ວັນເສົາ ທີ 28 ພະຈິກ 2026ອັບເດດລ່າສຸດ 21:26ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ປະທານສານປະຊາຊົນສູງສຸດລາວ ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ ສ.ຣັດເຊຍ

ໂດຍ Jenjilaອັບເດດ
· 11 ຊົ່ວໂມງ ກ່ອນອ່ານ 2 ນາທີ10 ຄັ້ງ
ປະທານສານປະຊາຊົນສູງສຸດລາວ ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ ສ.ຣັດເຊຍ
ADadvertisement
ADadvertisement
ADadvertisement

ໃນລະຫວ່າງວັນທີ 23-27 ພະຈິກ 2026, ທ່ານ ໄພວີ ສີບົວລິພາ ກຳມະການສູນກາງພັກ ປະທານສານປະຊາຊົນສູງສຸດ ແຫ່ງ ສປປ ລາວ ໄດ້ເດີນ ທາງໄປຢ້ຽມຢາມພົບປະ ແລະ ເຮັດວຽກຢູ່ ສະຫະພັນຣັດເຊຍ ຕາມການເຊື້ອເຊີນຂອງທ່ານ ອີກໍ ວີ ຄຣາສນອບ ປະທານສານສູງສຸດ ແຫ່ງ ສະຫະພັນຣັດເຊຍ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງທັງ ສອງຝ່າຍ ໃຫ້ການຕ້ອນຮັບຢ່າງອົບອຸ່ນ.

ປະທານສານປະຊາຊົນສູງສຸດລາວ ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ ສ.ຣັດເຊຍ

ການເຄື່ອນໄຫວຢ້ຽມຢາມພົບປະໃນຄັ້ງນີ້, ເປັນການສະແດງເຖິງການພົວພັນຮ່ວມມືຢ່າງຕໍ່ເນື່ອງ, ເປັນການຮ່ວມມືຂອງສອງອົງການຕຸລາການຂອງສອງປະເທດລາວ- ຣັດເຊຍ ເພື່ອແນໃສ່ແລກປ່ຽນບົດຮຽນກ່ຽວກັບວຽກກງານບໍລິຫານສານ-ບໍລິຫານຄະດີ ໃຫ້ມີບາດກ້າວໃໝ່ ແລະ ໃນໂອ ກາດດັ່ງກ່າວ ທັງສອງຝ່າຍ ຍັງໄດ້ຕີລາຄາສູງຕໍ່ຜົນສໍາເລັດການຮ່ວມມືໃນໄລຍະຜ່ານມາ ແລະ ປຶກສາຫາລືເຖິງຂອດການຮ່ວມມືໃນຕໍ່ໜ້າ ແລະ ການພົບປະຄັ້ງນີ້ ຍັງໄດ້ພ້ອມກັນລົງນາມໃນຂໍ້ຕົກລົງການຮ່ວມມື ລະຫວ່າງ ສານສູງສຸດ ແຫ່ງສະຫະພັນຣັດເຊຍ ກັບສານປະຊາຊົນສູງ ສຸດ ແຫ່ງ ສປປ ລາວ, ແລກປ່ຽນບົດຮຽນເຊິ່ງກັນ ເເລະ ກັນ ໃນວຽກງານການພັດທະນາໂຄງສ້າງພື້ນຖານ ເປັນຕົ້ນແມ່ນຫ້ອງປະຊຸມສານ,ບັນລັງຕັດສິນ, ການສ້າງຖານຂໍ້ມູນສັງລວມບັນດາເອກະສານ ແລະ ແຜນດໍາເນີນງານໃນການພິຈາລະນາຄະດີຂອງສານ ທັງສອງປະເທດ.

ປະທານສານປະຊາຊົນສູງສຸດລາວ ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ ສ.ຣັດເຊຍ · ຮູບທີ 2

ຄຽງຄູ່ດຽວກັນ, ນອກຈາກໄດ້ເຄື່ອນໄຫວຢູ່ສານສູງ ສຸດ ແຫ່ງ ສະຫະພັນຣັດເຊຍແລ້ວ, ໃນວັນທີ 24 ພະຈິກ 2026 ຄະນະຜູ້ແທນ ຂອງສານປະຊາຊົນສູງສຸດ ແຫ່ງ ສປປ ລາວ ຍັງໄດ້ເຄື່ອນໄຫວ ພົບປະ ແລະ ຢ້ຽມຢາມທ່ານ ປະທານສະພາຜູ້ພິພາກສາ ແຫ່ງ ສະຫະພັນຣັດເຊຍ, ປະ ທານສານນະຄອນມົສກູ; ວັນທີ 26 ພະຈິກ 2026 ໄດ້ພົບ ປະ ແລະຢ້ຽມຢາມທ່ານ ປະທານ ສານນະຄອນເຊັນປີເຕີສເບີກ, ວັນທີ 27 ພະຈິກ 2026 ພົບປະ ແລະ ຢ້ຽມຢາມ ທ່ານ ປະທານສານຣັດຖະທໍາມະນູນ ແຫ່ງສະຫະພັນຣັດ ເຊຍ ເພື່ອປຶກສາຫາລື ແລກປ່ຽນທາງດ້ານວິຊາການ ໃນການພິຈາລະນາແກ້ໄຂຄະດີ ແລະ ຢ້ຽມຊົມຫໍມູນເຊື້ອທາງປະຫວັດສາດ ແລະ ທາງວັດທະນະທໍາ ຢູ່ເມືອງ Hermitage ສະຫະພັນຣັດເຊຍ ຕື່ມອີກ.

ADadvertisement
ADadvertisement
ADadvertisement

ປະທານສານປະຊາຊົນສູງສຸດລາວ ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ ສ.ຣັດເຊຍ

ປະທານສານປະຊາຊົນສູງສຸດລາວ ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ ສ.ຣັດເຊຍ · ຮູບທີ 5

ADadvertisement
ADadvertisement
ADadvertisement

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວພາຍໃນ
ມື້ນີ້ · ຂໍ້ມູນສົດ ວັນເສົາ 28 ພະຈິກ 2026 · ແຮມ 4 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່