
ສານປະຊາຊົນ ແຂວງວຽງຈັນ ຕັດສິນຈຳເລີຍ 9 ຄົນ ໃນຂໍ້ຫາຍັກຍອກຊັບ, ຊື້ຂາຍຊັບຜິດກົດໝາຍ ແລະ ຄ້າຂາຍຢາເສບຕິດ (ຢາບ້າ)

ໃນວັນທີ 18 ພະຈິກ 2026 ຜ່ານມາ ສານປະຊາຊົນແຂວງວຽງຈັນ ໄດ້ພິພາກສາຕັດສິນຄະດີຈຳເລີຍຈຳນວນ 9 ຄົນ ຍິງ 2 ຄົນ ໃນຂໍ້ຫາຍັກຍອກຊັບ, ຊື້ຂາຍຊັບຜິດກົດໝາຍ ແລະ ຄ້າຂາຍຢາເສບຕິດ ໂດຍມີລາຍລະອຽດດັ່ງນີ້:

– ທ້າວ ອານົນ ອາຍຸ 27 ປີ ອາຊີບ ກໍາມະກອນ ຢູ່ບ້ານໂພນໂຮງ ເມືອງໂພນໂຮງ ແຂວງວຽງຈັນ ຖືກກັກຕົວຄັ້ງວັນທີ 3 ພຶດສະພາ 2026 ທ້າວປີຊາ ອາຍຸ 41 ປີ ອາຊີບ ຄ້າຂາຍ ຢູ່ບ້ານນາບອນ ເມືອງໂພນໂຮງ ແຂວງວຽງຈັນ ຖືກກັກຕົວຄັ້ງວັນທີ 31 ກໍລະກົດ ປີ 2026 ພວກກ່ຽວທັງ 2 ໃນຂໍ້ຫາ ຍັກຍອກຊັບ ແລະ ຊື້ຂາຍຊັບຜິດກົດໝາຍ ສານປະຊາຊົນ ແຂວງວຽງຈັນຈຶ່ງຕັດສິນລົງໂທດ ຕັດອິດສະຫລະພາບພວກຈຳເລີຍ ທ້າວອານົນ 3 ປີ ປັບໃໝ 10,000,000 ກີບ ພ້ອມທັງໄຊ້ແທນຄືນ ແລະ ທ້າວປີຊາ 1 ປີ ປັບໃໝ 10,000,000 ກີບ ພ້ອມທັງໄຊ້ແທນຄືນ,
– ທ້າວ ຊົງ ປ່າວຢ່າງ ອາຍຸ 65 ປີ ອາຊີບເຮັດນາ ຢູບ້ານພູພຽງ ເມືອງເຟືອງ ແຂວງວຽງ ຖືກກັກຕົວຄັ້ງວັນທີ 26 ມີຖຸນາ 2025 ໃນຂໍ້ຫາຄ້າຂາຍຢາບ້າ ຈຳນວນ 1,802 ເມັດ ສານປະຊາຊົນ ແຂວງວຽງຈັນ ຈຶ່ງຕັດສິນລົງໂທດຕັດອິດສະຫລະພາບ ຈຳເລີຍ 10 ປີ ຫາ 20 ປີ ປັບໃໝ 100,000,000 ກີບ.
– ນາງມ້າ ຊົງ ອາຍຸ 29 ປີ ອາຊີບ ເຮັດນາ ຢູ່ບ້ານ ເຕົາຖ່ານ ເມືອງໂພນໂຮງ ແຂວງວຽງຈັນ ຖືກກັກຕົວຄັ້ງວັນທີ 29 ຕຸລາ 2025 ໃນຂໍ້ຫາຄ້າຂາຍຢາບ້າ ຈຳນວນ 110 ເມັດ, ສານປະຊາຊົນ ແຊວງວຽງຈັນ ຈຶ່ງຕັດສິນລົງໂທດຕັດອິດສາລະພາບຈຳເລີຍ 5 ປີ ປັບໃໝ 10,000,000 ກີບ ແລະ ທ້າວສິນທະສອນ ອາຍຸ 42 ປີ ເຮັດນາ ຢູ່ບ້ານ ນາປູນ ເມືອງ ແກ້ວອຸດົມ ແລະ ທ້າວນ້ອຍ ອາຍຸ 30 ປີ ອາຊີບເຮັດນາ ຢູ່ບ້ານ ໂພນຊອງ ເມືອງ ວຽງຄຳ ແຂວງວຽງຈັນ ທັງສອງຖືກກັກຕົວຄັ້ງວັນທີ 6 ກັນຍາ 2025 ໃນຂໍ້ກ່າວຫາ ຄ້າຂາຍຢາບ້າ ຈຳນວນ 483 ເມັດ, ສານປະຊາຊົນ ແຂວງວຽງຈັນ ຈຶ່ງຕັດສິນລົງໂທດຕັດອິດສະຫລະພາບ ພວກຈຳເລີຍ ທັງ 2 ຜູ້ລະ 6 ປີ 5 ເດືອນ ປັບໃໝ 30,000,000 ກີບ,
– ທ້າວລຸນ ອາຍຸ 29 ປີ ອາຊີບ ເຮັດນາ, ນາງກົບ ອາຍຸ 25 ປີ ອາຊີບ ເຮັດນາພວກກ່ຽວທັງ 2 ຢູ່ບ້ານ ຫ້ວຍຕັ້ງນາຍ ເມືອງກາສີ ແຂວງວຽງຈັນ ຖືກກັກຕົວຄັ້ງວັນທີ 6 ມີຖຸນາ 2025 ໃນຂໍ້ກ່າວຫາມີຢາບ້າໄວ້ໃນຄອບຄອງເພື່ອເສບ ແລະ ຂາຍຢາບ້າ ຈຳນວນ 4 ເມັດ ສານປະຊາຊົນ ແຂວງວຽງຈັນ ຈຶ່ງຕັດສິນລົງໂທດຕັດອິດສະຫລະພາບ ພວກຈຳເລີຍທັງ 2 , ທ້າວລຸນ 2 ປີ ປັບໃໝ 10,000,000 ກີບ, ນາງກົບ 2 ປີ 5 ເດືອນ ປັບໃໝ 10,000,000 ກີບ.
– ທ້າວນິຍົມ ອາຍຸ 29 ປີອາຊີບ ເຮັດນາ ຢູ່ບ້ານນາດີ ເມືອງຊະນະຄາມ ແຂວງວຽງຈັນ ຖືກກັກຕົວຄັ້ງວັນທີ 3 ພຶດສະພາ 2025 ໃນຂໍ້ກ່າວຫາມີຢາບ້າໄວ້ໃນຄອບຄອງ ຈຳນວນ 28 ເມັດ ສານປະຊາຊົນ ແຂວງວຽງຈັນ ຈຶ່ງຕັດສິນລົງໂທດຕັດອິດສະຫລະພາບ ຈຳເລີຍ 2 ປີ ປັບໃໝ 10,000,000 ກີບ.
ຂ່າວນີ້ມີປະໂຫຍດບໍ່?
ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້
ອ່ານຕໍ່













