
ສະຫລຸບການປະຕິບັດໂຄງການ ຍົກລະດັບການເປັນ ຄູ່ຮ່ວມມື ເພື່ອຮ່ວມແກ້ໄຂບັນຫາອາຊະຍາກໍາຂ້າມຊາດ

ສະຖາບັນການຕ່າງປະເທດ, ກະຊວງການຕ່າງປະເທດ ຈັດກອງປະຊຸມສະຫລຸບຕີລາຄາການຈັດຕັ້ງປະຕິບັດໂຄງການ “ຍົກລະດັບການເປັນຄູ່ຮ່ວມມື ເພື່ອຮ່ວມກັນແກ້ໄຂບັນຫາອາຊະຍາກໍາຂ້າມຊາດ ແນໃສ່ສ້າງປະຊາຄົມຮ່ວມຊາຕາກໍາດຽວກັນໃຫ້ປອດໄພ, ໝັ້ນຄົງ ແລະ ຈະເລີນຮຸ່ງເຮືອງ”, ພາຍໃຕ້ກອງທຶນພິເສດ ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ໃນວັນທີ 27 ພະຈິກ 2026 ໂດຍການເປັນປະທານຂອງ ທ່ານ ໄມທອງ ທໍາມະວົງສາ ຮອງລັດຖະມົນຕີກະຊວງການຕ່າງປະເທດ, ມີຜູ້ຕາງໜ້າຈາກບັນດາກະຊວງ, ຂະແໜງການ ແລະ ພາກສ່ວນກ່ຽວຂ້ອງອ້ອມຂ້າງສູນກາງ ແລະ ສະຖານເອກອັກຄະລັດຖະທູດ ຈີນ ປະຈໍາ ລາວ ເຂົ້າຮ່ວມ.

ໃນໂອກາດນີ້, ທ່ານ ວັດຖຸນິຍົມ ດວງມາລາ ຫົວໜ້າສະຖາບັນການຕ່າງປະເທດ ໄດ້ເນັ້ນໃຫ້ເຫັນເຖິງບັນດາຜົນສໍາເລັດຂອງການຈັດຕັ້ງປະຕິບັດໂຄງການຕະຫລອດໄລຍະ 1 ປີ ຜ່ານມາ ໂດຍສະ ເພາະການຈັດສໍາມະນາພາກພື້ນ ໃນຫົວຂໍ້: “ຍົກລະດັບການເປັນຄູ່ຮ່ວມມື ເພື່ອຮ່ວມກັນແກ້ໄຂບັນຫາອາຊະຍາກໍາຂ້າມຊາດ ແນໃສ່ສ້າງປະຊາຄົມຮ່ວມຊາຕາກໍາດຽວກັນໃຫ້ປອດໄພ, ໝັ້ນຄົງ ແລະ ຈະເລີນຮຸ່ງເຮືອງ” ທີ່ນະຄອນຫລວງພະບາງ ໃນເດືອນພຶດສະພາ 2026 ຜ່ານມາ ແລະ ການຈັດພິມປື້ມສັງລວມຜົນຂອງກອງປະຊຸມສໍາມະນາດັ່ງກ່າວ ເພື່ອເປັນບ່ອນອີງ ແລະ ແຫລ່ງຂໍ້ມູນອັນສໍາຄັນໃຫ້ແກ່ບັນດາສະຖາບັນ ແລະ ພາກສ່ວນກ່ຽວຂ້ອງຂອງບັນດາປະເທດສະມາຊິກຂອບການຮ່ວມມື ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ກໍຄື ສປປ ລາວ ໃນການນໍາໄປສືບຕໍ່ຄົ້ນຄວ້າຜັນຂະຫຍາຍເຂົ້າໃນການກໍານົດນະໂຍບາຍ ແລະ ຍຸດທະສາດການຮ່ວມມືດ້ານຕ້າງໆ ທີ່ຕິດພັນກັບວຽກງານສະກັດກັ້ນ ແລະ ແກ້ໄຂບັນຫາອາຊະຍາກໍາຂ້າມຊາດຢູ່ ສປປ ລາວ ກໍຄື ອະນຸພາກພື້ນ ແລະ ພາກພື້ນໃນຕໍ່ໜ້າ.

ໂຄງການດັ່ງກ່າວ ແມ່ນໜຶ່ງໃນໂຄງການພາຍໃຕ້ຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຊຶ່ງໄດ້ຮັບອະນຸມັດນໍາໃຊ້ງົບປະມານຂອງກອງທຶນພິເສດ ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ປະຈໍາສົກປີ 2024-2025 ແລະ ຈັດຕັ້ງປະຕິບັດໂດຍສະຖາບັນການຕ່າງປະເທດ, ກະຊວງການຕ່າງປະເທດ ໂດຍມີຈຸດປະສົງເພື່ອສ້າງເປັນເວທີສົນທະນາປຶກສາຫາລືດ້ານວິຊາການ ແລະ ສ້າງເຄືອຂ່າຍປະສານງານ ລະຫວ່າງບັນດາສະຖາບັນຄັງປັນຍາ, ນັກຄົ້ນຄ້ວາ ແລະ ພາກສ່ວນກ່ຽວຂ້ອງຂອງບັນດາປະເທດໃນອະນຸພາກພື້ນແມ່ນໍ້າຂອງ ກໍຄື ສະມາຊິກຂອງການຮ່ວມມື ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ໂດຍນໍາໃຊ້ກົນໄກປຶກສາຫາລືການທູດຊ່ອງທາງທີ 1.5 ແລະ ທີ 2 ເພື່ອຮ່ວມກັນຄົ້ນຄວ້າ, ຄາດຄະເນ ແລະ ນໍາສະເໜີແນວທາງນະໂຍບາຍ ຕໍ່ພາກສ່ວນກ່ຽວຂ້ອງຂອງຕົນ ລວມທັງໂຄສະນາເຜີຍແຜ່ ແລະ ສ້າງຄວາມຮັບຮູ້ກ່ຽວກັບວຽກງານສະກັດກັ້ນ, ປ້ອງກັນ ແລະ ແກ້ໄຂຜົນກະທົບຈາກບັນຫາອາຊະຍາກຳຂ້າມຊາດ ທີ່ກໍາລັງເປັນໄພຂົ່ມຄູ່ຕໍ່ສະຖຽນລະພາບ, ຄວາມໝັ້ນຄົງ ແລະ ການພັດທະນາເສດຖະກິດ-ສັງ ຄົມຂອງບັນດາປະເທດໃນອະນຸພາກພື້ນ, ພາກພື້ນ ແລະ ສາກົນ. ພ້ອມກັນນີ້, ກອງປະຊຸມກໍໄດ້ຮັບຟັງການລາຍງານ, ສົນທະນາແລກປ່ຽນຂໍ້ມູນ ແລະ ປະສົບການຕົວຈິງ ກ່ຽວກັບສະພາບການບັນຫາອາຊະຍາກໍາຂ້າມຊາດ ໃນ ສປປ ລາວ ແລະ ພາກພື້ນ ໃນປັດຈຸບັນ ແລະ ຄາດຄະເນທ່າອຽງໃນຕໍ່ໜ້າ.


ໂອກາດນີ້, ທ່ານ ໄມທອງ ທໍາມະວົງສາ ໄດ້ຕີລາຄາສູງ ຕໍ່ຜົນສໍາເລັດຂອງການຈັດຕັ້ງໂຄງການ ດັ່ງກ່າວທີ່ໄດ້ສະແດງໃຫ້ເຫັນເຈດຈໍານົງ ແລະ ຄວາມພະຍາຍາມຢ່າງຕັ້ງໜ້າຂອງ ສປປ ລາວ ໃນການຮ່ວມມືກັບບັນດາປະເທດເພື່ອນມິດ ໂດຍສະເພາະໃນອະນຸພາກພື້ນແມ່ນໍ້າຂອງ ເພື່ອຮ່ວມກັນປ້ອງກັນ ແລະ ແກ້ໄຂບັນຫາອາຊະຍາກໍາຂ້າມຊາດ ທີ່ກໍາລັງສົ່ງຜົນກະທົບຕໍ່ການພັດທະນາເສດຖະກິດ-ສັງຄົມ ແລະ ຊີວິດການເປັນຢູ່ຂອງປະຊາຊົນ ຂອງ ສປປ ລາວ ກໍຄື ບັນດາປະເທດໃນພາກພື້້ນ. ທ່ານຍັງໄດ້ຢໍ້າອີກວ່າ: ການແກ້ໄຂບັນຫາອາຊະຍາກຳຂ້າມຊາດ ແມ່ນບັນຫາທີ່ກໍາລັງສົ່ງຜົນກະທົບຕໍ່ທຸກປະເທດ, ບໍ່ມີປະເທດໃດສາມາດແກ້ໄຂໄດ້ໂດຍລໍາພັງ, ມັນຮຽກຮ້ອງໃຫ້ທຸກພາກສ່ວນກ່ຽວຂ້ອງຕ້ອງໄດ້ມີກົນໄກປຶກສາຫາລື, ແລກປ່ຽນບົດຮຽນ ແລະ ຮ່ວມມືກັນຢ່າງໃກ້ຊິດ ເພື່ອແກ້ໄຂບັນຫາດັ່ງກ່າວໃຫ້ມີປະສິດ ທິພາບ.
ພ້ອມກັນນີ້, ທ່ານ ໄມທອງ ທໍາມະວົງສາ ຍັງໄດ້ສະແດງຄວາມຂອບໃຈເປັນຢ່າງສູງ ຕໍ່ການສະໜັບສະໜຸນ ຂອງ ສປ ຈີນ ກໍຄື ບັນດາປະເທດສະມາຊິກຂອບການຮ່ວມມື ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ທີ່ໄດ້ປະກອບສ່ວນຊຸກຍູ້ ແລະ ມີສ່ວນຮ່ວມສໍາຄັນຕໍ່ຜົນສໍາເລັດຂອງການຈັດຕັ້ງປະຕິບັດໂຄງ ການດັ່ງກ່າວ ແລະ ຫວັງເປັນຢ່າງຍິ່ງວ່າ ໃນຕໍ່ໜ້າ ສປປ ລາວ ຈະໄດ້ຮັບການສືບຕໍ່ຮ່ວມມື ແລະ ສະໜັບສະໜຸນຈາກປະເທດສະມາຊິກ ກໍຄື ທຸກພາກສ່ວນກ່ຽວຂ້ອງໃນວຽກງານດັ່ງກ່າວ ເພື່ອຮ່ວມກັນສະກັດກັນ, ແກ້ໄຂ ແລະ ຫລຸດຜ່ອນຜົນກະທົບຈາກບັນຫາອາຊະຍາກໍາຂ້າມຊາດ ແນໃສ່ສ້າງປະຊາຄົມຮ່ວມຊາຕາກໍາດຽວກັນໃຫ້ມີຄວາມປອດໄພ, ໝັ້ນຄົງ ແລະ ຈະເລີນຮຸ່ງເຮືອງໃນອະນາຄົດ.
ຂ່າວນີ້ມີປະໂຫຍດບໍ່?
ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້
ອ່ານຕໍ່













