ວັນອາທິດ ທີ 29 ພະຈິກ 2026ອັບເດດລ່າສຸດ 21:26ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ມີກຸ່ມຄົນລັກລອບຂຸດຄົ້ນຄຳ ແບບຜິດກົດໝາຍ ຕາມສາຍເຊ ແລະ ຫ້ວຍຕ່າງໆ ຢູ່ແຂວງສະຫວັນນະເຂດ

ໂດຍ Pele
· 6 ເດືອນ ກ່ອນອ່ານ 2 ນາທີ58 ຄັ້ງ
ມີກຸ່ມຄົນລັກລອບຂຸດຄົ້ນຄຳ ແບບຜິດກົດໝາຍ ຕາມສາຍເຊ ແລະ ຫ້ວຍຕ່າງໆ ຢູ່ແຂວງສະຫວັນນະເຂດ
ADadvertisement
ADadvertisement
ADadvertisement

ເຈົ້າໜ້າທີ່ວິຊາສະເພາະແຂວງສະຫວັນນະເຂດໄດ້ຢຶດພາຫະນະ ແລະ  ອຸປະກອນ-  ເຄື່ອງມື ແລະ ອື່ນໆ ຈາກກຸ່ມຄົນບ່ໍດີ ເມື່ອມໍ່ໆມານີ້ ທີ່ໃຊ້ລັກລອບຂຸດຄົ້ນຄຳຕົກຂ້ອນແບບຜິດກົດໝາຍ ຕາມສາຍເຊ ແລະ ຫ້ວຍຕ່າງໆໃນເຂດເມືອງພີນ ແລະ ເມືອງເຊໂປນ ແຂວງສະຫວັນນະເຂດ.

ມີກຸ່ມຄົນລັກລອບຂຸດຄົ້ນຄຳ ແບບຜິດກົດໝາຍ ຕາມສາຍເຊ ແລະ ຫ້ວຍຕ່າງໆ ຢູ່ແຂວງສະຫວັນນະເຂດ

ພາຫະນະ ແລະ ອຸປະກອນ- ເຄື່ອງມືຕ່າງໆທີ່ຢຶດນັ້ນລວມມີລົດຈົກ 13 ຄັນ, ລົດບັນທຸກ 10 ລໍ້ 1 ຄັນ, ລົດກະບະ 3 ຄັນ, ລົດຈັກ 1 ຄັນ, ເຮືອ ພ້ອມເຄື່ອງຈັກ 9 ລຳ, ລົດຈົກ (ລົດຂຸດ) 13 ຄັນ ແລະ ລົດບັນທຸກ 10 ລໍ້ 1 ຄັນ, ລົດກະບະ 4 ປະຕູ 3 ຄັນ, ເຮືອບັກ ແລະ ເຮືອດູດຊາຍທັງຂະໜາດໃຫຍ່ 1 ລຳ, ຂະໜາດນ້ອຍ 1 ລຳ ແລະ ແບບປະດິດຫຼາວກວ່າ 10 ລຳ, ເຮືອເຫຼັກ ແລະ ເຮືອຕິດເຄື່ອງຈັກອີກ 11 ລຳ, ຕະແກງເຫຼັກ 15 ອັນ/ຊຸດ, ຜ້າພົມ ແລະ ລາງຮ່ອນຄຳ, ຫົວບົດຫີນ 1 ຫົວ, ອ່າງເຫຼັກ 17 ອ່າງ, ຖັງຢາງ 15 ໜ່ວຍ, ຖັງຢາງ 1,000 ລີດ 3 ຖັງ; ສ່ວນແຮ່ທາດທີ່ຢຶດໄດ້ມີ: ຫີນຂຽວ 28 ໂຕນ ແລະ ນ້ຳບາ 1.2 ກິໂລກຣາມ, ຈັກປັ່ນໄຟຟ້າ/ຕູ້ປັ່ນໄຟ 9 ເຄື່ອງ, ຈັກດູດນ້ຳ 13 ເຄື່ອງ ພ້ອມຫົວໂປມ, ຂໍ້ຕໍ່ 6 ຫົວ, ຈັກສະຕິນ-ເຄື່ອງຈັກ 4 ສູບ, ຈັກພາເວີ, ໄດສະຕາດ, ໄດສາກ, ກອງອາກາດ ແລະ ທໍ່ນ້ຳຢາງ/ສາຍນ້ຳອີກ 3 ກໍ້, ຕູ້ແຊ່ເຢັນ 2 ໜ່ວຍ, ຕູ້ເຊບ 1 ຕູ້, ຫີບເຫຼັກ 1 ຫີບ, ຕູ້ຄອນເທນເນີ 3 ຕູ້ (ຕູ້ເກັບອຸປະກອນ ແລະ ຕູ້ພັກເຊົາ) ພ້ອມອຸປະກອນເຕັກນິກອື່ນໆ (ກ້ອງວົງຈອນປິດ, ຕູ້ຈອດ, ໂຄມໄຟ, ບັ້ງອົກຊີ, ເຕົາແກັດ) ແລະ ນ້ຳມັນກາຊວນ 6 ຖັງເຕັມ ພ້ອມຖັງນ້ຳມັນ 200 ລິດ 1 ຖັງ, ໜັງສືຜ່ານແດນຂອງຄົນຫວຽດນາມ ຈຳນວນ 16 ຫົວ ແລະ ໂທລະສັບມືຖື 10 ໜ່ວຍ; ສ່ວນຂອງກາງປະເພດໄມ້: ພົບເຫັນໄມ້ຢູ່ວົງເຂດປ່າສະຫງວນແຫ່ງຊາດ(ຫ່າງຈາກຈຸດຂຸດຄຳ 5 ກິໂລແມັດ) ເປັນໄມ້ຍາງ 35 ທ່ອນ (ບໍລິມາດ 46,231 ແມັດກ້ອນ) ແລະ ໄມ້ຮາວ 1 ຕັບ(ບໍລິມາດ 1,100 ແມັດກ້ອນ).

ມີກຸ່ມຄົນລັກລອບຂຸດຄົ້ນຄຳ ແບບຜິດກົດໝາຍ ຕາມສາຍເຊ ແລະ ຫ້ວຍຕ່າງໆ ຢູ່ແຂວງສະຫວັນນະເຂດ · ຮູບທີ 2

ປະຈຸບັນ, ເຄື່ອງຂອງກາງ ແມ່ນໄດ້ຖືກແຍກໄປເກັບຮັກສາ ແລະ ຄຸ້ມກັນໄວ້ຢ່າງປອດໄພຢູ່ 4 ຈຸດຄື: ກອງບັນຊາການ ປກສ ເມືອງເຊໂປນ (ເປັນຈຸດຫຼັກ), ຄ້າຍຄຸມຂັງພາກໃຕ້ແກ້ງຄັນ, ກອງບັນຊາການ ປກຊ ເມືອງພີນ ແລະ ບາງສ່ວນ ແມ່ນຍັງຖືກຄຸ້ມກັນ ແລະ ຮັກສາໄວ້ຊົ່ວຄາວຢູ່ສະຖານທີ່ພາກສະໜາມ.

ADadvertisement
ADadvertisement
ADadvertisement
ມີກຸ່ມຄົນລັກລອບຂຸດຄົ້ນຄຳ ແບບຜິດກົດໝາຍ ຕາມສາຍເຊ ແລະ ຫ້ວຍຕ່າງໆ ຢູ່ແຂວງສະຫວັນນະເຂດ · ຮູບທີ 3

ທີ່ມາແຫຼ່ງຂໍ້ມູນ: ສະຫວັນພັດທະນາ ຂ່າວ

ADadvertisement
ADadvertisement
ADadvertisement

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

ອ່ານແລ້ວ 58 ຄັ້ງ
‹ ກັບໄປໝວດຂ່າວພາຍໃນ
ມື້ນີ້ · ຂໍ້ມູນສົດ ວັນອາທິດ 29 ພະຈິກ 2026 · ແຮມ 5 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່