ວັນເສົາ ທີ 28 ພະຈິກ 2026ອັບເດດລ່າສຸດ 21:26ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ສປຊ ຮັບຮອງເອົາມະຕິຊຸກຍູ້ການຟື້ນຟູເສດຖະກິດ-ໜູນຊ່ວຍ ປາແລັດສະຕິນ

ໂດຍ Mahaxan
· 4 ຊົ່ວໂມງ ກ່ອນອ່ານ 1 ນາທີ3 ຄັ້ງ
ສປຊ ຮັບຮອງເອົາມະຕິຊຸກຍູ້ການຟື້ນຟູເສດຖະກິດ-ໜູນຊ່ວຍ ປາແລັດສະຕິນ
ADadvertisement
ADadvertisement
ADadvertisement

ວິທະຍຸກະຈ່າຍສຽງຫວຽດນາມ,ວັນ​ທີ 26 ພະ​ຈິກ, ກອງ​ປະ​ຊຸມ ​ສ​ປ​ຊ ກ່ຽວ​ກັບ ​ການ​ຄ້າ ແລະ ການພັດ​ທະ​ນາ (UNCTAD) ໄດ້ເຫັນ​ດີ​ເປັນ​ເອ​ກະ​ພາບ​ຮັບ​ຮອງ​ເອົາ​ມະ​ຕິ​ ຮຽກ​ຮ້ອງ​ເພີ່ມ​ທະ​ວີ​ ການ​ໜູນ​ຊ່ວຍ​​ ໃຫ້​ແກ່ ປະ​ຊາ​ຊົນ​ປາ​ແລັດ​ສະ​ຕິນ ແລະໜູນ​ຊ່ວຍ​ການ​ຟື້ນ​ຟູ​ ພື້ນ​ຖານ​ເສດ​ຖະ​ກິດ​.ມະ​ຕິ​ນີ້ ໄດ້ສ້າງ​ຂີດ​ໝາຍ​ເປັນ​ຄັ້ງ​ທຳ​ອິດ ​ພາຍຫລັງ 30 ປີ ທີ່​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ UNCTAD ບັນ​ລຸ ​ໄດ້​ຄວາມ​ເຫັນ​ດີ​ເຫັນ​ພ້ອມກ່ຽວ​ກັບ​ ການນຳ​ບັນ​ດາ​ມາດ​ຕາ​ທີ່​ກ່ຽວ​ຂ້ອງ​ເຖິງ​ລັດ ປາ​ແລັດ​ສະ​ຕິນເຂົ້າໃນ​ໂຄງ​ການ​ດຳ​ເນີນ​ງານ ​ທີ່​ໄດ້​ຮັບ​ຄວາມ​ເຫັນ​ດີ ​ເປັນ​ເອ​ກະ​ພາບ​ໃນ​ອົງ​ການ. ມະ​ຕິໄດ້​ຍົກໃຫ້ເຫັນ ​ຢ່າງ​ຈະ​ແຈ້ງ ກ່ຽວກັບ ​ການ​ກຳ​ນົດ​ທິດ ​ອະ​ນາ​ຄົດ​ຂອງ UNCTAD ໂດຍອີງ​ຕາມ​ໝາກ​ຜົນ ​ກອງ​ປະ​ຊຸມ​ປີ​ກ່ອນ, ຮຽກ​ຮ້ອງ​ເພີ່ມ​ທະ​ວີ​ ອົງ​ການ​ໜູນ​ຊ່ວຍ​ປະ​ຊາ​ຊົນ ປາ​ແລັດ​ສະ​ຕິນ ຂອງ UNCTAD ແລະເພີ່ມ​ທະ​ວີ​ການ​ປະ​ກອບ​ສ່ວນ ​ເຂົ້າ​ບັນ​ດາ​ຄວາມ​ມາ​ນະ​ພະ​ຍາ​ຍາມ ​ຟື້ນ​ຟູ​ພື້ນ​ຖານ​ເສດ​ຖະ​ກິດປາ​ແລັດ​ສະ​ຕິນ. ຕາມ​ອົງ​ການ​ສະ​ຖິ​ຕິ ປາ​ແລັດ​ສະ​ຕິນ​ ແລ້ວ, ນັບ​ແຕ່​ເວ​ລາ​ເກີດ​ສົງ​ຄາມຢູ່ ເຂດ​ ກາ​ຊາ, ​ ອັດ​ຕາຜູ້​ວ່າງ​ງານ ​ຢູ່​ເຂດ​ຝັ່ງ​ຕາ​ເວັນ​ຕົກ​ແມ່​ນ້ຳ ຈໍ​ແດນ ​ເພີ່ມ​ຂຶ້ນ 28%, ສູງກວ່າ​ທົບ​ສອງ​ເທົ່າ ​ເມື່ອ​ທຽບ​ໃສ່​ກັບ ​ເວ​ລາ​ກ່ອນ​ເກີດ​ສົງ​ຄາມ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

ADadvertisement
ADadvertisement
ADadvertisement
ADadvertisement
ADadvertisement
ADadvertisement

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວຕ່າງປະເທດ
ມື້ນີ້ · ຂໍ້ມູນສົດ ວັນເສົາ 28 ພະຈິກ 2026 · ແຮມ 4 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່