຫາຍ ນ. ແພງສີ ແພງເມືອງ ກຳມະການພັກ ທຫລ, ຫົວຫນ້າສຳນັກງານຄະນະກຳມະການຄຸ້ມຄອງຫຼັກຊັບ ເປັນກຳມະການປະຈຳພັກ ທຫລ ແລະ ເປັນຮອງຜູ້ວ່າການ ທະນາຄານແຫ່ງ ສປປ ລາວ.

ໃນວັນທີ 26 ພະຈິກ 2026, ທະນາຄານແຫ່ງ ສປປ ລາວ (ທຫລ) ໄດ້ຈັດພິທີປະກາດການຈັດຕັ້ງພະນັກງານຂັ້ນສູງ ເພື່ອປັບປຸງບຸກຄະລາກອນ ແລະ ຈັດວາງຕຳແໜ່ງງານສຳຄັນພາຍໃນອົງກອນ ໂດຍໃຫ້ກຽດເຂົ້າຮ່ວມໂດຍ ສະຫາຍ ນາງ ບຸນຄໍາ ວໍລະຈິດ ເລຂາທິການສູນກາງພັກ ແລະ ເລຂາຄະນະພັກ ທຫລ, ພ້ອມດ້ວຍບັນດາຄະນະກົມ-ທຽບເທົ່າ, ພະນັກງານຫຼັກແຫຼ່ງນຳພາ ແລະ ແຂກທີ່ມີກຽດເຂົ້າຮ່ວມຢ່າງພ້ອມພຽງ.

ປະກາດແຕ່ງຕັ້ງ ທ່ານນາງ ແພງສີ ແພງເມືອງ ເປັນຮອງຜູ້ວ່າການທະນາຄານ ແຫ່ງ ສປປ ລາວ

ການປັບປຸງຈັດຕັ້ງຄັ້ງນີ້ ດຳເນີນຂຶ້ນໂດຍອີງໃສ່ຄວາມຮຽກຮ້ອງຈຳເປັນຂອງໜ້າທີ່ວຽກງານ, ລະບຽບຫຼັກການດ້ານພະນັກງານ ແລະ ການຕົກລົງຂອງຂັ້ນເທິງທີ່ກ່ຽວຂ້ອງ ໂດຍມີການປັບປ່ຽນ ແລະ ແຕ່ງຕັ້ງບຸກຄະລາກອນໃນຕຳແໜ່ງສຳຄັນ ດັ່ງນີ້:

ADadvertisement
ADadvertisement
ADadvertisement
  1. ຍົກຍ້າຍ ທ່ານ ສຸລິສັກ ທຳນຸວົງ ຈາກຕຳແໜ່ງຮອງຜູ້ວ່າການ ທະນາຄານແຫ່ງ ສປປ ລາວ ໄປຮັບໜ້າທີ່ໃໝ່ຢູ່ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ.
  2. ແຕ່ງຕັ້ງ ທ່ານ ນາງ ແພງສີ ແພງເມືອງ ເປັນກຳມະການປະຈຳພັກ ທະນາຄານແຫ່ງ ສປປ ລາວ ແລະ ຮອງຜູ້ວ່າການ ທະນາຄານແຫ່ງ ສປປ ລາວ.
  3. ອະນຸມັດໃຫ້ ທ່ານ ປອ ນາງ ທອນມີ ແກ້ວກິນນາລີ ຫົວໜ້າສະຖາບັນການທະນາຄານ ອອກພັກການ ແລະ ຮັບອຸດໜູນບຳນານ.
  4. ຍົກຍ້າຍ ທ່ານ ນາງ ເພັງໄພວັນ ສິດພະໄຊ ຈາກຕຳແໜ່ງຮອງຫົວໜ້າກົມນະໂຍບາຍເງິນຕາ ແລະ ແຕ່ງຕັ້ງເປັນວ່າການແທນເລຂາຄະນະພັກຮາກຖານສະຖາບັນການທະນາຄານ ແລະ ວ່າການແທນຫົວໜ້າສະຖາບັນການທະນາຄານ.
  5. ແຕ່ງຕັ້ງ ທ່ານ ປອ ບຸນຍືນ ໄຊເກີຢາຈົງຕົວ ຈາກຕຳແໜ່ງຫົວໜ້າພາກວິຊາການທະນາຄານ ສະຖາບັນການທະນາຄານ ຂຶ້ນເປັນຮອງຫົວໜ້າສະຖາບັນການທະນາຄານ.
  6. ແຕ່ງຕັ້ງ ທ່ານ ນາງ ສາຍມະນີທອງ ພົມບົວທອງ ຈາກຕຳແໜ່ງຫົວໜ້າພະແນກບໍລິຫານຂໍ້ມູນຂ່າວສານ ກົມຄຸ້ມຄອງທະນາຄານທຸລະກິດ ເປັນຮອງຫົວໜ້າກົມຄຸ້ມຄອງທະນາຄານທຸລະກິດ.

ໃນໂອກາດດັ່ງກ່າວ ຜູ້ວ່າການ ທຫລ ໄດ້ໃຫ້ກຽດໂອ້ລົມ ໂດຍເນັ້ນວ່າ ບັນດາພະນັກງານທີ່ໄດ້ຮັບການປັບປຸງຈັດຕັ້ງໃນຄັ້ງນີ້ ລ້ວນແຕ່ເປັນພະນັກງານຫຼັກແຫຼ່ງນຳພາ ທີ່ໄດ້ຜ່ານການທົດສອບ ແລະ ຫຼໍ່ຫຼອມຈາກຂະບວນການເຮັດວຽກຕົວຈິງ ກ່ອນຈະໄດ້ຮັບມອບໝາຍໃຫ້ຮັບຜິດຊອບໜ້າທີ່ວຽກງານສຳຄັນ.

ພ້ອມກັນນີ້ ຍັງໄດ້ຊີ້ໃຫ້ເຫັນວ່າ ໃນໄລຍະຜ່ານມາ ພະນັກງານດັ່ງກ່າວພ້ອມດ້ວຍໝູ່ຄະນະ ໄດ້ມີຄວາມຕັ້ງໃຈ ເອົາໃຈໃສ່ ແລະ ມີຄວາມຮັບຜິດຊອບສູງຕໍ່ໜ້າທີ່ວຽກງານທີ່ໄດ້ຮັບມອບໝາຍ ຈົນສາມາດສ້າງຜົນສຳເລັດເປັນກ້າວໆມາ.

ການປັບປຸງຈັດຕັ້ງຄັ້ງນີ້ ຖືເປັນການຈັດວາງບຸກຄະລາກອນໃຫ້ເໝາະສົມກັບຄວາມຮຽກຮ້ອງຂອງໜ້າທີ່ວຽກງານ ແລະ ເສີມສ້າງການດຳເນີນງານຂອງທະນາຄານແຫ່ງ ສປປ ລາວ ໃຫ້ມີປະສິດທິພາບຍິ່ງຂຶ້ນ.

ທີ່ມາ: ທະນາຄານແຫ່ງ​ ສປປ ລາວ

ADadvertisement
ADadvertisement
ADadvertisement

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວພາຍໃນ
ມື້ນີ້ · ຂໍ້ມູນສົດ ວັນເສົາ 28 ພະຈິກ 2026 · ແຮມ 4 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່