ວັນເສົາ ທີ 28 ພະຈິກ 2026ອັບເດດລ່າສຸດ 21:26ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ຍອດມູນຄ່າການລົງທຶນ-ການຮ່ວມມື ໃນຂົງເຂດ ພະລັງງານ ພາຍໃຕ້ຂໍ້ລິເລີ່ມ“ໜຶ່ງແລວໜຶ່ງເສັ້ນທາງ” ບັນລຸ ຫລາຍກວ່າ 3.330 ຕື້ຢວນ

ໂດຍ Mahaxan
· 3 ຊົ່ວໂມງ ກ່ອນອ່ານ 1 ນາທີ3 ຄັ້ງ
ຍອດມູນຄ່າການລົງທຶນ-ການຮ່ວມມື ໃນຂົງເຂດ ພະລັງງານ ພາຍໃຕ້ຂໍ້ລິເລີ່ມ“ໜຶ່ງແລວໜຶ່ງເສັ້ນທາງ” ບັນລຸ ຫລາຍກວ່າ 3.330 ຕື້ຢວນ
ADadvertisement
ADadvertisement
ADadvertisement

ວິທະຍຸ ໂທລະພາບ ສູນກາງຈີນ,ວັນທີ 26 ພະຈິກນີ້,ກອງປະຊຸມ ລັດຖະມົນຕີ ພະລັງງານ “ໜຶ່ງແລວໜຶ່ງເສັ້ນທາງ” ຄັ້ງທີ 4 ໄດ້ຈັດຂຶ້ນຢູ່ນະຄອນຊີ່ງຕາວ ແຂວງສ່ານຕົ່ງທີ່ຢູ່ທາງທິດ ຕາເວັນອອກ ຂອງ ສປ ຈີນ. ທ່ານ ວາງຈື້ຮົງ ຫົວໜ້າອົງການພະລັງງານແຫ່ງຊາດຈີນ ກ່າວວ່າ: ໄລຍະ 10 ກວ່າປີມານີ້,ການຮ່ວມມື ດ້ານພະລັງງານ ລະຫວ່າງ ປະເທດຕ່າງໆ ທີ່ຮ່ວມກັນສ້າງ “ໜຶ່ງແລວ ໜຶ່ງເສັ້ນທາງ” ໄດ້ຮັບໝາກຜົນຢ່າງອຸດົມສົມບູນ. ທໍ່ສົ່ງອາຍແກັສ ທຳມະຊາດອາຊີກາງ ນັບລວມແລ້ວໄດ້ສົ່ງອາຍແກັສ ທຳມະຊາດ ປະມານ 500 ຕື້ແມັດກ້ອນ ຢູ່ເຂດລ້ອງແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ ໄດ້ສຳເລັດ ການສ້າງເຄືອຂ່າຍ ພະລັງງານໄຟຟ້າ ຂ້າມຊາຍແດນ ຂະໜາດ 110 ກິໂລໂວນ ຂຶ້ນໄປ 16 ສາຍ,ປະລິມານ ການແລກປ່ຽນພະລັງງານ ລວມແລ້ວ ມີຫາຍກວ່າ 80 ຕື້ກິໂລວັດໂມງ.ໄລຍະ 10 ປີຜ່ານມາ, ກຳລັງຕິດຕັ້ງໄຟຟ້າພະລັງງານໃໝ່ ຂອງປະເທດ ທີ່ຮ່ວມກັນສ້າງ “ໜຶ່ງແລວ ໜຶ່ງເສັ້ນທາງ” ນັບລວມແລ້ວ ໄດ້ເພີ່ມຂຶ້ນເປັນຫລາຍກວ່າ 600 ກິກາວັດ ເພີ່ມຂຶ້ນສອງເທົ່າ ພາຍໃນ 10 ປີ, ສປ ຈີນ ດຳເນີນ ການຮ່ວມມື ໃນໂຄງການພະລັງງານສີຂຽວ ກັບ 100 ກວ່າປະເທດ ແລະເຂດແຄວ້ນ.ປະເທດສະມາຊິກ ການພົວພັນຄູ່ຮ່ວມມື ດ້ານພະລັງງານ “ໜຶ່ງແລວ ໜຶ່ງເສັ້ນທາງ”ໄດ້ເພີ່ມຂຶ້ນເປັນ 35 ປະເທດ ແລະເຄືອຂ່າຍການຮ່ວມມື ລວມມີ ວິສາຫະກິດຈີນ ແລະ ຕ່າງປະເທດເກືອບ 300 ແຫ່ງ. ອີງຕາມສະຖິຕິຈາກອົງການຄົ້ນຄວ້າ ທີ່ກ່ຽວຂ້ອງ,ນັບມາຮອດທ້າຍປີ 2025,ຍອດມູນຄ່າການຮ່ວມມື ໃນດ້ານການລົງທຶນແລະ ການກໍ່ສ້າງໂຄງງານໃນຂົງເຂດ ພະລັງງານ ພາຍໃຕ້ ຂໍ້ລິເລີ່ມ “ໜຶ່ງແລວ ໜຶ່ງເສັ້ນທາງ”ມີຫລາຍກວ່າ 3.330 ຕື້ຢວນ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

ADadvertisement
ADadvertisement
ADadvertisement
ADadvertisement
ADadvertisement
ADadvertisement

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວຕ່າງປະເທດ
ມື້ນີ້ · ຂໍ້ມູນສົດ ວັນເສົາ 28 ພະຈິກ 2026 · ແຮມ 4 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່