ວັນເສົາ ທີ 28 ພະຈິກ 2026ອັບເດດລ່າສຸດ 21:26ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ເສີມຂະຫຍາຍສາຍພົວພັນ ລາວ-ຈີນ! ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ຮອງປະທານສະພາຜູ້ແທນປະຊາຊົນທົ່ວປະເທດຈີນ

ໂດຍ kaling
· 14 ຊົ່ວໂມງ ກ່ອນອ່ານ 1 ນາທີ9 ຄັ້ງ
ເສີມຂະຫຍາຍສາຍພົວພັນ ລາວ-ຈີນ! ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ຮອງປະທານສະພາຜູ້ແທນປະຊາຊົນທົ່ວປະເທດຈີນ
ADadvertisement
ADadvertisement
ADadvertisement

ທີ່ຫໍສະພາແຫ່ງຊາດ, ສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ໄດ້ໃຫ້ການຕ້ອນຮັບອັນອົບອຸ່ນແກ່ ສະຫາຍ ນາງ ເທຍ ນິງ (Tie Ning) ກຳມະການສູນກາງພັກກອມມູນິດຈີນ, ຮອງປະທານຄະນະປະຈຳສະພາຜູ້ແທນປະຊາຊົນທົ່ວປະເທດຈີນ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ລະຫວ່າງວັນທີ 25–26 ພະຈິກ 2026 ຕາມຄຳເຊີນຂອງສະພາແຫ່ງຊາດລາວ.

ຊຸກຍູ້ການຮ່ວມມືຮອບດ້ານ ແລະ ຄູ່ຮ່ວມຊະຕາກຳ ລາວ-ຈີນ
ໃນໂອກາດພົບປະຄັ້ງນີ້, ສະຫາຍ ສອນໄຊ ສີພັນດອນ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ການເດີນທາງມາຢ້ຽມຢາມ ສປປ ລາວ ຂອງຄະນະຜູ້ແທນຂັ້ນສູງຈາກສະພາຜູ້ແທນປະຊາຊົນທົ່ວປະເທດຈີນ ໂດຍຖືເປັນການປະກອບສ່ວນສຳຄັນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບອັນເປັນມູນເຊື້ອ, ການເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ ໝັ້ນຄົງຍາວນານ ຕາມທິດ 4 ດີ ແລະ ການສ້າງຄູ່ຮ່ວມຊະຕາກຳ ລາວ-ຈີນ ໃຫ້ນັບມື້ນັບແຕກດອກອອກຜົນຍິ່ງໆຂຶ້ນ.

ເດີນໜ້າຮ່ວມມືລະຫວ່າງສອງອົງການນິຕິບັນຍັດ
ທາງດ້ານ ສະຫາຍ ນາງ ເທຍ ນິງ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ການຕ້ອນຮັບອັນອົບອຸ່ນ ພ້ອມທັງຢືນຢັນວ່າ ຝ່າຍຈີນພ້ອມທີ່ຈະຮ່ວມມືກັບຝ່າຍລາວ ເພື່ອຈັດຕັ້ງປະຕິບັດຄວາມຮັບຮູ້ທີ່ເປັນເອກະພາບຂອງຜູ້ນຳສູງສຸດສອງປະເທດໃຫ້ເກີດຜົນເປັນຈິງ, ເພີ່ມທະວີການແລກປ່ຽນບົດຮຽນທາງດ້ານຍຸດທະສາດ, ຂະຫຍາຍການຮ່ວມມືທີ່ເປັນຮູບປະທຳໃນທຸກຂົງເຂດ ລວມທັງການຮ່ວມມືລະຫວ່າງສອງສະພາ ເພື່ອນຳເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດ ລາວ-ຈີນ.

ADadvertisement
ADadvertisement
ADadvertisement

ທີ່ມາ: ສຳນັກຂ່າວຊິນຫົວ (Xinhua)

ADadvertisement
ADadvertisement
ADadvertisement

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວພາຍໃນ
ມື້ນີ້ · ຂໍ້ມູນສົດ ວັນເສົາ 28 ພະຈິກ 2026 · ແຮມ 4 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່