ວັນພຸດ ທີ 11 ພະຈິກ 2026ອັບເດດລ່າສຸດ 19:05ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ສື່ມວນຊົນ ໄອແຄັບ ຮຽກຮ້ອງໃຫ້ເພີ່ມທະວີການຮ່ວມມືເພື່ອສ້າງຄວາມໄວ້ເນື້ອເຊື່ອໃຈໃນຍຸກ AI

ໂດຍ Mahaxan
· 2 ມື້ ກ່ອນອ່ານ 2 ນາທີ5 ຄັ້ງ
ສື່ມວນຊົນ ໄອແຄັບ ຮຽກຮ້ອງໃຫ້ເພີ່ມທະວີການຮ່ວມມືເພື່ອສ້າງຄວາມໄວ້ເນື້ອເຊື່ອໃຈໃນຍຸກ AI
ADadvertisement
ADadvertisement
ADadvertisement

ໃນກອງປະຊຸມ, ບັນດາຜູ້ແທນ ແລະ ຫົວໜ້າອົງການສື່ມວນຊົນ ໄດ້ຮ່ວມກັນປະກອບຄຳເຫັນ ແລະ ແລກປ່ຽນທັດສະນະຢ່າງກວ້າງຂວາງ ກ່ຽວກັບສິ່ງທ້າທາຍຈາກການຫັນເປັນດີຈິຕອນ ແລະ ເຕັກໂນໂລຊີປັນຍາປະດິດ (AI Transformation ຫຼື AX) ທີ່ກຳລັງສົ່ງຜົນກະທົບຕໍ່ວົງການສື່ມວນຊົນ. ກອງປະຊຸມໄດ້ເນັ້ນໜັກເຖິງຄວາມສຳຄັນຂອງສື່ມວນຊົນທີ່ມີຄວາມໂປ່ງໃສ ແລະ ມີຄວາມຮັບຜິດຊອບສູງ, ພ້ອມທັງສະແດງຄວາມກັງວົນຕໍ່ການແຜ່ຂະຫຍາຍຢ່າງກວ້າງ ແລະ ວ່ອງໄວຂອງຂ່າວປອມ, ຂ່າວບິດເບືອນ (Misinformation & Disinformation) ແລະ ເນື້ອໃນຄອນເທັນທີ່ຖືກດັດແປງດ້ວຍ AI (Deepfakes) ຊຶ່ງທຳລາຍຄວາມໜ້າເຊື່ອຖືຂອງຜູ້ບໍລິໂພກຂໍ້ມູນຂ່າວສານທີ່ມີຕໍ່ສື່ມວນຊົນ.

ໂອກາດນີ້, ບັນດາຜູ້ແທນກອງປະຊຸມໄດ້ເຫັນດີຮ່ວມກັນໃນການຊຸກຍູ້ໃຫ້ມີການກວດສອບເນື້ອໃນບົດຂ່າວໂດຍມະນຸດ (Human Editorial Oversight), ການຮັກສາຈັນຍາບັນສື່, ການຫຼຸດຜ່ອນຊ່ອງວ່າງດ້ານເຕັກໂນໂລຊີ ແລະ ການເຄົາລົບເງື່ອນໄຂຄວາມແຕກຕ່າງຂອງແຕ່ລະປະເທດ.

ໃນກອງປະຊຸມ, ທ່ານ ນາງ ສີວັນໄຊ ສິພັນຄຳ ຮອງຜູ້ອຳນວຍການໃຫຍ່ໄດ້ມີຄຳເຫັນກ່ຽວກັບການຫັນປ່ຽນດ້ວຍປັນຍາປະດິດ ຫຼື AX ວ່າ: ການຂະຫຍາຍຕົວຢ່າງວ່ອງໄວຂອງ AX ກໍໄດ້ນຳມາເຊິ່ງຄວາມສ່ຽງ ເປັນຕົ້ນ ຂ່າວປອມແບບ Deepfakes, ການໃຫ້ຂໍ້ມູນທີ່ບໍ່ຖືກຕ້ອງ ຫຼື ບໍ່ເປັນທຳ ໄປຈົນເຖິງຂ່າວສານທີ່ຖືກສ້າງຂຶ້ນອັດຕະໂນມັດ ຊຶ່ງກຳລັງທົດສອບຄວາມໄວ້ວາງໃຈຂອງຜູ້ບໍລິໂພກຂໍ້ມູນຂ່າວສານ ກໍຄື ປະຊາຊົນ. ໃນຍຸກ AI ນີ້, ພວກເຮົາຈະປົກປ້ອງຈິດວິນຍານຂອງວຽກງານສື່ມວນຊົນໄດ້ແນວໃດ? ຈາກມຸມມອງຂອງພວກເຮົາ, ສື່ມວນຊົນບໍ່ຄວນເປັນພຽງຜູ້ລາຍງານເຫດການຕາມກະແສເທົ່ານັ້ນ, ແຕ່ຍັງຕ້ອງເປັນຜູ້ຊີ້ນຳທາງດ້ານຄວາມຄິດ, ສ້າງຄວາມເຂົ້າໃຈທີ່ຖືກຕ້ອງໃຫ້ແກ່ສັງຄົມ ແລະ ຮັບໃຊ້ຜົນປະໂຫຍດສ່ວນລວມ ໂດຍອີງໃສ່ຄວາມເປັນຈິງ, ຫຼັກວິຊາການ ແລະ ຄວາມຮັບຜິດຊອບສູງ. ເພື່ອບັນລຸເປົ້າໝາຍນີ້ໃນຍຸກ AI, ພວກເຮົາຄວນຍຶດໝັ້ນ 3 ເສົາຫຼັກສຳຄັນ: ເພີ່ມທະວີການນຳພາຂອງພັກການເມືອງ, ການຄຸ້ມຄອງຂອງລັດ ແລະ ຈັນຍາບັນຂອງສື່ມວນຊົນ; ການຫັນປ່ຽນ AX ຕ້ອງເຄົາລົບຄວາມແຕກຕ່າງທາງດ້ານສະພາບແວດລ້ອມຂອງຊາດ, ປະຫວັດສາດ ແລະ ວັດທະນະທຳ; ພວກເຮົາຕ້ອງການການຮ່ວມມືສາກົນທີ່ແທ້ຈິງ ລະຫວ່າງພັກການເມືອງ, ໜ່ວຍງານລັດ ແລະ ອົງການສື່ມວນຊົນ.

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

ມື້ນີ້ · ຂໍ້ມູນສົດ ວັນພຸດ 11 ພະຈິກ 2026 · ຂຶ້ນ 2 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່