ວັນອາທິດ ທີ 29 ພະຈິກ 2026ອັບເດດລ່າສຸດ 21:26ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ເອັມບັບເປ ຍິງ 2 ປະຕູ ຊ່ວຍຝຣັ່ງ ເອົາຊະນະ ເຊເນການ 3-1 ບານໂລກ 2026

ໂດຍ Jenjila
· 5 ເດືອນ ກ່ອນອ່ານ 1 ນາທີ65 ຄັ້ງ
ເອັມບັບເປ ຍິງ 2 ປະຕູ ຊ່ວຍຝຣັ່ງ ເອົາຊະນະ ເຊເນການ 3-1 ບານໂລກ 2026
ADadvertisement
ADadvertisement
ADadvertisement
ເອັມບັບເປ ຍິງ 2 ປະຕູ ຊ່ວຍຝຣັ່ງ ເອົາຊະນະ ເຊເນການ 3-1 ບານໂລກ 2026

ການແຂ່ງຂັນເຕະບານໂລກ 2026 ຮອບສຸດທ້າຍ ໃນຄືນຂອງວັນທີ 16 ມິຖຸນາ ຕາມເວລາທ້ອງຖິ່ນ ກົງກັບຕອນເຊົ້າຂອງວັນທີ 17 ມິຖຸນາ ທີ່ສະໜາມກິລາ ໂຊຟາຍ, ລອດແອນເຈລິດ, ສະຫະລັດອາເມຣິກາ ເປັນການລົງຂອງກຸ່ມ I ລະຫວ່າງ ທີມຊາດຝຣັ່ງ ພົບກັບ ທີມຊາດເຊເນການ.

ເກມການແຂ່ງຂັນເຄິ່ງເວລາທຳອິດ ທັງສອງທີມຫຼິ້ນດ້ວຍຄວາມລະມັດລະວັງ ເຮັດໃຫ້ຈົບເຄິ່ງເວລາທຳອິດສະເໝີກັນ 0-0 ປະຕູ. ແຕ່ຫຼັງຈາກພັກເຄິ່ງ, ທ່ານ ດີດີເຢ ເດຊອງ ຄູຝຶກທີມຊາດຝຣັ່ງ ໄດ້ແກ້ເກມມາດີ, ກ່ອນຈະມາຂຶ້ນນຳ ຈາກຈັງຫວະທີ່ ໄມເຄິນ ໂອລິເຊ ສົ່ງບານທະລຸແນວຮັບໃຫ້ ຄີລີຢັນ ເອັມບັບເປ ຫຼຸດເຂົ້າໄປຍິງເຂົ້າປະຕູໄປ ເຮັດໃຫ້ຝຣັ່ງ ຂຶ້ນນຳກ່ອນ 1-0.

ຫຼັງຈາກນັ້ນ, ແບຣດລີ ບາໂຄລາ ຕົວສຳຮອງທີ່ຖືກສົ່ງລົງມາ ກໍມາຍິງປະຕູເພີ່ມໃຫ້ຝຣັ່ງໜີຫ່າງເປັນ 2-0. ເຖິງແມ່ນວ່າໃນໄລຍະທົດເວລາບາດເຈັບ ອິບຣາຮິມ ເອັມບາຍ ຈະຍິງປະຕູຕີໄຂ່ແຕກໃຫ້ ເຊເນການ ໄລ່ມາເປັນ 1-2, ແຕ່ ເອັມບັບເປ ກໍມາປິດທ້າຍດ້ວຍປະຕູສຸດງາມໃນນາທີ 90+6 ພາ ທີມຊາດຝຣັ່ງ ເອົາໄຊຊະນະໄປ 3-1 ເກັບ 3 ຄະແນນທຳອິດໄດ້ສຳເລັດ.

ADadvertisement
ADadvertisement
ADadvertisement

ສຳລັບໂປຣແກຣມແຂ່ງຂັນນັດຕໍ່ໄປ ໃນວັນທີ 23 ມິຖຸນາ 2026, ຝຣັ່ງ ຈະພົບກັບ ອີຣັກ, ເຊເນການ ພົບກັບ ນອກແວ.

ADadvertisement
ADadvertisement
ADadvertisement

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

ອ່ານແລ້ວ 65 ຄັ້ງ
‹ ກັບໄປໝວດກິລາ
ມື້ນີ້ · ຂໍ້ມູນສົດ ວັນອາທິດ 29 ພະຈິກ 2026 · ແຮມ 5 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່