ວັນພຸດ ທີ 11 ພະຈິກ 2026ອັບເດດລ່າສຸດ 19:05ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ເຊກອງ ທຳລາຍສິນຄ້າໝົດອາຍຸ ເສື່ອມຄຸນນະພາບ

ໂດຍ kaling
· 5 ມື້ ກ່ອນອ່ານ 2 ນາທີ13 ຄັ້ງ
ເຊກອງ ທຳລາຍສິນຄ້າໝົດອາຍຸ ເສື່ອມຄຸນນະພາບ
ADadvertisement
ADadvertisement
ADadvertisement

ແຫລ່ງຂ່າວຈາກ ແຂວງເຊກອງ ໃຫ້ຮູ້ວ່າ: ພິທີທຳລາຍສິນຄ້າໝົດອາຍຸ ເສື່ອມຄຸນນະພາບ ຈັດຂຶ້ນໃນວັນທີ 5 ພະຈິກ 2026 ທີ່ພະແນກສາທາລະນະສຸກ ແຂວງເຊກອງ ໂດຍມີທ່ານ ດຣ. ນາງ ລຳພັນ ໄຊຄຳມີ ຫົວໜ້າພະແນກສາທາລະນະສຸກແຂວງ, ມີຄະນະກຳມະການລົງກວດກາ ຕິດຕາມ ແລະ ຊຸກຍູ້ ພ້ອມດ້ວຍພະນັກງານຂະແໜງອາຫານ ແລະ ຢາ ເຂົ້າຮ່ວມ.

ເຊກອງ ທຳລາຍສິນຄ້າໝົດອາຍຸ ເສື່ອມຄຸນນະພາບ

ທ່ານ ເພັດສະໝອນ ແພງສຸລິພັນ ຫົວໜ້າຂະແໜງອາຫານ ແລະ ຢາ ລາຍງານວ່າ: ນັບແຕ່ວັນທີ 27-30 ຕຸລາ 2026 ຂະແໜງອາຫານ ແລະ ຢາ ພ້ອມດ້ວຍຄະນະກຳມະການຕິດຕາມ ກວດກາ ແລະ ຊຸກຍູ້ ໄດ້ລົງເຄື່ອນໄຫວກວດກາສານປົນເປື້ອນໃນອາຫານ, ອາຫານເສື່ອມຄຸນນະພາບ ແລະ ອາຫານໝົດອາຍຸການນໍາໃຊ້ ຊຶ່ງໄດ້ມີການຕິດຕາມ ກວດກາ ຢູ່ຕາມຫ້າງຮ້ານຂາຍຍົກ-ຂາຍຍ່ອຍ, ຕະຫລາດສົດເທສະບານແຂວງ ລວມທັງການຈໍລະຈອນສິນຄ້າ 54 ຮ້ານ, ໄດ້ກວດພົບສິນຄ້າໝົດອາຍຸ ໃນ 42 ຮ້ານ, ມີ 209 ລາຍການ ລວມມູນຄ່າ 32,8 ລ້ານກວ່າກີບ, ພົບການລັກລອບນຳເຂົ້າສິນຄ້າ ທີ່ບໍ່ໄດ້ຮັບອະນຸຍາດ ມາວາງຂາຍອີກຈຳນວນໜຶ່ງ. ທັງນີ້ກໍເພື່ອຊຸກຍູ້ໃຫ້ຜູ້ປະກອບການຜະລິດແລະ ຜູ້ປະກອບການຂາຍສະບຽງອາຫານ ເປັນເຈົ້າການປະຕິບັດໃຫ້ຖືກຕ້ອງ ສອດຄ່ອງ ຕາມລະບຽບຫລັກການ ເພື່ອຮັບປະກັນຄຸນນະພາບອາຫານ ແລະ ຄວາມປອດໄພຂອງຜູ້ບໍລິໂພກ.

ເຊກອງ ທຳລາຍສິນຄ້າໝົດອາຍຸ ເສື່ອມຄຸນນະພາບ · ຮູບທີ 2

ທ່ານ ດຣ. ນາງ ລຳພັນ ໄຊຄຳມີ ໄດ້ກ່າວວ່າ: ຄະນະພັກ-ຄະນະນໍາພະແນກສາທາລະນະສຸກແຂວງ ກໍໄດ້ເອົາໃຈໃສ່ຊີ້ນໍາຂະແໜງການທີ່ກ່ຽວຂ້ອງ ໂດຍສະເພາະ ຂະແໜງອາຫານ ແລະ ຢາ ລົງເຮັດໜ້າທີ່ ພ້ອມຄະນະກຳມະການ ເພື່ອຕິດຕາມ ກວດກາບັນດາສິນຄ້າຕ່າງໆ ຕາມຫ້າງຮ້ານໃນແຕ່ໄລຍະ ທັງນີ້ກໍເພື່ອຊຸກຍູ້ໃຫ້ຜູ້ປະກອບການຜະລິດ ແລະ ຜູ້ປະກອບການຂາຍສະບຽງອາຫານ ໄດ້ເປັນເຈົ້າການປະຕິບັດໃຫ້ຖືກຕ້ອງ ສອດຄ່ອງຕາມລະບຽບຫລັກການ ເພື່ອຮັບປະກັນຄຸນນະພາບອາຫານ ແລະ ຄວາມປອດໄພ ຜູ້ບໍລິໂພກ, ຊຶ່ງໃນຕໍ່ໜ້ານີ້, ທາງຂະແໜງການ

ເຊກອງ ທຳລາຍສິນຄ້າໝົດອາຍຸ ເສື່ອມຄຸນນະພາບ · ຮູບທີ 3

ກ່ຽວຂ້ອງ ແລະ ຄະນະກຳມະການ ຈະໄດ້ສືບຕໍ່ປະສານສົບທົບກັນ ລົງເຄື່ອນໄຫວກວດກາສິນຄ້າທີ່ມີຄວາມສ່ຽງຢ່າງຕໍ່ເນື່ອງ ພ້ອມນຳເອົານິຕິກຳທີ່ກ່ຽວພັນ ລົງເຜີຍແຜ່ຜັນຂະຫຍາຍ ເພື່ອສ້າງຄວາມຮັບຮູ້ ຄວາມເຂົ້າໃຈໃຫ້ແກ່ຜູ້ປະກອບການ ຢ່າງກວ້າງຂວາງ. ພ້ອມນີ້, ກໍຮຽກຮ້ອງມາຍັງເຈົ້າຂອງຫ້າງຮ້ານຄ້າຕ່າງໆ ຈົ່ງເປັນເຈົ້າການ ຊ່ວຍກັນໃນການປະຕິບັດລະບຽບຫລັກການ, ຂາຍສິນຄ້າທີ່ມີຄຸນນະພາບ, ຊື້ຜະລິດຕະພັນຈາກແຫລ່ງຜະລິດທີ່ຖືກຕ້ອງ, ມີສະຫລາກລະບຸ ວັນ, ເດືອນ, ປີ ຜະລິດ ແລະ ວັນ, ເດືອນ, ປີ ໝົດອາຍຸການນໍາໃຊ້. ນອກນັ້ນ, ກໍຕ້ອງມີເອກະສານທະບຽນການຄ້າຖືກຕ້ອງ ເພື່ອອໍານວຍຄວາມສະດວກໃນການກວດກາສິນຄ້າ ຢ່າງຖືກຕ້ອງຕາມລະບຽບການ.

ເຊກອງ ທຳລາຍສິນຄ້າໝົດອາຍຸ ເສື່ອມຄຸນນະພາບ · ຮູບທີ 4

ຂ່າວ: ອັດສະວິນ

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

ມື້ນີ້ · ຂໍ້ມູນສົດ ວັນພຸດ 11 ພະຈິກ 2026 · ຂຶ້ນ 2 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່