ວັນອາທິດ ທີ 29 ພະຈິກ 2026ອັບເດດລ່າສຸດ 21:26ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ແຈ້ງການໃຫ້ໂຈະການນຳເຂົ້າລົດນໍາໃຊ້ນໍ້າມັນເຊື້ອໄຟໝົດປີ 2026 ເພື່ອສົ່ງເສີມການນໍາໃຊ້ລົດໄຟຟ້າ ແລະ ພະລັງງານທົດແທນ

ໂດຍ Jenjila
· 6 ເດືອນ ກ່ອນອ່ານ 1 ນາທີ135 ຄັ້ງ
ແຈ້ງການໃຫ້ໂຈະການນຳເຂົ້າລົດນໍາໃຊ້ນໍ້າມັນເຊື້ອໄຟໝົດປີ 2026 ເພື່ອສົ່ງເສີມການນໍາໃຊ້ລົດໄຟຟ້າ ແລະ ພະລັງງານທົດແທນ
ADadvertisement
ADadvertisement
ADadvertisement

ແຈ້ງໃຫ້ໂຈະນຳເຂົ້າລົດນໍ້າມັນຊົ່ວຄາວ ຫສນຍ ອອກທິດຊີ້ນຳໃຫ້ກະຊວງ ອຄ ໂຈະຊົ່ວຄາວການນຳເຂົ້າລົດນໍ້າມັນຈົນໝົດປີ 2026 ຍົກເວັ້ນລົດໂດຍສານ ແລະ ລົດກົນຈັກສະເພາະທາງ.

ອີງຕາມແຈ້ງການຈາກຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ.

ເລື່ອງ : ທິດຊີ້ນໍາຂອງກອງປະຊຸມຄັ້ງປະຖົມມະລຶກ ຂອງລັດຖະບານ ຊຸດທີ X ແລະ ກອງປະຊຸມ ລັດຖະບານ ສະໄໝສາມັນ ປະຈໍາເດືອນ ເມສາ 2026 ກ່ຽວກັບການຈັດຕັ້ງປະຕິບັດນະໂຍບາຍ ແລະ ມາດຕະການສົ່ງເສີມການນໍາໃຊ້ລົດໄຟຟ້າ ແລະ ພະລັງງານທົດແທນ.

ADadvertisement
ADadvertisement
ADadvertisement

ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຂໍຖືເປັນກຽດແຈ້ງມາຍັງທ່ານ ເພື່ອຈັດຕັ້ງປະຕິບັດ ທິດຊີ້ນໍາຂອງ ກອງປະຊຸມຄັ້ງປະຖົມມະລຶກ ຂອງລັດຖະບານ ຊຸດທີ X ແລະ ກອງປະຊຸມລັດຖະບານ ສະໄໝສາມັນ ປະຈໍາເດືອນ ເມສາ 2026, ດັ່ງນີ້:

1. ໃຫ້ກະຊວງອຸດສາຫະກໍາ ແລະ ການຄ້າ ສົມທົບກັບພາກສ່ວນກ່ຽວຂ້ອງປະຕິບັດ ດັ່ງນີ້:

1) ໃຫ້ໂຈະຊົ່ວຄາວການນໍາເຂົ້າລົດທີ່ນໍາໃຊ້ນໍ້າມັນເຊື້ອໄຟທຸກປະເພດ ຈົນຫມົດປີ 2026, ຍົກເວັ້ນພາຫະນະຂົນສົ່ງໂດຍສານ, ພາຫະນະກົນຈັກ, ລົດບັນທຸກ ທີ່ຮັບໃຊ້ໂຄງການ ແລະ ການຜະລິດ, ພາຫະນະຮັບໃຊ້ວິຊາສະເພາະ, ພ້ອມນັ້ນ, ກໍ່ໃຫ້ຄົ້ນຄວ້ານະໂຍບາຍ ເພື່ອຫຼຸດຜ່ອນຜົນເສຍຫາຍຂອງບັນດາບໍລິສັດນໍາເຂົ້າລົດ ທີ່ໄດ້ຮັບຜົນກະທົບຈາກນະໂຍບາຍດັ່ງກ່າວ.

2) ກໍານົດໂຄງສ້າງລາຄາລົດໄຟຟ້າທີ່ຈະນໍາມາຈໍາໜ່າຍ ຢູ່ ສປປ ລາວ ໃຫ້ລະອຽດ ໂດຍກໍານົດໃຫ້ໄດ້ລາຄາອອກຈາກໂຮງງານ, ຄ່າຂົນສົ່ງ, ຄ່າພາສີ-ອາກອນ, ເພດານກໍາໄລຂອງລົດແຕ່ລະປະເພດ, ແຕ່ລະຍີ່ຫໍ້ເພື່ອບໍ່ໃຫ້ ບໍລິສັດນໍາເຂົ້າລົດໄຟຟ້າເກງກໍາໄລ ຫຼື ຂາຍໃນລາຄາທີ່ ສູງເກີນຄວາມເປັນຈິງ ໃນເວລາທີ່ສັງຄົມມີຄວາມຕ້ອງການນໍາ ໃຊ້ລົດໄຟຟ້າສູງຂຶ້ນ ຍ້ອນການໂຈະການນໍາເຂົ້າລົດທີ່ນໍາໃຊ້ນໍ້າມັນເຊື້ອໄຟ. ຖ້າບໍລິສັດໃດສວຍໂອກາດຂຶ້ນລາຄາ ລົດໄຟຟ້າແບບບໍ່ສົມເຫດສົມຜົນ ແມ່ນໃຫ້ມີມາດຕະການເດັດຂາດ ໃນການປັບໃໝ-ລົງໂທດ.

ແຈ້ງການໃຫ້ໂຈະການນຳເຂົ້າລົດນໍາໃຊ້ນໍ້າມັນເຊື້ອໄຟໝົດປີ 2026 ເພື່ອສົ່ງເສີມການນໍາໃຊ້ລົດໄຟຟ້າ ແລະ ພະລັງງານທົດແທນ
ແຈ້ງການໃຫ້ໂຈະການນຳເຂົ້າລົດນໍາໃຊ້ນໍ້າມັນເຊື້ອໄຟໝົດປີ 2026 ເພື່ອສົ່ງເສີມການນໍາໃຊ້ລົດໄຟຟ້າ ແລະ ພະລັງງານທົດແທນ · ຮູບທີ 2

ADadvertisement
ADadvertisement
ADadvertisement

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

ອ່ານແລ້ວ 135 ຄັ້ງ
‹ ກັບໄປໝວດແຈ້ງການ
ມື້ນີ້ · ຂໍ້ມູນສົດ ວັນອາທິດ 29 ພະຈິກ 2026 · ແຮມ 5 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່