ວັນພຸດ ທີ 11 ພະຈິກ 2026ອັບເດດລ່າສຸດ 19:05ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ເຫດລະທຶກ! ເຮືອບິນ Air France ບິນລ້ຽວຜິດເສັ້ນທາງ ຫວິດເກືອບຕຳກັບເຄື່ອງບິນ American Airlines ກາງອາກາດ

ໂດຍ Jenjila
· 2 ມື້ ກ່ອນອ່ານ 3 ນາທີ21 ຄັ້ງ
ເຫດລະທຶກ! ເຮືອບິນ Air France ບິນລ້ຽວຜິດເສັ້ນທາງ ຫວິດເກືອບຕຳກັບເຄື່ອງບິນ American Airlines ກາງອາກາດ
ADadvertisement
ADadvertisement
ADadvertisement

ເກີດເຫດເຮືອບິນໂດຍສານ Airbus A350-900 ຂອງສາຍການບິນ Air France ແລະ Airbus A321-200 ຂອງສາຍການບິນ American Airlines ຫວິດຕຳກັນກາງອາກາດ ບໍ່ດົນຫຼັງຈາກທະຍານຂຶ້ນຈາກສະໜາມບິນນານາຊາດ Los Angeles (LAX) ປະເທດສະຫະລັດ ໃນວັນທີ 7 ພະຈິກ 2026.

ເຫດລະທຶກ! ເຮືອບິນ Air France ບິນລ້ຽວຜິດເສັ້ນທາງ ຫວິດເກືອບຕຳກັບເຄື່ອງບິນ American Airlines ກາງອາກາດ

ເຫດການເກີດຂຶ້ນຫຼັງຈາກມີລາຍງານວ່າ ເຮືອບິນ Air France ໄດ້ລ້ຽວຊ້າຍອອກນອກເສັ້ນທາງທະຍານຂຶ້ນທີ່ໄດ້ຮັບມອບໝາຍ ເຮັດໃຫ້ຫໍບັງຄັບການບິນ (ATC) ຕ້ອງຮີບອອກຄຳສັ່ງໃຫ້ນັກບິນຂອງເຮືອບິນທັງສອງລຳປັບທິດທາງທັນທີ.

ເຫດການເກີດຂຶ້ນເວລາປະມານ 08:15 ໂມງ UTC ຫຼື 15:15 ໂມງ ຕາມເວລາລາວ. ໂດຍເຮືອບິນ Air France ຖ້ຽວບິນ AF28 ທະຍານຂຶ້ນເວລາປະມານ 08:15 ໂມງ UTC ຕາມດ້ວຍເຮືອບິນ American Airlines ຖ້ຽວບິນ AA1660 ໃນເວລາປະມານ 08:16 ໂມງ UTC.

ເຮືອບິນທີ່ປະສົບເຫດປະກອບມີ Airbus A350-900 ອາຍຸປະມານ 2 ປີເຄິ່ງ ໝາຍເລກທະບຽນ F-HUVK ຂອງ Air France ທີ່ບິນໄປຍັງສະໜາມບິນນານາຊາດ Papeete (PPT) ໃນເຂດເຟຣນຊ໌ໂພລີນີເຊຍ ແລະ Airbus A321-200 ອາຍຸເກືອບ 26 ປີ ໝາຍເລກທະບຽນ N191UW ຂອງ American Airlines ທີ່ບິນໄປຍັງສະໜາມບິນນານາຊາດ Dallas/Fort Worth (DFW) ລັດເທັກຊັດ.

ເຮືອບິນ Air France ຖ້ຽວບິນ AF28 ທະຍານຂຶ້ນຈາກທາງແລ່ນ 24L ຂະນະທີ່ American Airlines ຖ້ຽວບິນ AA1660 ທະຍານຂຶ້ນຈາກທາງແລ່ນ 25R.

ອີງຕາມຂໍ້ມູນການສື່ສານລະຫວ່າງນັກບິນກັບຫໍບັງຄັບການບິນ ລູກເຮືອຂອງ Air France ໄດ້ຮັບອະນຸຍາດໃຫ້ທະຍານຂຶ້ນຕາມເສັ້ນທາງ SUMMR2 Standard Instrument Departure (SID) ເຊິ່ງເປັນເສັ້ນທາງບິນມາດຕະຖານທີ່ນັກບິນຕ້ອງປະຕິບັດຕາມຫຼັງທະຍານຂຶ້ນ.

ແຕ່ບໍ່ດົນຫຼັງຈາກທະຍານຂຶ້ນ ມີລາຍງານວ່າ ເຮືອບິນ A350 ລຳດັ່ງກ່າວໄດ້ລ້ຽວຊ້າຍຢ່າງບໍ່ຄາດຄິດ ແທນທີ່ຈະບິນຕໍ່ໄປຕາມເສັ້ນທາງທີ່ກຳນົດ ເຮັດໃຫ້ເຮືອບິນລຳນີ້ເຂົ້າໃກ້ເສັ້ນທາງບິນຂອງ American Airlines A321.

ໃນເວລານັ້ນ ນັກບິນຂອງ American Airlines ແຈ້ງວ່າ ເຮືອບິນກຳລັງບິນຢູ່ລະດັບຄວາມສູງ 2,000 ຟຸດ ແລະກຳລັງໄຕ່ລະດັບຂຶ້ນໄປຫາ 5,000 ຟຸດ. ຫຼັງຈາກສະຖານະການເລີ່ມມີຄວາມສ່ຽງ ຫໍບັງຄັບການບິນຈຶ່ງສັ່ງໃຫ້ນັກບິນຮັກສາລະດັບຄວາມສູງ 2,000 ຟຸດໄວ້ກ່ອນ.

ລາຍງານເບື້ອງຕົ້ນທີ່ອ້າງອີງຂໍ້ມູນຕິດຕາມເສັ້ນທາງບິນ ລະບຸວ່າ ເຮືອບິນທັງສອງລຳມີລະຍະຫ່າງກັນໃນແນວຕັ້ງພຽງປະມານ 400 ຟຸດ ຫຼື 121 ແມັດເທົ່ານັ້ນ.

ຫໍບັງຄັບການບິນໄດ້ເຂົ້າແຊກແຊງທັນທີ ຫຼັງກວດພົບສະຖານະການທີ່ອາດນຳໄປສູ່ການຕຳກັນ ໂດຍສັ່ງໃຫ້ນັກບິນ Air France ລ້ຽວປ່ຽນທິດທາງໄປທີ່ 270 ອົງສາທັນທີ.

ຂະນະດຽວກັນ ເຮືອບິນ American Airlines ຖ້ຽວບິນ AA1660 ກໍໄດ້ຮັບສັນຍານເຕືອນວ່າມີເຮືອບິນອີກລຳຢູ່ທາງໜ້າໃນທິດ 12 ໂມງ ໃນໄລຍະຫ່າງບໍ່ຮອດ 1 ໄມລ໌.

ນັກບິນ American Airlines ໄດ້ຮັບຊາບຄຳສັ່ງໃຫ້ຮັກສາລະດັບຄວາມສູງ 2,000 ຟຸດ ແລະຢືນຢັນວ່າຈະຫຼຸດອັດຕາການໄຕ່ລະດັບຂຶ້ນ ເພື່ອປະຕິບັດຕາມຄຳສັ່ງຂອງຫໍບັງຄັບການບິນ.

ຫຼັງຈາກຄວບຄຸມສະຖານະການໄດ້ແລ້ວ ນັກບິນ Air France ໄດ້ຮັບຄຳສັ່ງໃຫ້ບິນກົງໄປຍັງຈຸດ DART ແລະກັບໄປໄຕ່ລະດັບຕາມເສັ້ນທາງ SID ທີ່ໄດ້ຮັບມອບໝາຍ.

ໃນການສື່ສານທາງວິທະຍຸຫຼັງຈາກນັ້ນ ເຈົ້າໜ້າທີ່ຫໍບັງຄັບການບິນໄດ້ສອບຖາມນັກບິນ Air France ກ່ຽວກັບຄຳອະນຸຍາດໃນການທະຍານຂຶ້ນ ເຊິ່ງນັກບິນໄດ້ຢືນຢັນວ່າ ຕົນໄດ້ຮັບຄຳສັ່ງໃຫ້ບິນຕາມເສັ້ນທາງ SUMMR2.

ຕໍ່ມາ ເຈົ້າໜ້າທີ່ໄດ້ແຈ້ງໃຫ້ນັກບິນຮັບຊາບວ່າ ອາດມີກໍລະນີການບິນບ່ຽງເບນຈາກຄຳສັ່ງ (Pilot Deviation) ພ້ອມທັງໃຫ້ໝາຍເລກໂທລະສັບເພື່ອຕິດຕໍ່ຊີ້ແຈງລາຍລະອຽດພາຍຫຼັງ.

ຫຼັງຈາກຫໍບັງຄັບການບິນເຂົ້າແຊກແຊງເຮືອບິນທັງສອງລຳສາມາດເດີນທາງຕໍ່ໄປໄດ້ຢ່າງປອດໄພ.

ໂດຍເຮືອບິນ American Airlines ຖ້ຽວບິນ AA1660 ໄດ້ຮັບອະນຸຍາດໃຫ້ໄຕ່ລະດັບຄວາມສູງຂຶ້ນໄປທີ່ 17,000 ຟຸດ ພ້ອມກຳນົດຄວາມໄວບໍ່ເກີນ 250 ນັອດ. ສ່ວນເຮືອບິນ Air France A350 ກໍສາມາດບິນຕໍ່ໄປຍັງເຟຣນຊ໌ໂພລີນີເຊຍໄດ້ຕາມປົກກະຕິ.

ເຫດການຄັ້ງນີ້ບໍ່ມີລາຍງານຜູ້ບາດເຈັບ ຫຼືຄວາມເສຍຫາຍຕໍ່ເຮືອບິນແຕ່ຢ່າງໃດ.

ຈົນເຖິງວັນທີ 8 ພະຈິກ 2026 ຍັງບໍ່ມີການເປີດເຜີຍຜົນການສືບສວນຢ່າງເປັນທາງການ ຫຼືຄຳອະທິບາຍທີ່ຢືນຢັນແນ່ນອນວ່າ ເປັນຫຍັງເຮືອບິນ Air France ຈຶ່ງລ້ຽວອອກນອກເສັ້ນທາງທີ່ກຳນົດ. ສາເຫດຂອງເຫດການຍັງບໍ່ມີລາຍງານຄວາມຊັດເຈນເທື່ອ.

ທີ່ມາ: aerotime

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວຕ່າງປະເທດ
ມື້ນີ້ · ຂໍ້ມູນສົດ ວັນພຸດ 11 ພະຈິກ 2026 · ຂຶ້ນ 2 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່