ວັນພຸດ ທີ 11 ພະຈິກ 2026ອັບເດດລ່າສຸດ 19:05ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ລາຄາແກັສທຳມະຊາດໃນ ເອີຣົບ ຫລຸດລົງກວ່າ 10%

ໂດຍ Mahaxan
· 4 ມື້ ກ່ອນອ່ານ 1 ນາທີ3 ຄັ້ງ
ລາຄາແກັສທຳມະຊາດໃນ ເອີຣົບ ຫລຸດລົງກວ່າ 10%
ADadvertisement
ADadvertisement
ADadvertisement
ລາຄາແກັສທຳມະຊາດໃນ ເອີຣົບ ຫລຸດລົງກວ່າ 10%

ສຳນັກຂ່າວຊິນຮວາຂອງ ສປຈີນ, ເມື່ອບໍ່ດົນມານີ້, ລາຄາແກັສທຳມະຊາດ ໃນເອີຣົບ ຫລຸດລົງກວ່າ 10%ໃນວັນທີ 2 ພະຈິກຜ່ານມາ, ຊຶ່ງເປັນການຫລຸດລົງ ຫລາຍທີ່ ສຸດນັບຕັ້ງແຕ່ ວັນທີ 8 ເມສາເປັນຕົ້ນມາ. ໂດຍສັນຍາຊື້ຂາຍແກັສ ທຳມະຊາດລ່ວງໜ້າ ໄຕເຕິລ ທຣານສ໌ເຟີ ຟາຊິລິຕີ (TTF) ຂອງໂຮນລັງ ສຳລັບການສົ່ງມອບເດືອນທັນວາ ຫລຸດລົງ ມາຢູ່ທີ່ 93,18 ເອີໂຣຕໍ່ເມກາວັດ-ຊົ່ວໂມງ ທີ່ຕະຫລາດ ອິນເຕີຄອນທິນັນເຕີລ ເອີກສ໌ເຊນຈ໌ (ICE) ຊຶ່ງປັບຕົວຫລຸດລົງຈາກ ລາຄາໃນອາທິດກ່ອນ ທີ່ສູງກວ່າ 100 ເອີໂຣຕໍ່ເມກາ ວັດ-ຊົ່ວໂມງ.

ໂດຍລາຄາ ແກັສທຳມະຊາດ ໃນເອີຣົບ ຫລຸດລົງຫລັງຈາກ ມີລາຍງານວ່າ ຜູ້ນຳສູງສຸດຂອງ ອີຣານ ໄດ້ອະນຸມັດໃຫ້ລັດຖະບານອີຣານ ສືບຕໍ່ເຈລະຈາກັບ ສ.ອາເມລິກາ. ຂະນະດຽວກັນ ທ່ານ ໂດນັນ ທຣຳ ປະທານາທິບໍດີ ສ.ອາເມລິກາ ໄດ້ສະແດງທ່າທີຍິນດີ ທີ່ຈະໃຫ້ເວລາເພີ່ມເຕີມ ສຳລັບຂະບວນການ ທາງການທູດ ໂດຍທ່າອຽງ ການກັບມາເຈລະຈາ ດັ່ງກ່າວ ເພື່ອຊ່ວຍຫລຸດຜ່ອນ ຄວາມກັງວົນກ່ຽວກັບ ຄວາມສ່ຽງໃນການຂົນສົ່ງ ນ້ຳມັນ ແລະ ແກັສທຳມະຊາດແຫລວ (LNG) ຈາກພາກພື້ນອ່າວເປີເຊຍ ທີ່ອາດຈະຢຸດສະສົມ ຫລື ຢຸດຈຶ້ງລົງຢ່າງຕໍ່ເນື່ອງ./

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວຕ່າງປະເທດ
ມື້ນີ້ · ຂໍ້ມູນສົດ ວັນພຸດ 11 ພະຈິກ 2026 · ຂຶ້ນ 2 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່