ວັນຈັນ ທີ 16 ພະຈິກ 2026ອັບເດດລ່າສຸດ 04:50ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ໂຣນັນໂດ ປະເດີມຝືດ !!! ທີມຊາດໂປຣຕຸເກສ ເຮັດໄດ້ພຽງສະເໝີ ດີອາຣ໌ຄອງໂກ ໃນສຶກບານໂລກ 2026

ໂດຍ kalingອັບເດດ
· 5 ເດືອນ ກ່ອນອ່ານ 1 ນາທີ42 ຄັ້ງ
ໂຣນັນໂດ ປະເດີມຝືດ !!! ທີມຊາດໂປຣຕຸເກສ ເຮັດໄດ້ພຽງສະເໝີ ດີອາຣ໌ຄອງໂກ ໃນສຶກບານໂລກ 2026
ADadvertisement
ADadvertisement
ADadvertisement

ໂປຣຕຸເກສ ຖືກ ດີອາຣ໌ຄອງໂກ ໄລ່ເຈົ້າ ເປີດຫົວບານໂລກ 2026

ໂຣນັນໂດ ປະເດີມຝືດ !!! ທີມຊາດໂປຣຕຸເກສ ເຮັດໄດ້ພຽງສະເໝີ ດີອາຣ໌ຄອງໂກ ໃນສຶກຟຸດບານໂລກ 2026 ກຸ່ມ ເຄ ນັດທຳອິດ

ການແຂ່ງຂັນບານໂລກ 2026 ກຸ່ມ ເຄ ນັດທຳອິດ ໃນຄືນວັນພຸດ ທີ 17 ມິຖຸນາ 2026 ທີ່ສະໜາມ ເອັນອາຣ໌ຈີ ສະເຕເດຍມ໌, ຮິວສຕັນ “ໝອກຄຳ” ທີມຊາດໂປຣຕຸເກສ ປະທະຮ້ອນລະອຸ ກັບ ທີມຊາດດີອາຣ໌ຄອງໂກ

ໂຣນັນໂດ ປະເດີມຝືດ !!! ທີມຊາດໂປຣຕຸເກສ ເຮັດໄດ້ພຽງສະເໝີ ດີອາຣ໌ຄອງໂກ ໃນສຶກບານໂລກ 2026

ເປີດສະໜາມເຄິ່ງທຳອິດໄດ້ພຽງນາທີທີ 6 ໂປຣຕຸເກສ ຂຶ້ນນຳ 1-0 ເມື່ອ ເປໂດຣ ເນໂຕ ສົ່ງບານເຂົ້າເຂດໂທດໃຫ້ ຊູອາວ ເນເວສ ສອດໂຫນ່ງເຂົ້າປະຕູ

ຈາກນັ້ນຊ່ວງທົດເວລາ ນາທີທີ 45+5 ດີອາຣ໌ຄອງໂກ ຕີສະເໝີ 1-1 ອາທູຣ໌ ມາຊູອາກູ ສົ່ງບານຈາກຝັ່ງຂວາເຂົ້າມາ ໂຢອານ ວິສຊາ ໂຫນ່ງເຂົ້າປະຕູໄປເລີຍ ກ່ອນຈົບເຄິ່ງທຳອິດໄປດ້ວຍຄະແນນນີ້

ໂຣນັນໂດ ປະເດີມຝືດ !!! ທີມຊາດໂປຣຕຸເກສ ເຮັດໄດ້ພຽງສະເໝີ ດີອາຣ໌ຄອງໂກ ໃນສຶກບານໂລກ 2026 · ຮູບທີ 2

ກັບມາຫຼິ້ນຕໍ່ເຄິ່ງສອງ ນາທີທີ 55 ໂປຣຕຸເກສ ໃກ້ຈະຂຶ້ນນຳອີກຄັ້ງ ຊູອາວ ການເຊໂລ່ ຍິງເຂົ້າໄປ ແຕ່ຖືກຈັບລ້ຳໜ້າ

ໝົດເກມ ໂປຣຕຸເກສ ເຮັດໄດ້ພຽງສະເໝີ ດີອາຣ໌ຄອງໂກ 1-1

ສ່ວນໂປຣແກຣມນັດຕໍ່ໄປ ໂປຣຕຸເກສ ຈະພົບກັບ ອຸສເບກິສຖານ ສ່ວນ ດີອາຣ໌ຄອງໂກ ຈະປະທະກັບ ໂຄລົມເບຍ ແຂ່ງຂັນວັນທີ 24 ມິຖຸນາ ທັງ 2 ຄູ່

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດກິລາ
ມື້ນີ້ · ຂໍ້ມູນສົດ ວັນຈັນ 16 ພະຈິກ 2026 · ຂຶ້ນ 7 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່