ວັນພຸດ ທີ 4 ພະຈິກ 2026ອັບເດດລ່າສຸດ 22:25ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ສປ ຈີນ ຈະຈັດກອງປະຊຸມສຸດຍອດ ສື່ມວນຊົນໂລກ ຄັ້ງທີ 7

ໂດຍ Mahaxan
· 1 ຊົ່ວໂມງ ກ່ອນອ່ານ 1 ນາທີ1 ຄັ້ງ
ສປ ຈີນ ຈະຈັດກອງປະຊຸມສຸດຍອດ ສື່ມວນຊົນໂລກ ຄັ້ງທີ 7
ADadvertisement
ADadvertisement
ADadvertisement

ວິທະຍຸ ໂທລະພາບ ສູນກາງຈີນ, ກອງ​ປະ​ຊຸມ​ສຸດຍອດ ​ສື່ມວນ​ຊົນ​ໂລກ ​ຄັ້ງ​ທີ 7 ຈະ​ຈັດ​ຂຶ້ນ​ຢູ່ ​ນະ​ຄອນ​ຫລວງ ​ປັກ​ກິ່ງຂອງ​ ສປ ຈີນ ໃນ​ລະ​ຫວ່າງ ວັນ​ທີ 5 ຫາ 9 ພະ​ຈິກ​ນີ້. ຜູ້​ຕາງ​ໜ້າ​ເກືອບ 500 ຄົນ​ ຈາກ​ສື່ຫລັກ, ຄັງ​ປັນ​ຍາ, ພາ​ກ​ສ່ວນ​ລັດ​ຖະ​ບານ, ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ​ແລະ ​ອົງ​ການ​ຈັດ​ຕັ້ງ​ສາ​ກົນ​ອື່ນໆ ເກືອບ 330 ແຫ່ງ​​ຈາກ 112 ປະ​ເທດ​ ແລະ ​ເຂດ​ແຄວ້ນ ​ທົ່ວ​ໂລກຈະ​ເຂົ້າ ​ຮ່​ວມກອງປະ​ຊຸມ​ດັ່ງ​ກ່າວ. ກອງ​ປະ​ຊຸມ​ຄັ້ງ​ນີ້​ ຈະຈັດ​ຂຶ້ນ​ພາຍ​ໃຕ້​ຫົວ​ຂໍ້ “ພາ​ລະ​ໜ້າ​ທີ່ ​ແລະ ​ການ​ຮ່ວມ​ມື ​ຂອງ​ສື່ມວນ​ຊົນ​ ໃນ​ທ່າມ​ກາງ​ການ​​ ຫັນ​ປ່ຽນ​ໄປ​ສູ່​ ອັດ​ສະ​ລິ​ຍະ”, ​ເຊິ່ງຈະ​ບັນ​ລຸ​ໝາກ​ຜົນ​ ຫລາຍ​ຢ່າງ.ຜູ້​ແທນ​ຈີນ ​ແລະ ​ຕ່າງ​ປະ​ເທດ ​ຈະ​ດຳ​ເນີນ​ການ​ແລກ​ປ່ຽນ ​ໂດຍ​ປິ່ນ​ອ້ອມ​ ຫົວ​ຂໍ້​ຕ່າງໆເຊັ່ນ:ການ​ພັດ​ທະ​ນາ​​ ປັນ​ຍາ​ປະ​ດິດ ແບບ​ນຳ​ເອົາ​ ຜົນ​ປະ​ໂຫຍດ ​​ມາໃຫ້​ແກ່ ​ປະ​ຊາ​ຊົນ​ທົ່ວ​ໄປ​, ການ​ຫັນ​ປ່ຽນ​ຮູບ​ແບບ​ ຂອງ​ສື່ມວນ​ຊົນ ​ທົ່ວ​ໂລກ ແລະ ​ອື່ນໆ, ພ້ອມ​ທັງ​ ຈະ​ຢ້ຽມ​ຢາມ​ ແຫ່ງ​ຕ່າງໆ ​​ໃນນະ​ຄອນ​ຫລວງ ​ປັກ​ກິ່ງ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວຕ່າງປະເທດ
ມື້ນີ້ · ຂໍ້ມູນສົດ ວັນພຸດ 4 ພະຈິກ 2026 · ແຮມ 9 ຄ່ຳ ເດືອນ 11 ເປີດໜ້າມື້ນີ້

ອ່ານຕໍ່