ວັນເສົາ ທີ 28 ພະຈິກ 2026ອັບເດດລ່າສຸດ 21:26ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ປີ 2026 ອົງການກວດສອບປະຈໍາພາກໃຕ້ ໄດ້ກວດສອບສໍາເລັດ 16 ເປົ້າໝາຍ

ໂດຍ Jenjilaອັບເດດ
· 10 ຊົ່ວໂມງ ກ່ອນອ່ານ 2 ນາທີ8 ຄັ້ງ
ປີ 2026 ອົງການກວດສອບປະຈໍາພາກໃຕ້ ໄດ້ກວດສອບສໍາເລັດ 16 ເປົ້າໝາຍ
ADadvertisement
ADadvertisement
ADadvertisement

ທ່ານ ສົມສັກ ແສງສັກດາ ປະທານອົງການກວດສອບ ປະຈໍາພາກໃຕ້ ໄດ້ລາຍງານໃຫ້ຮູ້ກ່ຽວກັບຜົນສໍາເລັດການເຄື່ອນໄຫວວຽກງານຂອງອົງການກວດສອບປະຈໍາພາກໃຕ້ ປະຈໍາປີ2026 ແລະ ທິດທາງແຜນການ ປີ 2027 ແລະ ຜົນການກວດສອບບົດສະຫຼຸບຂາດຕົວ ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປະຈໍາປີ 2025 ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາປະຊາຊົນ ແຂວງສາລະວັນ ຊຸດທີ V ໃນວັນທີ 25 ພະຈິກຜ່ານມາ ໃຫ້ຮູ້ວ່າ: ໃນປີ 2026 ອົງການກວດສອບປະຈໍາພາກໃຕ້ ໄດ້ເຄື່ອນໄຫວ ຈັດຕັ້ງປະຕິບັດ ການກວດສອບເປົ້າໝາຍ ສໍາເລັດ 16 ເປົ້າໝາຍ, ໃນຈໍານວນແຜນການ 18 ເປົ້າໝາຍ, ປະຕິບັດໄດ້ 88 ກ່ວາສ່ວນຮ້ອຍ, ສໍາລັບຢູ່ແຂວງສາລະວັນ ໄດ້ລົງເຄື່ອນໄຫວກວດສອບຈໍານວນ 4 ເປົ້າໝາຍ ໄດ້ສໍາເລັດຕາມແຜນການ, ໃນນັ້ນ ໄດ້ກວດສອບບົດສະຫຼຸບຂາດຕົວການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປະຈໍາປີ 2025, ກວດສອບຄັງເງິນປະຈໍາແຂວງ, ກວດສອບສ່ວຍສາອາກອນປະຈໍາແຂວງ ແລະ ກວດສອບບັນດາໂຄງການລົງທຶນຂອງລັດ.

ປີ 2026 ອົງການກວດສອບປະຈໍາພາກໃຕ້ ໄດ້ກວດສອບສໍາເລັດ 16 ເປົ້າໝາຍ

ທ່ານ ສົມສັກ ແສງສັກດາ ກ່າວຕື່ມວ່າ: ປີ 2027 ອົງການກວດສອບປະຈໍາພາກໃຕ້ ມີແຜນເຄຶ່ອນໄຫວກວດສອບ ຢູ່ 4 ແຂວງພາກໄຕ້, ຈໍານວນ 18 ເປົ້າໝາຍ ຕາມມະຕິຂອງສະພາແຫ່ຊາດໄດ້ຮັບຮອງ, ໃນນັ້ນ ແຂວງຈໍາປາສັກ ມີ 5 ເປົ້າໝາຍ, ເຊກອງ 4 ເປົ້າໝາຍ, ອັດຕະປື 4 ເປົ້າໝາຍ ແລະ ແຂວງສາລະວັນ 5 ເປົ້າໝາຍ. ສໍາລັບຢູ່ແຂວງສາລະວັນ ຈະເລັ່ງໃສ່ກວດສອບບົດສະຫຼຸບຂາດຕົວການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປະຈໍາປີ 2026 ຄື: ກວດສອບໂຄງການກໍ່ສ້າງຕະຝັ່ງເຈື່ອນແຄມແມ່ນໍ້າຂອງ ປາກຕະພານ ເມືອງລະຄອນເພັງ ໃນມູນຄ່າການກໍ່ສ້າງ 55 ຕື້ກວ່າກີບ, ກວດສອບການມອບພັນທະເຂົ້າງົບປະມານຂອງບໍລິສັດ ຈຸງຢາອິຊິ ຊີມັງລາວ, ກວດສອບ ບໍລິສັດ ຫ້ວຍເປາະພາວເວີ້ ຈໍາກັດ ແລະ ບໍລິສັດ ຈະເລີນໄຊ ກໍ່ສ້າງຂົວທາງ ເຄຫາສະຖານ ແລະ ກໍ່ສ້າງຊົນລະປະທານ ຈໍາກັດຜູ້ດຽວ, ກວດສອບເປົ້າໝາຍອື່ນໆຕາມທີ່ສະພາຮັບຮອງ ໃຫ້ມີຜົນສໍາເລັດຕາມແຜນການທີ່ວາງໄວ້.

ພາບ-ຂ່າວ: ທິດລານີ ໂຄດໂຍທາ

ADadvertisement
ADadvertisement
ADadvertisement

ADadvertisement
ADadvertisement
ADadvertisement

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວພາຍໃນ
ມື້ນີ້ · ຂໍ້ມູນສົດ ວັນເສົາ 28 ພະຈິກ 2026 · ແຮມ 4 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່