ວັນພຸດ ທີ 11 ພະຈິກ 2026ອັບເດດລ່າສຸດ 19:05ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ສິງກະໂປ ເຂັ້ມງວດກົດໝາຍໝອກຄວັນຂ້າມຊາຍແດນ

ໂດຍ Mahaxanອັບເດດ
· 4 ມື້ ກ່ອນອ່ານ 1 ນາທີ6 ຄັ້ງ
ສິງກະໂປ ເຂັ້ມງວດກົດໝາຍໝອກຄວັນຂ້າມຊາຍແດນ
ADadvertisement
ADadvertisement
ADadvertisement
ສິງກະໂປ ເຂັ້ມງວດກົດໝາຍໝອກຄວັນຂ້າມຊາຍແດນ

ສຳນັກຂ່າວ ອິນໂຟເຄວສ, ເມື່ອບໍ່ດົນມານີ້, ສຳນັກງານ ສິ່ງແວດລ້ອມ ແຫ່ງຊາດ ສິງກະໂປ ເປີດເຜີຍວ່າ:ສິງກະໂປ ກຽມຄວາມພ້ອມ ໃນການສືບຕໍ່ ແກ້ໄຂກົດໝາຍ ວ່າດ້ວຍ ມົນລະພິດ ຈາກໝອກຄວັນ ຂ້າມຊາຍແດນ ໂດຍການເພີ່ມໂທດ ປັບໃໝ ສູງສຸດ ເຖິງ 10 ເທົ່າ ເຊິ່ງກວມເອົາ ມູນຄ່າສູງເຖິງ 20 ລ້ານໂດລາ ສິງກະໂປ ສໍາລັບ ບໍລິສັດ ຫລື ບຸກຄົນ ມີສ່ວນກ່ຽວຂ້ອງກັບ ວິກິດການ ໝອກຄວັນ ເພື່ອແນໃສ່ ເພີ່ມປະສິດທິພາບ ໃນການສືບສວນ-ສອບສວນ ແລະ ລົງໂທດ ຜູ້ລັກລອບ ຈູດເຜົາເນື້ອທີ່.

ການເຄື່ອນໄຫວ ໃນຄັ້ງນີ້ ມີຂຶ້ນ ຫລັງຈາກ ເດືອນກັນຍາ-ຕຸລາ ທີ່ຜ່ານມາ ສິງກະໂປ ຕ້ອງຜະເຊີນໜ້າກັບວິກິດການໝອກຄວັນ ຂ້າມຊາຍແດນ ຄັ້ງຮ້າຍແຮງທີ່ສຸດ ນັບຕັ້ງແຕ່ ປີ 2015 ສົ່ງຜົນກະທົບ ຢ່າງໜັກໜ່ວງ ຕໍ່ຊີວິດປະຈຳວັນ ຂອງ ປະຊາຊົນ, ໂດຍສະເພາະ ຂະແໜງທຸລະກິດ, ແຮງງານ ແລະ ການສ້າງຄວາມກັງວົນ ດ້ານສາທາລະນະສຸກ ເປັນວົງກວ້າງ ຊຶ່ງປັດຈຸບັນ ເຈົ້າໜ້າທີ່ ຍັງຢູ່ໃນລະຫວ່າງ ການສືບສວນ ຫາສາເຫດຕົ້ນຕໍ.

ການປັບປຸງກົດໝາຍໃໝ່ ຈະຊ່ວຍຂະຫຍາຍ ອຳນາດ ໃຫ້ສຳນັກງານ ດັ່ງກ່າວ ສາມາດ ກວດສອບຄວາມກ່ຽວຂ້ອງ ລະຫວ່າງ ການດຳເນີນ ທຸລະກິດ ກັບ ບັນຫາມົນລະພິດ ໄດ້ຢ່າງເຂັ້ມງວດຫລາຍຂຶ້ນ ລວມທັງ ການບັງຄັບໃຫ້ບໍລິສັດ ຫລື ໜ່ວຍງານ ທີ່ຕົກເປັນ ຜູ້ຕ້ອງສົງໄສ ຕ້ອງຈັດຫາ ແລະ ຮັບຜິດຊອບ ຄ່າໃຊ້ຈ່າຍ ໃນການຈ້າງ ຜູ້ປະເມີນອິດສະຫລະ ຈາກພາກເອກະຊົນ ເຂົ້າມາກວດສອບນຳອີກ.

ນອກຈາກນີ້, ລັດຖະບານສິງກະໂປ ຈະມີອຳນາດຂຶ້ນ ບັນຊີດຳ ບຸກຄົນ ຫລື ໜ່ວຍງານ ທີ່ເຂົ້າເຄືອຂ່າຍ ຜູ້ຕ້ອງສົງໄສ, ດ້ວຍການຕັດສິນວ່າ ກະທຳຜິດ ລວມເຖິງ ຜູ້ທີ່ບໍ່ປະຕິບັດຕາມ ຄຳສັ່ງຂອງ ໜ່ວຍງານຄຸ້ມຄອງ ເພື່ອຈຳກັດການ ເຮັດທຸລະກຳ ແລະ ຕັດຊ່ອງທາງ ການສະໜັບສະໜູນ ທາງດ້ານການເງິນ./

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວຕ່າງປະເທດ
ມື້ນີ້ · ຂໍ້ມູນສົດ ວັນພຸດ 11 ພະຈິກ 2026 · ຂຶ້ນ 2 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່