
ພະລັງໄວໜຸ່ມຮັກສາສິ່ງແວດລ້ອມ! ກິດຈະກຳ "Gen Green 2026" ລະດົມອາສາສະໝັກ 250 ຄົນ ລົງພື້ນທີ່ເກັບ ແລະ ຄັດແຍກຂີ້ເຫຍື້ອໄດ້ເກືອບ 130 ກິໂລ ມຸ່ງສູ່ສັງຄົມທີ່ສະອາດ ແລະ ຍືນຍົງ

ສ້າງແຮງບັນດານໃຈ ແລະ ປູກຈິດສຳນຶກດ້ານສິ່ງແວດລ້ອມໃຫ້ແກ່ສັງຄົມຢ່າງຕໍ່ເນື່ອງ ສຳລັບໂຄງການ Clean-Up For Environmental Health 2026 ພາຍໃຕ້ແຄມເປນ “Gen Green: Festival Fun, Zero Waste!” ເຊິ່ງຈັດຂຶ້ນໂດຍ ສູນການສຶກສາ ແລະ ວັດທະນະທຳເດັກ (ສ.ສ.ວ.ດ) ຮ່ວມກັບ ສະຫະພາບເອີຣົບ ປະຈຳ ສປປ ລາວ (EU in Laos) ແລະ ອົງການຮ່ວມມືປະເທດສະວິດເຊີແລນ ປະຈຳພາກພື້ນແມ່ນ້ຳຂອງ (Swiss Cooperation Mekong) ໄດ້ລວມພະລັງອາສາສະໝັກໄວໜຸ່ມເຖິງ 250 ຄົນ ລົງພື້ນທີ່ຮ່ວມກັນເກັບ ແລະ ຄັດແຍກຂີ້ເຫຍື້ອໄດ້ທັງໝົດເກືອບ 130 ກິໂລກຣາມ.




ປ່ຽນງານບຸນປະເພນີໃຫ້ສະອາດ ແລະ ຫຼຸດຜ່ອນຂີ້ເຫຍື້ອປລາສຕິກ
ກິດຈະກຳດັ່ງກ່າວຈັດຂຶ້ນເພື່ອສົ່ງເສີມໃຫ້ໄວໜຸ່ມ ແລະ ປະຊາຊົນທົ່ວໄປຫັນມາໃສ່ໃຈການຈັດການຂີ້ເຫຍື້ອຢ່າງຖືກວິທີ ໂດຍສະເພາະໃນຊ່ວງເທດສະການບຸນປະເພນີສຳຄັນຂອງລາວ ເຊັ່ນ: ບຸນຊ່ວງເຮືອ ທ່າວັດຈັນ ແລະ ບຸນນະມັດສະການພະທາດຫຼວງ ທີ່ຜ່ານມາ ລວມທັງພື້ນທີ່ສາທາລະນະໃນນະຄອນຫຼວງວຽງຈັນ. ນອກຈາກການລົງມືເກັບຂີ້ເຫຍື້ອຕົວຈິງແລ້ວ ພາຍໃນງານຍັງມີກິດຈະກຳແລກປ່ຽນຄວາມຮູ້ກ່ຽວກັບການຄັດແຍກຂີ້ເຫຍື້ອຕາມປະເພດ ເພື່ອນຳກັບມາໃຊ້ໃໝ່ (Recycle) ແລະ ຮຽນຮູ້ວິທີຫຼຸດຜ່ອນການນຳໃຊ້ປລາສຕິກແບບຄັ້ງດຽວຖິ້ມ.
ບາດກ້າວສຳຄັນສູ່ອະນາຄົດທີ່ຍືນຍົງ
ຜົນສຳເລັດຈາກການລະດົມພະລັງໄວໜຸ່ມ 250 ຄົນ ແລະ ສາມາດຄັດແຍກຂີ້ເຫຍື້ອອອກຈາກສິ່ງແວດລ້ອມໄດ້ເກືອບ 130 ກິໂລ ໃນຄັ້ງນີ້ ບໍ່ພຽງແຕ່ຊ່ວຍເຮັດໃຫ້ຕົວເມືອງ ແລະ ສະຖານທີ່ຈັດງານບຸນມີຄວາມສະອາດສວຍງາມຂຶ້ນເທົ່ານັ້ນ ແຕ່ຍັງສະແດງໃຫ້ເຫັນເຖິງບົດບາດອັນເຂັ້ມແຂງຂອງຄົນລຸ້ນໃໝ່ໃນການຂັບເຄື່ອນສັງຄົມລາວໄປສູ່ຄວາມຍືນຍົງ ແລະ ເປັນມິດກັບສິ່ງແວດລ້ອມຢ່າງແທ້ຈິງ.
ທີ່ມາ: ສູນການສຶກສາ ແລະ ວັດທະນະທຳເດັກ (ສ.ສ.ວ.ດ) / CECC Laos, ສະຫະພາບເອີຣົບ ປະຈຳ ສປປ ລາວ (EU in Laos)
ຂ່າວນີ້ມີປະໂຫຍດບໍ່?
ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້
ອ່ານຕໍ່













