ວັນອາທິດ ທີ 29 ພະຈິກ 2026ອັບເດດລ່າສຸດ 21:26ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ເຈົ້າໜ້າທີ່ປະຈຳສະໜາມບິນສາກົນວັດໄຕຢຶດຊິ້ນສ່ວນສັດປ່າຫວງຫ້າມ 10.1 ກິໂລ ຢູ່ສະໜາມບິນສາກົນວັດໄຕ

ໂດຍ Jenjila
· 6 ເດືອນ ກ່ອນອ່ານ 1 ນາທີ123 ຄັ້ງ
ເຈົ້າໜ້າທີ່ປະຈຳສະໜາມບິນສາກົນວັດໄຕຢຶດຊິ້ນສ່ວນສັດປ່າຫວງຫ້າມ 10.1 ກິໂລ ຢູ່ສະໜາມບິນສາກົນວັດໄຕ
ADadvertisement
ADadvertisement
ADadvertisement

ໃນວັນທີ 15 ພຶດສະພາ ຜ່ານມານີ້, ຄະນະເຈົ້າໜ້າທີ່ກ່ຽວຂ້ອງປະຈຳສະໜາມບິນສາກົນວັດໄຕ ມີ: ເຈົ້າໜ້າທີ່ພາສີ, ເຈົ້າໜ້າທີ່ຕຳຫຼວດ ຕມ ແລະ ເຈົ້າໜ້າທີ່ກັກກັນພືດ-ສັດ ໄດ້ດຳເນີນການກວດກາ ແລະ ສາມາດສະກັດກັ້ນການລັກລອບຂົນສົ່ງຊິ້ນສ່ວນສັດປ່າຫວງຫ້າມຂ້າມຊາດ. ການປະຕິບັັດງານໃນຄັ້ງນີິ້ ແມ່ນຜົນສຳເລັດຂອງການປະສານງານ ແລະ ສົມທົບກັນຢ່າງກົມກຽວ ລະຫວ່າງ ເຄືອຂ່າຍບັງຄັບໃຊ້ກົດໝາຍ LAO-WEN ຮ່ວມກັນ ຄື: ກົມພາສີ, ກົມກວດກາຊັບພະຍາກອນທາມະຊາດ ແລະ ສິ່ງແວດລ້ອມ, ກົມຕຳຫຼວດສິ່ງແວດລ້ອມ, ເຈົ້າໜ້າທີ່ຕຳຫຼວດກວດຄົນເຂົ້າ-ອອກເມືອງ ແລະ ເຈົ້າໜ້າທີ່ກັກກັນສັດ.

ເຈົ້າໜ້າທີ່ປະຈຳສະໜາມບິນສາກົນວັດໄຕຢຶດຊິ້ນສ່ວນສັດປ່າຫວງຫ້າມ 10.1 ກິໂລ ຢູ່ສະໜາມບິນສາກົນວັດໄຕ

ຜ່ານການກວດກາເຄື່ອງໂດຍສານດ້ວຍເຄື່ອງເອັກສະເລ (X-ray) ຂອງຖ້ຽວບິນ QV 924 ເວລາປະມານ 15:30 ນາທີ ຊຶ່ງເດີນທາງອອກຈາກປະເທດອັງໂກລາ ໃນວັນທີ 12 ພຶດສະພາ 2026 ດ້ວຍຖ້ຽວບິນ EK 794 ຜ່ານປະເທດ ທີ 2 ແລະ ທີ 3 ເຂົ້າມາ ສປປ ລາວ. ເຈົ້າໜ້າທີ່ໄດ້ພົບເຫັນວັດຖຸຕ້ອງສົງໄສຊຸກເຊື່ອງຢູ່ໃນຮູບປັ້ນເຄື່ອງທີ່ລະນຶກ. ຈາກການກວດກາຕົວຈິງ ພົບເຫັນຊິິ້ນສ່ວນຄ້າຍຄືສັດປ່າຫວງຫ້າມ ຊຶ່ງປະກອບມີ: ຊິ້ນສ່ວນຄ້າຍຄືນໍແຮດ ຈຳນວນ 4 ອັນ, ນ້ຳໜັກ 10.1 ກິໂລກຣາມ (ລວມວັດສະດຸຫຸ້ມຫໍ່). ຜູ້ຖືກສົງໄສໃນຄັ້ງນີິ້ແມ່ນ ເພດຊາຍ, ສັນຊາດຫວຽດນາມ. ຕໍ່ກັບເຫດການດັ່ງກ່າວ, ທາງເຈົ້າໜ້າທີ່ບັງຄັບໃຊ້ກົດໝາຍ ພາຍໃຕ້ເຄືອຂ່າຍ LAO-WEN ຈະດຳເນີນການສືບສວນ-ສອບສວນ ຕາມຂັ້ນຕອນກົດໝາຍ ແລະ ລະບຽບການ.

ເຈົ້າໜ້າທີ່ປະຈຳສະໜາມບິນສາກົນວັດໄຕຢຶດຊິ້ນສ່ວນສັດປ່າຫວງຫ້າມ 10.1 ກິໂລ ຢູ່ສະໜາມບິນສາກົນວັດໄຕ · ຮູບທີ 2
ເຈົ້າໜ້າທີ່ປະຈຳສະໜາມບິນສາກົນວັດໄຕຢຶດຊິ້ນສ່ວນສັດປ່າຫວງຫ້າມ 10.1 ກິໂລ ຢູ່ສະໜາມບິນສາກົນວັດໄຕ · ຮູບທີ 3
ເຈົ້າໜ້າທີ່ປະຈຳສະໜາມບິນສາກົນວັດໄຕຢຶດຊິ້ນສ່ວນສັດປ່າຫວງຫ້າມ 10.1 ກິໂລ ຢູ່ສະໜາມບິນສາກົນວັດໄຕ · ຮູບທີ 4

(ຂ່າວ: ກົມກວດກາຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ; ພາບ: ຂັນວິຈິດ/ພອນໄຊ

ADadvertisement
ADadvertisement
ADadvertisement

ພະແນກເຕັກໂນໂລຊີຂໍ້ມູນ-ຂ່າວສານ, ຫ້ອງການກະຊວງກະສິກຳ ແລະ ສິ່ງແວດລ້ອມ)

ADadvertisement
ADadvertisement
ADadvertisement

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

ອ່ານແລ້ວ 123 ຄັ້ງ
‹ ກັບໄປໝວດຂ່າວພາຍໃນ
ມື້ນີ້ · ຂໍ້ມູນສົດ ວັນອາທິດ 29 ພະຈິກ 2026 · ແຮມ 5 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່