ວັນເສົາ ທີ 28 ພະຈິກ 2026ອັບເດດລ່າສຸດ 21:26ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ມາເລເຊຍ ແອຣລາຍ ສັ່ງຊື້ເຮືອບິນໂບອິງ 787 ດຣີມໄລເນີ 10 ລຳ

ໂດຍ Mahaxan
· 5 ຊົ່ວໂມງ ກ່ອນອ່ານ 1 ນາທີ3 ຄັ້ງ
ມາເລເຊຍ ແອຣລາຍ ສັ່ງຊື້ເຮືອບິນໂບອິງ 787 ດຣີມໄລເນີ 10 ລຳ
ADadvertisement
ADadvertisement
ADadvertisement
ມາເລເຊຍ ແອຣລາຍ ສັ່ງຊື້ເຮືອບິນໂບອິງ 787 ດຣີມໄລເນີ 10 ລຳ

ສຳນັກຂ່າວ ຊິນຮວາ ຂອງ ສປຈີນ,ເມື່ອບໍ່ດົນມານີ້, ມາເລເຊຍ ເອວິເອຊັນ ກຣຸບ (MAG) ເປັນບໍລິສັດໃຫ່ຍ ຂອງ ມາເລເຊຍ ແອຣລາຍ (Malaysia
Airlines), ສາຍການບິນ ແຫ່ງຊາດ ມາເລເຊຍ ປະກາດວ່າ: ໄດ້ສັ່ງຊື້ເຮືອບິນ
ໂບອິງ
787 ດຣີມໄລເນີ (Boeing 787 Dreamliner) ຈຳນວນ 10 ລຳ ໂດຍມີ ກຳນົດ ສົ່ງມອບໃນໄລຍະປີ 2032-2035
ແລະ ຍັງມີສິດເລືອກຊື້ ເຮືອບິນ ເພີ່ມເຕີມອີກ 6 ລຳ ເພື່ອເສີມຄວາມ ເຂັ້ມແຂງ ໃຫ້ແກ່ ການດຳເນີນງານ ຂອງ ຝູງບິນໄລຍະໄກ
ເຊິ່ງຈະເຮັດໃຫ້ ສາຍການບິນ ດັ່ງກ່າວ ກາຍເປັນຜູ້ ໃຫ້ບໍລິການ ເຮືອບິນລຸ້ນນີ້ ຄັ້ງທຳອິດຂອງ
ມາເລເຊຍ.

ທ່ານ ນາຊາຣຸດດິນ ເອ. ບາກາ ປະທານ
ມາເລເຊຍ ເອວິເອຊັນ ກຣຸບ ກ່າວວ່າ ເຮືອບິນເຫລົ່ານີ້ ຈະຊ່ວຍເສີມຂີດຄວາມສາມາດ ໃນການ ຮອງຮັບ
ຜູ້ໂດຍສານ ລວມທັງ ເພີ່ມປະສິດທິພາບ ແລະ ຄວາມທົນທານ ໃນການດຳເນີນງານ ເພື່ອຊ່ວຍເພີ່ມ ທ່າແຮງ
ຂອງ ບໍລິສັດ ໃນການໃຫ້ ບໍລິການ ຕະຫລາດ ລະຫວ່າງ ປະເທດ ທີ່ສຳຄັນ.

ປັດຈຸບັນ ສາຍການບິນ ດັ່ງກ່າວ
ມີເຮືອບິນໂບອິງ
737 (Boeing
737) ໃຫ້ບໍລິການ ຫລາຍກວ່າ 30 ລຳ ລວມເຖິງໂບອິງ
737-8 ຈຳນວນ 19 ລຳ ໂດຍສາຍການບິນ ມີຍອດສັ່ງຊື້
ເຮືອບິນໂບອິງ
737 ທັງໝົດ 55 ລຳ
ປະກອບດ້ວຍ ລຸ້ນ
737-8 ຈຳນວນ 43 ລຳ
ແລະ ລຸ້ນ
737-10 ຈຳນວນ 12 ລຳ ຜ່ານການ
ສັ່ງຊື້ ໂດຍກົງ ຈາກໂບອິງ ແລະ ຂໍ້ຕົກລົງ ການເຊົ່າຊື້.
/

ADadvertisement
ADadvertisement
ADadvertisement

ADadvertisement
ADadvertisement
ADadvertisement

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວຕ່າງປະເທດ
ມື້ນີ້ · ຂໍ້ມູນສົດ ວັນເສົາ 28 ພະຈິກ 2026 · ແຮມ 4 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່