
ຈີນທົດລອງໃຫ້ຫຸ່ນຍົນ 6 ໂຕ ເຮັດວຽກໃນຮ້ານຄ້າສະດວກຊື້ຕະຫຼອດ 24 ຊົ່ວໂມງ ສຸດທ້າຍມີ 2 ໂຕບໍ່ຜ່ານການທົດສອບ

ໃນວັນທີ 2–3 ພະຈິກ 2026 ບໍລິສັດ AgiBot ນຳຫຸ່ນຍົນຮູບຮ່າງຄ້າຍມະນຸດ G2 ຈຳນວນ 6 ໂຕ ໄປທົດລອງເຮັດວຽກໃນຮ້ານຈີນສົ່ງຫຸ່ນຍົນຮູບຮ່າງຄ້າຍມະນຸດ 6 ໂຕ ທົດສອບການເຮັດວຽກໃນຮ້ານສະດວກຊື້ຕະຫຼອດ 24 ຊົ່ວໂມງ ສຸດທ້າຍມີ 2 ໂຕບໍ່ຜ່ານການທົດສອບ ໂດຍໂຕໜຶ່ງຕິດຖັງຂີ້ເຫຍື້ອ ຈົນເດີນອອກໄປນອກຮ້ານ ສ່ວນອີກໂຕໜຶ່ງກໍເຕີມສິນຄ້າບໍ່ທັນ.

ພາບຈາກ X: @AGIBOTofficial
ຈີນສົ່ງຫຸ່ນຍົນຮູບຮ່າງຄ້າຍມະນຸດ 6 ໂຕ ທົດສອບເຮັດວຽກໃນຮ້ານສະດວກຊື້ 24 ຊົ່ວໂມງ ສຸດທ້າຍ AI ສອບຕົກ 2 ໂຕ
ທ່າມກາງຄວາມກັງວົນວ່າ ເທັກໂນໂລຊີ AI ແລະຫຸ່ນຍົນອັດສະລິຍະອາດເຂົ້າມາແທນທີ່ແຮງງານມະນຸດໃນອະນາຄົດ ແຕ່ການທົດລອງຄັ້ງໜຶ່ງຈາກປະເທດຈີນ ກັບສະທ້ອນໃຫ້ເຫັນວ່າ ເຖິງແມ່ນຫຸ່ນຍົນຈະຖືກອອກແບບມາເພື່ອຊ່ວຍແບ່ງເບົາວຽກງານ ແຕ່ກໍອາດບໍ່ສາມາດຮັບມືກັບສະຖານະການເຮັດວຽກຈິງໄດ້ທຸກຢ່າງ.
ການທົດລອງຄັ້ງນີ້ ໄດ້ນຳເອົາຫຸ່ນຍົນ 6 ໂຕ ເຂົ້າໄປເຮັດວຽກໃນຮ້ານສະດວກຊື້ຕະຫຼອດ 24 ຊົ່ວໂມງ ແຕ່ສຸດທ້າຍມີ 2 ໂຕທີ່ບໍ່ສາມາດປະຕິບັດໜ້າທີ່ໄດ້ຕາມເປົ້າໝາຍ ໂດຍໜຶ່ງໃນນັ້ນຍັງເດີນອອກຈາກຮ້ານໄປ ແລະບໍ່ກັບເຂົ້າມາອີກ.
ເຫດການນີ້ເກີດຂຶ້ນທີ່ນະຄອນຊຽງໄຮ້ ປະເທດຈີນ ໂດຍບໍລິສັດ Agibot ຜູ້ຜະລິດຫຸ່ນຍົນຊື່ດັງຂອງຈີນ ໄດ້ຈັດການທົດລອງຜ່ານການຖ່າຍທອດສົດ ໃນຊື່ “Robots Never Clock Out” ຫຼື “ຫຸ່ນຍົນບໍ່ເຄີຍຕອກບັດເລີກວຽກ” ໂດຍໃຫ້ຫຸ່ນຍົນຮູບຮ່າງຄ້າຍມະນຸດ 6 ໂຕ ເຂົ້າໄປເຮັດວຽກໃນຮ້ານສະດວກຊື້ແຫ່ງໜຶ່ງ ໃນເຂດຊູຮຸ່ຍ ເປັນເວລາຕໍ່ເນື່ອງ 24 ຊົ່ວໂມງ ເພື່ອທົດສອບຄວາມສາມາດໃນການບໍລິການລູກຄ້າ ແລະຈັດການວຽກງານຕ່າງໆພາຍໃນຮ້ານ.

ຫຸ່ນຍົນ 6 ໂຕ ເຮັດວຽກໄດ້ລວມ 1,730 ພາລະກິດ
ຕະຫຼອດການທົດລອງ ຫຸ່ນຍົນທັງ 6 ໂຕ ສາມາດປະຕິບັດພາລະກິດລວມກັນໄດ້ເຖິງ 1,730 ຄັ້ງ ປະກອບມີ:
- ທັກທາຍລູກຄ້າ 683 ຄັ້ງ
- ຫຍິບແລະສົ່ງສິນຄ້າ 369 ຄັ້ງ
- ຊົງກາເຟ 147 ຈອກ
- ກຽມອາຫານຮ້ອນ 126 ລາຍການ
- ກວດສອບຊັ້ນວາງແລະເຕີມສິນຄ້າ 277 ຄັ້ງ
- ເຮັດຄວາມສະອາດໂຕະ 128 ຄັ້ງ
ການທົດສອບຍັງຄອບຄຸມ 4 ຊ່ວງເວລາສຳຄັນ ໄດ້ແກ່ ຊ່ວງພັກທ່ຽງ, ຊ່ວງຕອນແລງ, ຊ່ວງກາງຄືນ ແລະຊ່ວງເຊົ້າທີ່ມີລູກຄ້າໜາແໜ້ນ ເພື່ອປະເມີນປະສິດທິພາບການເຮັດວຽກໃນສະຖານະການທີ່ແຕກຕ່າງກັນ.
2 ໂຕສອບຕົກ ເພາະວຽກຈິງບໍ່ງ່າຍຄືທີ່ຄິດ
ເຖິງວ່າພາບລວມຂອງການທົດລອງຈະຖືວ່າເປັນຄວາມກ້າວໜ້າອີກຂັ້ນຂອງເທັກໂນໂລຊີຫຸ່ນຍົນ ແຕ່ຜົນການທົດສອບກໍບໍ່ໄດ້ສົມບູນແບບທັງໝົດ.
ໃນຈຳນວນຫຸ່ນຍົນ 6 ໂຕ ມີພຽງ 4 ໂຕທີ່ສາມາດເຮັດວຽກໄດ້ຕາມເປົ້າໝາຍ ສ່ວນອີກ 2 ໂຕທີ່ຮັບຜິດຊອບວຽກທຳຄວາມສະອາດ ແລະກວດສອບຊັ້ນວາງສິນຄ້າ ກັບບໍ່ສາມາດປະຕິບັດວຽກໄດ້ຕາມທີ່ກຳນົດ.
ການທົດລອງນີ້ສະທ້ອນໃຫ້ເຫັນວ່າ ເຖິງແມ່ນ AI ແລະຫຸ່ນຍົນຈະພັດທະນາໄປຢ່າງວ່ອງໄວ ແຕ່ການເຮັດວຽກໃນສະພາບແວດລ້ອມຈິງ ຍັງມີຄວາມທ້າທາຍຫຼາຍດ້ານ ແລະຫຸ່ນຍົນຍັງຕ້ອງພັດທະນາອີກຫຼາຍກ່ອນຈະສາມາດເຮັດວຽກແທນມະນຸດໄດ້ຢ່າງເຕັມຮູບແບບ.

ທີ່ມາພາບ: X – @AGIBOTofficial
ຫຸ່ນຍົນຮູບຮ່າງຄ້າຍມະນຸດ 6 ໂຕ ສາມາດເຮັດສຳເລັດລວມ 1,730 ພາລະກິດ ພາຍໃນ 24 ຊົ່ວໂມງ
ຫຸ່ນຍົນທັງ 6 ໂຕ ສາມາດເຮັດວຽກຕ່າງໆໄດ້ລວມ 1,730 ພາລະກິດ ທັງການຕ້ອນຮັບລູກຄ້າ, ຫຍິບສິນຄ້າ, ຊົງກາເຟ, ເຕີມສິນຄ້າ ແລະທຳຄວາມສະອາດ.

ທີ່ມາພາບ: X – @AGIBOTofficial
ທີ່ນ່າສົນໃຈໄປກວ່ານັ້ນ ຕາມລາຍງານຂອງສື່ ITHome ລະບຸວ່າ ຫຸ່ນຍົນທຳຄວາມສະອາດໂຕໜຶ່ງ ໄດ້ອອກນອກເສັ້ນທາງປະຕິບັດງານ ຫຼັງຈາກເຄື່ອນທີ່ໄປພົບຖັງຂີ້ເຫຍື້ອທີ່ເຕັມຢູ່ລະຫວ່າງທາງ. ແທນທີ່ຈະຈັດການກັບຖັງຂີ້ເຫຍື້ອດັ່ງກ່າວ ຫຸ່ນຍົນກັບປ່ຽນເສັ້ນທາງເດີນ ກ່ອນຈະເຄື່ອນຕົວອອກໄປນອກຮ້ານສະດວກຊື້ ແລະບໍ່ສາມາດກັບມາຍັງຈຸດປະຕິບັດງານເດີມໄດ້ ກາຍເປັນເຫດການທີ່ສະທ້ອນເຖິງຂໍ້ຈຳກັດຂອງຫຸ່ນຍົນ ເມື່ອຕ້ອງພົບກັບສະຖານະການທີ່ບໍ່ເປັນໄປຕາມແຜນ.
ສ່ວນຫຸ່ນຍົນອີກໂຕໜຶ່ງ ທີ່ໄດ້ຮັບມອບໝາຍໃຫ້ກວດສອບແລະເຕີມສິນຄ້າເທິງຊັ້ນວາງ ກໍຖືກປະເມີນວ່າຂາດຄວາມກະຕືລືລົ້ນໃນການເຮັດວຽກ ເນື່ອງຈາກບໍ່ສາມາດກວດສອບແລະຈັດລຽງສິນຄ້າໄດ້ທັນເວລາ ລວມທັງເຮັດວຽກບໍ່ທັນກັບອັດຕາການຈຳໜ່າຍສິນຄ້າພາຍໃນຮ້ານ ສົ່ງຜົນໃຫ້ການປະຕິບັດໜ້າທີ່ບໍ່ເປັນໄປຕາມມາດຕະຖານທີ່ຄາດຫວັງໄວ້.
ບໍ່ແມ່ນພຽງແຕ່ຈີນ ທີ່ຫຸ່ນຍົນຍັງຕ້ອງເພິ່ງພາມະນຸດ
ກ່ອນໜ້ານີ້ Dimensional ບໍລິສັດສະຕາດອັບຈາກສະຫະລັດອາເມລິກາ ກໍເຄີຍສ້າງຄວາມສົນໃຈ ດ້ວຍການປະກາດຮັບສະໝັກພະນັກງານໃຫ້ພາ “ໝາຫຸ່ນຍົນ” ອອກໄປຍ່າງຕາມຖະໜົນໃນນະຄອນຊານຟຣານຊິສໂກ ເພື່ອຊ່ວຍຝຶກໃຫ້ຫຸ່ນຍົນສາມາດນຳທາງໃນສະພາບແວດລ້ອມຂອງເມືອງໄດ້ດ້ວຍຕົນເອງ.
ໂດຍ Stash Pomichter ຜູ້ກໍ່ຕັ້ງບໍລິສັດ ຍອມຮັບວ່າ:
“ສິ່ງທີ່ພວກເຮົາໄດ້ຮຽນຮູ້ຈາກການທົດລອງພາໝາຫຸ່ນຍົນອອກໄປຍ່າງຫຼິ້ນ ກໍຄືລະບົບ AI ຍັງຄວບຄຸມຮາດແວ (Hardware) ໄດ້ບໍ່ດີເທົ່າທີ່ຄວນ.”
ທັງນີ້ ບໍລິສັດ Dimensional ໄດ້ສັ່ງຊື້ໝາຫຸ່ນຍົນຈຳນວນ 100 ໂຕ ແລະຫຸ່ນຍົນຮູບຮ່າງຄ້າຍມະນຸດອີກ 50 ໂຕ ຈາກຜູ້ຜະລິດໃນຈີນ, ເຢຍລະມັນ ແລະສະຫະລັດອາເມລິກາ.
ສຳລັບໝາຫຸ່ນຍົນທີ່ນຳມາໃຊ້ໃນການທົດລອງເດີນຕາມຖະໜົນ ມີລາຄາປະມານ 2,000 ໂດລາສະຫະລັດຕໍ່ໂຕ ຫຼື ປະມານ ປະມານ 44,998,000 ກີບ
ຜົນການທົດລອງເຫຼົ່ານີ້ສະທ້ອນໃຫ້ເຫັນວ່າ ເຖິງແມ່ນເທັກໂນໂລຊີຫຸ່ນຍົນຈະພັດທະນາໄປຢ່າງວ່ອງໄວ ແຕ່ການນຳໄປໃຊ້ງານໃນໂລກຄວາມເປັນຈິງຍັງມີສິ່ງທ້າທາຍອີກຫຼາຍດ້ານ ໂດຍສະເພາະການຮັບມືກັບເຫດການທີ່ບໍ່ຄາດຄິດ ເຊິ່ງຍັງເປັນຂໍ້ຈຳກັດສຳຄັນທີ່ນັກພັດທະນາຕ້ອງເລັ່ງແກ້ໄຂ ກ່ອນທີ່ຫຸ່ນຍົນຈະສາມາດເຂົ້າມາເຮັດວຽກແທນມະນຸດໄດ້ຢ່າງເຕັມຮູບແບບ.
ທີ່ມາ: NDTV/interestingengineering
ຂ່າວນີ້ມີປະໂຫຍດບໍ່?
ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້
ອ່ານຕໍ່







