
ສສ ຫວຽດນາມ-ອິນເດຍ ຊຸກຍູ້ການຮ່ວມມື ທາງທະເລ-ປະກອບສ່ວນ ໃຫ້ຄວາມໝັ້ນຄົງ ຢູ່ພາກພື້ນ

ວິທະຍຸກະຈ່າຍສຽງຫວຽດນາມ, ສສ ຫວຽດນາມ ແລະ ອິນເດຍຕ້ອງຍູ້ແຮງ ການຮ່ວມມື ບຳລຸງສ້າງ ແຫລ່ງຊັບພະຍາກອນມະນຸດ, ແບ່ງປັນຂໍ້ມູນ, ຍົກສູງຄວາມສາມາດ ໃນການຄຸ້ມຄອງ ແລະຮັບປະກັນຄວາມໝັ້ນຄົງໃນການເດີນເຮືອ, ຜ່ານນັ້ນໄດ້ປະກອບສ່ວນຢ່າງແທດຈິງ ໃຫ້ແກ່ ສັນຕິພາບ, ສະຖຽນລະພາບ ຢູ່ພາກພື້ນມະຫາສາໝຸດ ອິນເດຍ – ປາຊີຟິກ.ນີ້ແມ່ນສານພົ້ນເດັ່ນທີ່ການໂອ້ລົມສົນທະນາ ກ່ຽວກັບ ບົດບາດຮ່ວມນຳພາຂອງສສ ຫວຽດນາມ ໃນເສົາຄ້ຳ ຍົກສູງຄວາມສາມາດ ແລະ ແບ່ງປັນແຫລ່ງກຳລັງຂຶ້ນກັບຂໍ້ລິເລີ່ມ ມະຫາສະໝຸດ ອິນເດຍ-ປາຊີຟິກ (IPOI) ທີ່ຈັດຂຶ້ນໃນວັນທີ ເມື່ອບໍ່ດົນມານີ້ ຢູ່ນະຄອນຫລວງ ນີວເດລີi. ການໂອ້ລົມສົນທະນາ ໂດຍສະຖານທູດ ຫວຽດນາມ ປະຈຳ ອິນເດຍປະສານສົມທົບກັບກອງທຶນການເດີນເຮືອແຫ່ງຊາດ ອິນເດຍ ຈັດຂຶ້ນ.ທ່ານ ຈິ້ງມິງແມັ້ງ ເອກອັກຄະລັດຖະທູດຫວຽດນາມ ປະຈຳ ອິນເດຍ ຢັ້ງຢືນວ່າ: ຄວາມໝັ້ນຄົງ ແລະສະຖຽນລະພາບ ຂອງບັນດາເສັ້ນທາງການເດີນເຮືອ ບໍ່ພຽງແຕ່ ມີຄວາມໝາຍເປັນຕາຍ ຕໍ່ບັນດາປະເທດໃນພາກພື້ນເທົ່ານັ້ນຫາກຍັງ ມີຄວາມໝາຍເລິກຊິ່ງກວ້າງຂວາງຕໍ່ເສດຖະກິດທົ່ວໂລກອີກດ້ວຍ.ແຕ່ສະພາບແວດລ້ອມໃນການເດີນເຮືອຂອງພວກເຮົາ ພວມຜະເຊີນໜ້າກັບສິ່ງທ້າທາຍນາໆປະການ ທີ່ເຊື່ອມຕໍ່ກັນ.ບັນດາສິ່ງທ້າທາຍນີ້ ລວມມີຄວາມສ່ຽງກ່ຽວກັບ ຄວາມໝັ້ນຄົງແບບເກົ່າ, ການແກ່ງແຍ້ງໃນການເດີນເຮືອ, ໂຈນສະຫລັດ, ການຫາປາ ແບບຜິດກົດໝາຍ, ມົນລະພິດສິ່ງແວດລ້ອມທະເລ,ໄພທຳມະຊາດແລະ ການປົກປ້ອງຜູ້ເດີນທາງຢູ່ທະເລ, ພ້ອມກັບ ບັນດາບັນຫາອື່ນໆ.ບັນດາສິ່ງທ້າທາຍນີ້ ຮຽກຮ້ອງພວກເຮົາ ຕ້ອງເພີ່ມທະວີ ການຮ່ວມມື ການເດີນເຮືອໃນທຸກຂົງເຂດ, ນັບແຕ່ການປັບປຸງສະຕິຄວາມຮັບຮູ້ ກ່ຽວກັບ ຂົງເຂດການເດີນເຮືອຢູ່ທະເລຕະຫຼອດຮອດ ການເພີ່ມທະວີ ການແບ່ງປັນຂໍ້ມູນ, ຍົກສູງຄວາມສາມາດ ໃນການປະຕິບັດກົດໝາຍຢູ່ທະເລ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
ຂ່າວນີ້ມີປະໂຫຍດບໍ່?
ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້












