
ເກີດລະທຶກ! ລົດໄຟ 2 ຂະບວນຕຳກັນຮຸນແຮງໃນປະເທດອີຢິບ ເສຍຊີວິດແລ້ວ 7 ຄົນ ແລະ ໄດ້ຮັບບາດເຈັບ 125 ຄົນ.

ອຸບັດຕິເຫດລົດໄຟ 2 ຂະບວນຕຳກັນໃນອີຢິບ ເສຍຊີວິດ 7 ຄົນ ບາດເຈັບ 125 ຄົນ
ເມື່ອວັນທີ 8 ພະຈິກ 2026 ເກີດເຫດລົດໄຟ 2 ຂະບວນຕຳກັນໃນເຂດພາກໃຕ້ຂອງກຸງໄຄໂຣ ນະຄອນຫຼວງປະເທດອີຢິບ ສົ່ງຜົນໃຫ້ຕູ້ລົດໄຟຫຼາຍຕູ້ຕົກອອກຈາກລາງ ມີຜູ້ເສຍຊີວິດແລ້ວຢ່າງຫນ້ອຍ 7 ຄົນ ແລະ ໄດ້ຮັບບາດເຈັບ 125 ຄົນ..

ອຸບັດຕິເຫດລົດໄຟ 2 ຂະບວນຕຳກັນໃນອີຢິບ ເສຍຊີວິດ 7 ຄົນ ບາດເຈັບ 125 ຄົນ
ເຫດອຸບັດຕິເຫດເກີດຂຶ້ນໃນແຂວງກີຊາ (Giza) ຫ່າງຈາກກຸງໄຄໂຣໄປທາງໃຕ້ປະມານ 52 ກິໂລແມັດ ເມື່ອລົດໄຟສາຍກີຊາ-ໄຟຢູມ ພຸ່ງຕຳທ້າຍລົດໄຟອີກຂະບວນທີ່ຈອດຢູ່ເທິງລາງດຽວກັນ. ປະທານາທິບໍດີອີຢິບໄດ້ສັ່ງການໃຫ້ເລັ່ງສືບສວນຫາສາເຫດ ຂະນະທີ່ສຳນັກງານໄອຍະການສູງສຸດໄດ້ຕັ້ງຄະນະກຳມະການດ້ານເຕັກນິກເພື່ອກວດສອບສາເຫດ ແລະຜູ້ທີ່ຕ້ອງຮັບຜິດຊອບ.
ເຫດການຄັ້ງນີ້ເຮັດໃຫ້ຕູ້ລົດໄຟຫຼາຍຕູ້ຕົກອອກຈາກລາງ ມີຜູ້ໂດຍສານຫຼາຍສິບຄົນຕິດຄ້າງຢູ່ພາຍໃນຕູ້ລົດໄຟ.
ມີລາຍງານວ່າ ຢ່າງໜ້ອຍ 7 ຄົນເສຍຊີວິດ ແລະ 125 ຄົນບາດເຈັບ ຈາກເຫດລົດໄຟໂດຍສານ 2 ຂະບວນຕຳກັນ ເມື່ອວັນທີ 8 ພະຈິກ ໃນເຂດອັນ-ອາຍັດ (Al-Ayyat) ແຂວງກີຊາ ທາງພາກໃຕ້ຂອງກຸງໄຄໂຣ ປະເທດອີຢິບ. ໃນຈຳນວນຜູ້ເສຍຊີວິດມີພະນັກງານປະຈຳລົດໄຟລວມຢູ່ດ້ວຍ.
ຕາມລາຍງານຂອງກະຊວງຄົມມະນາຄົມອີຢິບ ເຫດການເກີດຂຶ້ນລະຫວ່າງສະຖານີຄາຟຣ໌ ອຳມາ (Kafr Ammar) ແລະສະຖານີອັນ-ຣັກກາ (Al-Raqqa) ໂດຍລົດໄຟໝາຍເລກ 134 ຊື່ວ່າ “ທາຮິຢາ ມິສຣ໌” (Tahya Misr) ເຊິ່ງແລ່ນໃນເສັ້ນທາງກີຊາ-ໄຟຢູມ ໄດ້ພຸ່ງຕຳຕູ້ໂດຍສານທ້າຍສຸດຂອງລົດໄຟໝາຍເລກ 2010 ທີ່ກຳລັງເດີນທາງຈາກກຸງໄຄໂຣໄປຍັງເມືອງອັສວານ (Aswan).
ແຮງປະທະເຮັດໃຫ້ຕູ້ລົດໄຟຫຼາຍຕູ້ຕົກອອກຈາກລາງ ແລະໄດ້ຮັບຄວາມເສຍຫາຍຢ່າງໜັກ.
ຈາກການກວດສອບເບື້ອງຕົ້ນພົບວ່າ ລົດໄຟສາຍກຸງໄຄໂຣ-ອັສວານ ຈອດຢູ່ເທິງລາງດຽວກັນ ແລະແລ່ນໄປໃນທິດທາງດຽວກັນ ກ່ອນຈະຖືກລົດໄຟສາຍກີຊາ-ໄຟຢູມຕຳທ້າຍ. ຢ່າງໃດກໍຕາມ ສາເຫດທາງເຕັກນິກທີ່ແນ່ນອນຍັງບໍ່ສາມາດລະບຸໄດ້.

ຫຼັງເກີດເຫດ ທາງການໄດ້ສົ່ງລົດໂຮງໝໍ 72 ຄັນ ເຂົ້າໄປຍັງຈຸດເກີດເຫດ ເພື່ອອົບພະຍົບຜູ້ປະສົບເຫດ ແລະນຳສົ່ງໂຮງໝໍໃກ້ຄຽງ.
ຕາມຕົວເລກລ່າສຸດຈາກກະຊວງສາທາລະນະສຸກອີຢິບ ໃນວັນທີ 8 ພະຈິກ ມີຜູ້ບາດເຈັບຫຼາຍກວ່າ 70 ຄົນ ໄດ້ອອກຈາກໂຮງໝໍແລ້ວ ຫຼັງຈາກໄດ້ຮັບການຮັກສາ.
ຜູ້ບາດເຈັບບາງຄົນມີອາການກະດູກແຂນ, ຂາ, ກະດູກສະໂພກ ແລະກະດູກສັນຫຼັງຫັກ ຂະນະທີ່ບາງຄົນມີບາດແຜບໍລິເວນຫົວ, ໃບໜ້າ, ໜ້າເອິກ ແລະກະດູກຂ້າງ. ສ່ວນຜູ້ບາດເຈັບທີ່ເຫຼືອຍັງຄົງພັກຮັກສາຕົວຢູ່ໃນໂຮງໝໍ.
ຊາວບ້ານໃນພື້ນທີ່ພາກັນຮີບເຂົ້າຊ່ວຍເຫຼືອຜູ້ໂດຍສານທີ່ຕິດຄ້າງຢູ່ພາຍໃນຕູ້ລົດໄຟ ພ້ອມທັງໂທແຈ້ງໜ່ວຍກູ້ໄພ. ຜູ້ລອດຊີວິດບາງຄົນເລົ່າວ່າ ຫຼັງເກີດເຫດມີຝຸ່ນຄວັນໜາແໜ້ນ ເຮັດໃຫ້ຕົກໃຈ ແລະຫາຍໃຈລຳບາກ ຂະນະທີ່ຕູ້ລົດໄຟຫຼາຍຕູ້ເສຍຫາຍໜັກ ຈົນຜູ້ໂດຍສານບາງຄົນຫາທາງອອກໄດ້ຍາກ.

ປະທານາທິບໍດີອີຢິບ ອັບເດລ ຟັດຕາ ເອລ-ຊີຊີ (Abdel Fattah el-Sisi) ກ່າວວ່າ ທ່ານຕິດຕາມສະຖານະການຢ່າງໃກ້ຊິດ ແລະໄດ້ສັ່ງການໃຫ້ເຈົ້າໜ້າທີ່ເລັ່ງສືບສວນຫາສາເຫດໂດຍດ່ວນ ພ້ອມກຳຊັບໃຫ້ຜູ້ບາດເຈັບໄດ້ຮັບການຮັກສາຢ່າງເໝາະສົມ ແລະຫາກພົບວ່າຜູ້ໃດປະໝາດ ຫຼືຝ່າຝືນລະບຽບຄວາມປອດໄພ ຈະຕ້ອງຖືກດຳເນີນຄະດີຕາມກົດໝາຍ.
ສຳນັກງານໄອຍະການສູງສຸດອີຢິບ ໄດ້ສົ່ງທີມສືບສວນໄປຍັງຈຸດເກີດເຫດ ແລະໂຮງໝໍທີ່ຮັບຜູ້ບາດເຈັບ ເພື່ອເກັບຄຳໃຫ້ການ ກວດສອບສົບ ແລະຢືນຢັນລາຍລະອຽດຂອງເຫດການ.
ນອກນີ້ ຍັງໄດ້ຂໍໃຫ້ຈັດຕັ້ງຄະນະກຳມະການດ້ານເຕັກນິກສະເພາະກິດ ເພື່ອກວດສອບຈຸດເກີດເຫດ, ຕູ້ລົດໄຟທີ່ເສຍຫາຍ ແລະລະບົບລາງລົດໄຟ ເພື່ອຊອກຫາສາເຫດຂອງການຕຳ ແລະການຕົກລາງ ໂດຍຈະເນັ້ນການກວດສອບຄວາມຜິດພາດໃນການປະຕິບັດງານ ຫຼືການບໍ່ປະຕິບັດຕາມມາດຕະຖານຄວາມປອດໄພທາງລົດໄຟ.
ຂະນະດຽວກັນ ນາຍົກລັດຖະມົນຕີ ໂມສຕາຟາ ມັດບູລີ (Mostafa Madbouly) ໄດ້ສັ່ງການໃຫ້ໜ່ວຍງານທີ່ກ່ຽວຂ້ອງປະສານງານຊ່ວຍເຫຼືອຄອບຄົວຜູ້ເສຍຊີວິດ ແລະຜູ້ບາດເຈັບ. ສ່ວນກະຊວງຄົມມະນາຄົມໄດ້ຈັດລົດເມສຳຮອງເພື່ອຮັບສົ່ງຜູ້ໂດຍສານຜ່ານຈຸດເກີດເຫດ ພ້ອມສົ່ງທີມກູ້ໄພ ແລະລົດເຄນເຂົ້າເຄື່ອນຍ້າຍຕູ້ລົດໄຟທີ່ເສຍຫາຍ ເພື່ອຟື້ນຟູການເດີນລົດໄຟໃຫ້ກັບມາເປັນປົກກະຕິໂດຍໄວ.
ນອກຈາກນີ້ ໜ່ວຍງານກຳກັບດູແລທາງການເງິນຂອງອີຢິບ ໄດ້ສັ່ງໃຫ້ກອງທຶນປະກັນໄພອຸບັດຕິເຫດທາງລົດໄຟ ແລະລົດລາງ ເລັ່ງຈ່າຍເງິນຊົດເຊີຍໃຫ້ຜູ້ເສຍຫາຍ. ຕາມປະກາດຂອງໜ່ວຍງານ ເງິນຊົດເຊີຍສຳລັບກໍລະນີເສຍຊີວິດ ຫຼືພິການຖາວອນ ໄດ້ປັບເພີ່ມຈາກ 30,000 ເປັນ 50,000 ປອນອີຢິບ.


ຂ່າວນີ້ມີປະໂຫຍດບໍ່?
ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້
ອ່ານຕໍ່


ຈີນ ຊື້ຄຳເພີ່ມຂຶ້ນຢ່າງຕໍ່ເນື່ອງ ເປັນເດືອນທີ່ 24
14 ຊົ່ວໂມງກ່ອນ




