ວັນພຸດ ທີ 4 ພະຈິກ 2026ອັບເດດລ່າສຸດ 22:25ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ຍອດການສົ່ງອອກ ສ.ເກົາຫລີ ເພີ່ມຂຶ້ນ

ໂດຍ Mahaxan
· 46 ນາທີ ກ່ອນອ່ານ 1 ນາທີ1 ຄັ້ງ
ຍອດການສົ່ງອອກ ສ.ເກົາຫລີ ເພີ່ມຂຶ້ນ
ADadvertisement
ADadvertisement
ADadvertisement
ຍອດການສົ່ງອອກ ສ.ເກົາຫລີ ເພີ່ມຂຶ້ນ

ສຳນັກຂ່າວ ອິນໂຟເຄວສ: ກະຊວງການຄ້າ, ອຸດສາຫະກຳ ແລະ ຊັບພະຍາກອນຂອງ ສ.ເກົາຫລີ ເປີດເຜີຍວ່າ: ຍອດການສົ່ງອອກ ຂອງປະເທດນີ້ ໃນເດືອນຕຸລາ 2026 ລວມມີ1,1528 ແສນລ້ານໂດລາ ສະຫະລັດ, ເພີ່ມຂຶ້ນ 93,7%(ກວມເອົາອັດຕາສ່ວນ ປະມານເຄິ່ງໜຶ່ງ ຂອງເສດຖະກິດ ສ.ເກົາຫລີ), ເນື່ອງຈາກໄດ້ຮັບ ແຮງຊຸກຍູ້ຈາກ ຄວາມ ຕ້ອງການຊິບ ປັນຍາປະດິດ (AI) ທີ່ເຕີບໂຕຢ່າງເຂັ້ມແຂງ.

ຕົວເລກດັ່ງກ່າວ ຖືເປັນມູນຄ່າການສົ່ງອອກ ລາຍເດືອນທີ່ສູງສຸດ ເປັນອັນດັບ 2 ຫລັງຈາກທີ່ເຄີຍ ເຮັດສະຖິຕິສູງສຸດ ເປັນປະຫວັດສາດໃນລະດັບ 1,211 ແສນລ້ານໂດລາ ສະຫະລັດ ເມື່ອເດືອນກັນຍາທີ່ຜ່ານມາ.

ໂດຍຍອດການສົ່ງອອກຊິບ ເຊມິຄອນດັກເຕີ ບັນລຸ5,644 ໝື່ນລ້ານໂດລາ ສະຫະລັດ,ເພີ່ມຂຶ້ນເຖິງ 259,4% ທ່າມກາງການ ຂະຫຍາຍການລົງທຶນ ໃນພື້ນຖານ ໂຄງລ່າງ ປັນຍາປະດິດ (AI) ຢ່າງຕໍ່ເນື່ອງ ເຊິ່ງສົ່ງຜົນໃຫ້ລາຄາຊິບ ໜ່ວຍຄວາມຈຳປັບຕົວສູງຂຶ້ນ.

ໃນຊ່ວງ 10 ເດືອນທຳອິດຂອງປີ 2026 ຍອດການສົ່ງອອກ ສະສົມຂອງ ສ.ເກົາຫລີ ລວມມີ9,3 ແສນລ້ານໂດລາສະຫະລັດ ສົ່ງຜົນໃຫ້ມີໂອກາດ ທີ່ຈະເຮັດສະຖິຕິ ສົ່ງອອກ ລາຍປີ ບັນລຸລະດັບ 1 ພັນຕື້ໂດລາ ສະຫະລັດເປັນປະຫວັດສາດ ໃຫ້ໄດ້ພາຍໃນເດືອນນີ້./

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວຕ່າງປະເທດ
ມື້ນີ້ · ຂໍ້ມູນສົດ ວັນພຸດ 4 ພະຈິກ 2026 · ແຮມ 9 ຄ່ຳ ເດືອນ 11 ເປີດໜ້າມື້ນີ້

ອ່ານຕໍ່