ວັນພຸດ ທີ 11 ພະຈິກ 2026ອັບເດດລ່າສຸດ 19:05ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ທຣຳຢືນຢັນ “ເປັນໄປໄດ້ໜ້ອຍຫຼາຍ” ທີ່ຈະໂຈມຕີອີຣານຮອບໃໝ່ ຫາກການເຈລະຈາມີຄວາມຄືບໜ້າ

ໂດຍ kaling
· 2 ມື້ ກ່ອນອ່ານ 2 ນາທີ15 ຄັ້ງ
ທຣຳຢືນຢັນ “ເປັນໄປໄດ້ໜ້ອຍຫຼາຍ” ທີ່ຈະໂຈມຕີອີຣານຮອບໃໝ່ ຫາກການເຈລະຈາມີຄວາມຄືບໜ້າ
ADadvertisement
ADadvertisement
ADadvertisement

ໂດນັລ ທຣຳ ກ່າວຢຳ້ວ່າ ມີຄວາມເປັນໄປໄດ້ໜ້ອຍຫຼາຍທີ່ລາວຈະສັ່ງໃຫ້ກອງທັບໂຈມຕີອີຣານອີກຄັ້ງ ຫາກການເຈລະຈາເລື່ອງໂຄງການນິວເຄຼຍ ແລະການເປີດຊ່ອງແຄບຮໍມຸຊ (Hormuz) ຍັງຄົງມີຄວາມຄືບໜ້າ.

ທຣຳຢືນຢັນ “ເປັນໄປໄດ້ໜ້ອຍຫຼາຍ” ທີ່ຈະໂຈມຕີອີຣານຮອບໃໝ່ ຫາກການເຈລະຈາມີຄວາມຄືບໜ້າ

ປະທານາທິບໍດີ ໂດນັລ ທຣຳ ຂອງສະຫະລັດຯ ໄດ້ໃຫ້ສຳພາດທາງໂທລະສັບກັບສະຖານີໂທລະພາບ CNN ໂດຍເວົ້າເຖິງ 5 ຄັ້ງວ່າ ມີຄວາມເປັນໄປໄດ້ “ໜ້ອຍຫຼາຍ” ທີ່ລາວຈະຕ້ອງສັ່ງການໃຫ້ກອງທັບສະຫະລັດຯ ເປີດສາກໂຈມຕີໃສ່ອີຣານອີກຄັ້ງ ຕາບໃດທີ່ການເຈລະຈາກ່ຽວກັບໂຄງການນິວເຄຼຍ ແລະການເປີດເສັ້ນທາງຂົນສົ່ງໃນຊ່ອງແຄບຮໍມຸຊຍັງຄົງມີຄວາມຄືບໜ້າ.

ທ່ານ ທຣຳ ລະບຸວ່າ ຂຶ້ນຢູ່ກັບວ່າອີຣານຈະຍອມລົງນາມໃນຂໍ້ຕົກລົງທີ່ເຂັ້ມງວດຫຼືບໍ່ ພ້ອມທັງຊີ້ວ່າອີຣານເປັນປະເທດທີ່ກຳລັງຫຼົ້ມເຫຼວ ແລະເຜຊີນກັບວິກິດການທາງເສດຖະກິດຂັ້ນຮຸນແຮງ ດ້ວຍອັດຕາເງິນເຟີ້ສູງເຖິງ 301% ລວມເຖິງຖືກໂຈມຕີທາງການທະຫານຢ່າງໜັກ ຈົນສັກກະຍະພາບອ່ອນແອລົງຢ່າງຫຼວງຫຼາຍ. ຢ່າງໃດກໍຕາມ, ຫາກມີຄວາມຈຳເປັນ ສະຫະລັດຯ ກໍພ້ອມທີ່ຈະດຳເນີນການຕໍ່.

ທ່ານ ທຣຳ ເປີດເຜີຍອີກວ່າ ສະຫະລັດຯ ມີເຮືອບັນທຸກເຄື່ອງບິນ 3 ລຳ ປະຈຳການຢູ່ໃນພາກພື້ນຕາເວັນອອກກາງ ແລະພ້ອມປະຕິບັດການທັນທີຫາກມີຄຳສັ່ງ. ນອກຈາກນີ້ ຍັງໄດ້ກຳນົດເປົ້າໝາຍໂຄງສ້າງພື້ນຖານໃນອີຣານໄວ້ແລ້ວ ເຊັ່ນ: ຂົວ 38 ແຫ່ງ ແລະໂຮງໄຟຟ້າ ແຕ່ຜູ້ນຳສະຫະລັດຯ ລະບຸວ່າ ບໍ່ຢາກທຳລາຍໂຄງສ້າງພື້ນຖານເຫຼົ່ານັ້ນ ເພາະຕ້ອງໃຊ້ເວລາຟື້ນຟູນານເປັນສິບປີ.

ຜູ້ນຳສະຫະລັດຯ ອ້າງຕື່ມວ່າ ລະບົບປ້ອງກັນໄພທາງອາກາດຂອງອີຣານຖືກທຳລາຍໄປໝົດແລ້ວ ສ່ວນຄັງອາວຸດແມ່ນເຫຼືອຂີດຄວາມສາມາດໃນການຜະລິດຂີປະນາວຸດພຽງ 10% ແລະໂດຣນພຽງ 15% ເທົ່ານັ້ນ ເນື່ອງຈາກໂຮງງານສ່ວນໃຫຍ່ຖືກທຳລາຍໄປແລ້ວ.

ທັງນີ້, ພາຍຫຼັງຜ່ານພົ້ນສຶກເລືອກຕັ້ງກາງສະໄໝຂອງສະຫະລັດຯ ເມື່ອສັບປະດາກ່ອນ, ການເຄື່ອນໄຫວທາງການທູດໃນຕາເວັນອອກກາງກໍກັບມາເພີ່ມສູງຂຶ້ນອີກຄັ້ງ ໂດຍປະທານາທິບໍດີ ທຣຳ ໄດ້ຕໍ່ສາຍໂທລະສັບຫາ ຊີຄ ທາມິມ ບິນ ຮາມັດ ອັລ ທານີ ເຈົ້າຜູ້ຄອງນະຄອນກາຕາ ເພື່ອຫາລືກ່ຽວກັບແນວທາງໃນການຫຼຸດຜ່ອນຄວາມຕຶງຄຽດ.
ຂະນະທີ່ລັດຖະມົນຕີກະຊວງການຕ່າງປະເທດອີຣານ ໄດ້ຮ່ວມພູດຄຸຍຫາລືທາງໂທລະສັບກັບລັດຖະມົນຕີກະຊວງການຕ່າງປະເທດຂອງປະເທດຄູ່ຄ້າ ແລະພັນທະມິດໃນພາກພື້ນ ໄດ້ແກ່: ຊາອຸດິດອາຣາບີ, ສະຫະລັດອາຣັບເອມິເຣດ (UAE), ໂອມານ, ປາກິດສະຖານ, ຄູເວດ, ຈໍແດນ, ຕວກກີ, ໄຊປຣັດ ແລະກາຕາ.

ແນວໃດກໍດີ, ສະຫະລັດຯ ກໍໄດ້ຍົກລະດັບການກົດດັນອີຣານ ດ້ວຍການຕັ້ງລາງວັນ 20 ລ້ານໂດລາສຳລັບໃຜກໍຕາມທີ່ໃຫ້ຂໍ້ມູນໂຄງການນິວເຄຼຍອີຣານ ພ້ອມສະເໜີຊ່ວຍຍົກຍ້າຍທີ່ຢູ່ໃໝ່ໃຫ້ແກ່ຜູ້ທີ່ໃຫ້ເບາະແສ ແລະຈັດຕັ້ງໜ່ວຍສະເພາະກິດເພື່ອປິດກັ້ນເສັ້ນທາງຂົນສົ່ງອາວຸດທາງບົກເຂົ້າສູ່ເຕເຮຣານນຳດ້ວຍ.

ທີ່ມາ:​cnn

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວຕ່າງປະເທດ
ມື້ນີ້ · ຂໍ້ມູນສົດ ວັນພຸດ 11 ພະຈິກ 2026 · ຂຶ້ນ 2 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່