ວັນພຸດ ທີ 11 ພະຈິກ 2026ອັບເດດລ່າສຸດ 19:05ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ພິທີສະເຫລີມສະຫລອງ 90 ປີ ແຫ່ງວັນມູນເຊື້ອ ກຳມະກອນ ເຂດບໍ່ແຮ່-ມູນເຊື້ອ ຂະແໜງຖ່ານຫີນ

ໂດຍ Mahaxan
· 2 ມື້ ກ່ອນອ່ານ 2 ນາທີ1 ຄັ້ງ
ພິທີສະເຫລີມສະຫລອງ 90 ປີ ແຫ່ງວັນມູນເຊື້ອ ກຳມະກອນ ເຂດບໍ່ແຮ່-ມູນເຊື້ອ ຂະແໜງຖ່ານຫີນ
ADadvertisement
ADadvertisement
ADadvertisement

ວິທະຍຸກະຈ່າຍສຽງຫວຽດນາມ, ເສີມ​ຂະ​ຫຍາຍ​ມູນ​ເຊື້ອ “​ລະ​ບຽບວິໄນ ແລະ ​ເປັນ​ຈິດ​ໜຶ່ງ​ໃຈ​ດຽວ”, ​ພ້ອມ​ກັນ ​ເພື່ອ​ຊອກຫາວິທີເຮັດທີ່ດີກວ່າ, ແກ້ໄຂບັນ​ດາ ຄວາມຫຍຸ້ງຍາກ ໃນການຜະລິດ ແລະຊີວິດ​ ການ​ເປັນ​ຢູ່ ​ຂອງ​ຜູ້​ອອກ​ແຮງ​ງານ​ຢ່າງ​ທັນ​ການ. ນັ້ນແມ່ນຄຳຮ້ອງ​ຂອງ​ທ່ານ ໂຕ​ເລີມ, ເລຂາທິການໃຫຍ່ ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ ກອມ​ມູ​ນິດຫວຽດ​ນາມ, ປະ​ທານ​ປະ​ເທດ ຫວຽດ​ນາມ ​ທີ່ພິ​ທີ​ສະ​ເຫລີມ​ສະ​ຫລອງ 90 ປີ ​ແຫ່ງວັນ​ມູນ​ເຊື້ອ​ກຳ​ມະ​ກອນ​ເຂດບໍ່ແຮ່-ມູນ​ເຊື້ອ​ ຂະ​ແໜງຖ່ານຫີນ (12 ພະຈິກ 1936 – 12 ພະຈິກ 2026) ແລະ ພິທີຮັບຫລຽນ ໄຊແຮງ ງານ ຊັ້ນສາມຂອງກຸ່ມບໍ​ລິ​ສັດ ​ອຸດ​ສາ​ຫະ​ກຳ​ຖ່ານ​ຫີນ ແລະ ແຮ່ທາດ ຫວຽດນາມເຊິ່ງໄດ້ຈັດຂຶ້ນ ໃນ​ວັນ​ທີ 7 ພະຈິກ, ຢູ່​ນະ​ຄອນ ກວາງນິງ.ໃນໂອກາດນີ້ ​ທ່ານ ໂຕ​ເລີມ ເລຂາທິການໃຫຍ່, ປ​ະ​ທານ​ປະ​ເທດ ຫວຽດນາມ ​ໄດ້ກ່າວວ່າ:​ທົ່ວ​ຂະ​ແໜງ​ ຕ້ອງ​ຍົກ​ສູງ​ກຳ​ລັງ ຄວາມສາມາດ ໃນການຄາດຄະເນ, ຈັດຕັ້ງການຜະລິດແລະ ສະໜອງຖ່ານຫີນ ໃຫ້​ເປັນ​ປົກ​ກ​ະ​ຕິ, ໂດຍສະເພາະ ແມ່ນ​ໃຫ້​ແກ່ ການ ຜະລິດໄຟຟ້າ; ສົມທົບ​ກັບການຂຸດຄົ້ນ ​ຢູ່ພາຍໃນປະເທດ ກັບການນຳເຂົ້າ ແລະສຳຮອງໄວ້ ຢ່າງ​ສົມ​ເຫດ​ສົມ​ຜົນ.​ເປັນ​ເຈົ້າ​ການ​ສ້າງແຜນການ​ຮັບ​ມື​ກັບ ​ການ​ຜັນຜວນຂອງຕະຫລາດ, ລະບົບສະໜອງ, ໄພພິບັດທຳມະຊາດ ເພື່ອປະກອບສ່ວນ ເຂົ້າໃນການຮັບປະກັນ​ການເຄື່ອນໄຫວ ພື້ນ​ຖານ​ເສດຖະກິດ ຢ່າງ​ໝັ້ນ​ຄົງ.​ຂະ​ແໜງຖ່ານຫີນ ຕ້ອງຮັບປະກັນການສະໜອງ​ ໃນ​ປະ​ຈຸ​ບັນ, ພ້ອມກັນ​ນັ້ນກໍ່ກະກຽມ​ໃຫ້​ແກ່ ​ວິ​ວັດ​ການຫັນປ່ຽນພະລັງງານ​ໃນ​ໄລ​ຍະ​ຍາວ.ພ້ອມທັງ ສະ​ເໜີ​ໃຫ້ ​ທົ່ວ​ຂະ​ແໜງ ​ຍູ້​ແຮງ​ການ​ຫັນ​ເປັນກົນຈັກ, ຫັນເປັນອັດຕະໂນມັດ, ​ຂຸດ​ຄົ້ນ, ປຸງແຕ່ງ, ການຂົນສົ່ງ ແລະ ບໍ​ລິ​ຫານ; ຂຸດຄົ້ນຢ່າງ ມີຄວາມຮັບ​ຜິດ​ຊອບ, ​ຕິດ​ພັນ​ການພັດທະນາ​ ຂະ​ແໜງຖ່ານຫີນກັບການປົກປັກຮັກສາ ສິ່ງແວດລ້ອມ ແລະອະນາຄົດຂອງແຂວງ ກວາງນິງ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວຕ່າງປະເທດ
ມື້ນີ້ · ຂໍ້ມູນສົດ ວັນພຸດ 11 ພະຈິກ 2026 · ຂຶ້ນ 2 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່