
ທຶນສຳຮອງເງິນຕາຕ່າງປະເທດ ສ.ເກົາຫລີ ເຕີບໂຕລະດັບ443.160 ລ້ານໂດລາ


ສຳນັກຂ່າວ ອິນໂຟເຄວສ: ເມື່ອບໍ່ດົນມານີ້ ທະນາຄານກາງ ສ.ເກົາຫລີ (BOK) ເປີດເຜີຍວ່າ: ທຶນສຳຮອງເງິນຕາ ຕ່າງປະເທດຂອງ ສ.ເກົາຫລີ ປັບຕົວເພີ່ມຂຶ້ນ ໃນ ເດືອນທີ່ຜ່ານມາ ໂດຍໄດ້ຮັບແຮງ ສະໜັບສະໜູນ ຈາກການລົງທຶນໃນຊັບສິນ ຕ່າງປະເທດ ເພີ່ມຂຶ້ນລວມທັງເງິນຝາກ ສະກຸນເງິນຕາຕ່າງປະເທດ ທີ່ສະຖາບັນການເງິນ ພາຍໃນປະ ເທດ ປັບຕົວສູງຂຶ້ນ.
ໂດຍທຶນສຳຮອງ ເງິນຕາຕ່າງປະເທດລວມ ໃນທ້າຍເດືອນຕຸລາ ເພີ່ມຂຶ້ນ 2,60 ພັນລ້ານໂດລາສະຫະລັດ ເມື່ອທຽບໃສ່ເດືອນຜ່ານມາ ຫລັງຈາກຫລຸດລົງ 1,72 ຕື້ໂດລາ ສະຫະລັດ ໃນເດືອນຜ່ານມາ.
ການຟື້ນຕົວດັ່ງກ່າວ ເນື່ອງຈາກຜົນກຳໄລ ເພີ່ມຂຶ້ນຈາກການ ບໍລິຫານຊັບສິນ ຕ່າງປະເທດ ແລະ ການເຕີບໂຕຂອງເງິນຝາກ ສະກຸນເງິນຕາຕ່າງປະເທດ ທີ່ສະຖາບັນການເງິນ ພາຍໃນປະເທດ. ນອກຈາກນັ້ນ, ມູນຄ່າຫລັກຊັບຕ່າງປະເທດ ເຊັ່ນ: ພັນທະບັດລັດຖະບານ ແລະ ຫຸ້ນກູ້ເອກະຊົນ ຫລຸດລົງ 3,59 ຕື້ໂດລາສະຫະລັດ ເມື່ອທຽບເປັນລາຍເດືອນ ຈໍາ ນວນ 382.430 ລ້ານໂດລາ ສະຫະລັດ ເມື່ອເດືອນຕຸລາຜ່ານມາ./
ຂ່າວນີ້ມີປະໂຫຍດບໍ່?
ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້
ອ່ານຕໍ່


ຈີນ ຊື້ຄຳເພີ່ມຂຶ້ນຢ່າງຕໍ່ເນື່ອງ ເປັນເດືອນທີ່ 24
14 ຊົ່ວໂມງກ່ອນ




